ຄະນະກຳມະການ ກິລາໂອລິມປິກສາກົນ ຫຼື IOC ໄດ້ເລືອກເອົາ
ນະຄອນປັກກິ່ງ ເປັນບ່ອນຈັດການແຂ່ງຂັນ ງານມະຫະກຳກິລາ
ໂອລິມປິກ ລະດູໜາວ ປີ 2022 ແທນທີ່ຈະແມ່ນນະຄອນ
ອາລມາຕີ ປະເທດກາຊັກສະຖານ ຊຶ່ງເປັນຄູ່ແຂ່ງແຕ່ພຽງຜູ້ດຽວ
ໃນການຂໍເປັນເຈົ້າພາບ ທີ່ມີການໃຊ້ຈ່າຍສູງນັ້ນ.
ທ່ານ Thomas Bach ປະທານຄະນະກຳມະການກິລາໂອລິມປິກ
ສາກົນ ໄດ້ປະກາດ ກ່ຽວກັບການຕັດສິນໃຈ ໃນວັນສຸກມື້ນີ້ ໃນ
ລະຫວ່າງ ການປະຊຸມຄັ້ງທີ 128 ຂອງຄະນະກຳມະການດັ່ງກ່າວ
ທີ່ນະຄອນຫຼວງ ກົວລາລຳເປີຂອງມາເລເຊຍ.
ປັກກິ່ງເຄີຍເປັນເຈົ້າພາບ ຈັດງານມະຫະກຳກິລາໂອລິມປິກລະດູຮ້ອນ ມາແລ້ວ ເມື່ອປີ 2008 ແລະ ກ່າວວ່າ ຕົນຈະນຳໃຊ້ສະຖານທີ່ຕ່າງໆ ທີ່ມີຢູ່ແລ້ວ ສຳຫລັບການແຂ່ງຂັນກິລາລະດູໜາວ. ແຕ່ ປະເທດກາຊັກສະຖານ ບໍ່ເຄີຍຈັດງານມະຫະກຳກິລາໂອລິມປິກ ມາກ່ອນ.
ພົນລະເມືອງຈີນ ພາກັນສະເຫຼີມສະຫຼອງ ໃນຂະນະທີ່ ນະຄອນປັກກິ່ງ ຖືກປະກາດໃຫ້ເປັນເຈົ້າພາບ ຈັດງານມະຫະກຳ ກິລາ ໂອລິມປິກ ລະດູໜາວ ປີ 2022 ຢູ່ທີ່ຣີສອດ ສະກີຫິມມະ Chongli ບ່ອນທີ່ຈັດການແຂ່ງຂັນ Nordic ສະກີ, ໂດດສະກີ, ແລະ ການແຂ່ງຂັນຢູ່ດ້ານນອກອື່ນໆ ຈະຖືກຈັດຂຶ້ນຢູ່ທີ່ແຂວງ Hebei ທາງພາກເໜືອຂອງຈີນ, ວັນທີ 31ກໍລະກົດ 2015.
ຈີນແມ່ນເບິ່ງກັນວ່າ ເປັນທາງເລືອກ ທີ່ໄວ້ໃຈໄດ້ຫຼາຍກວ່າ ເພາະມີສິ່ງທີ່ອຳນວຍຄວາມ
ສະດວກຕ່າງໆ ໃນການຈັດງານຊ້ຳອີກຄັ້ງໜຶ່ງ ແລະ ມີໂອກາດດີ ທີ່ຈະໄດ້ຮັບການສະໜັບ
ສະໜູນນຳດ້ວຍ. ແຕ່ປະເທດກາຊັກສະຖານ ໂອ້ອວດວ່າ ຕົນມີສະພາບອາກາດທີ່ດີກວ່າ
ສຳຫລັບ ກິລາ ລະດູໜາວ ແລະ ການແຂ່ງຂັນຕ່າງໆນັ້ນ ຢູ່ທ່າມກາງ ຫິມະທຳມະຊາດ.
ບັນດາຜູ້ສະໜັບສະໜຸນ ນະຄອນ ອາລມາຕີ ຍັງໄດ້ໃຫ້ຂໍ້ສັງເກດວ່າ ເປັນນະຄອນ ທີ່ມີ
ສະຖາທີ່ການແຂ່ງຂັນ ກະທັດລັດ ໃນຂະນະທີ່ ສະຖານທີ່ແຂ່ງຂັນບາງແຫ່ງໃນຈີນແມ່ນ
ຫ່າງໄກຈາກປັກກິ່ງ ເຖິງ 160 ກິໂລແມັດ.
ທັງສອງປະເທດ ໄດ້ຖືກຕຳນິຕິຕຽນ ກ່ຽວກັບປະຫວັດ ການເຄົາລົບນັບ ຖືສິດທິມະນຸດ
ທີ່ບໍ່ດີ. ບັນດາຜູ້ສັງເກດການ ແມ່ນມີຄວາມເຫັນຂັດແຍ້ງ ກັນ ກ່ຽວກັບວ່າ ຈະໃຫ້ປະເທດ
ໃດໜຶ່ງຈັດການແຂ່ງຂັນນັ້ນ ແມ່ນເປີດເຜີຍປະຫວັດ ການເຄົາລົບນັບຖືສິດທິມະນຸດ ເພື່ອ
ໃຫ້ມີການກວດສອບ ຢ່າງລະອຽດ ຫຼືວ່າເປັນການໃຫ້ລາງວັນຕໍ່ຄວາມລົ້ມແຫລວນັ້ນ.