ການຄາດຕະກຳ ທີ່ໂອກີນາວາ ຈະເຮັດໃຫ້ ການຢ້ຽມຢາມຂອງ ປ. ໂອບາມາ ເສຍຫາຍ ບໍ?

ປ. ໂອບາມາ (ຂວາ) ແລະ ນາຍົກຍີ່ປຸ່ນ ທ່ານ Shinzo Abe (ຊ້າຍ) ຈັບມືກັນ ລະຫວ່າງກອງປະຊຸມສອງຝ່າຍ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຈະ​ຍົກ​ເອົາ​ເລື້ອງການ​ກໍ່​ອາ​ຊະ​ຍາ​ກຳ​ຂອງ​ພະນັກງານ​ຖານ​ທັບ​ສະຫະລັດ ຂຶ້ນມາ​ຫາລື ​ໃນ​ລະຫວ່າງ​ການ​ພົບ​ພໍ້ ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ​ໃນ​ຕອນ​ແລງ​ວັນ​ພຸດ​ມື້ນີ້ກ່ອນ​ການ​ພົບ​ປະສຸດ​ຍອດ​ຂອງ​ກຸ່ມ 7 ປະ​ເທດ​ທີ່​ຈະ​ເລີ​ນທາງ​ດ້ານ​ອຸດສາຫະກຳ ​ຫຼື G-7 ອີງ​ຕາມຄຳ​ເວົ້າ​ພວກ​ເຈົ້າໜ້າ​ທີ່​ທັງ​ສອງ​ຝ່າຍ.

​ເລື້ອງດັ່ງກ່າວ​ນີ້ ​ໄດ້ຖືກ​ເພີ້ມ​ຢ່າງ​ວ່ອງ​ໄວ ເຂົ້າ​ໃສ່​ຫົວ​ຂໍ້​ປະຊຸມ​ ໃນ​ການ​ພົບ​ປະ​ສອງຝ່າຍ​ຫລັງ​ຈາກ​ໄດ້​ມີ​ການ​ຈັບ​ກຸມ​ໃນ​ວັນ​ພະຫັດ​ແລ້ວອະດີດ​ທະຫານ​ມາຣີນຄົນ​ນຶ່ງທີ່ພົວພັນ​ກັບ​ການ​ຫາຍ​ສາບ​ສູນຂອງ​ແມ່ຍິງ​ຍີ່​ປຸ່ນອາຍຸ 20 ປີ​ໃນວັນ​ທີ 28​ ​ເມ​ສາ​ຜ່ານ​ມາແລະ​ສົບ​ຂອງ ​ນາງ​ໄດ້​ຖືກ​ພົບ​ເຫັນ​ໃນ​ອາທິດ​ແລ້ວນີ້.

ການ​ເສຍ​ຊີວິດ​ຂອງ​ຍິງ​ສາວ​ຄົນ​ນີ້​ໄດ້​ພາ​ໃຫ້ມີ​ການ​ຫວນ​ຄິດ​ເຖິງ​ຄະດີການ​ຂົ່ມຂືນ​ສຳ​ເລົາ​ນັກຮຽນ​ຍິງ​ຍີ່ປຸ່ນ​ໃນ​ປີ 1995​ ​ໂດຍ​ທະຫານ​ອາ​ເມຣິກັນ​ທີ່​ເກາະ​ໂອ​ກີນາວາ ຊຶ່ງ​ໄດ້ພາ​ໃຫ້​ ມີການ​ເດີນ​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ ຕໍ່ຕ້ານ​ຖານ​ທັບອາ​ເມຣິກັນ​ທີ່ນັ້ນ.

ອາ​ຊະ​ຍາ​ກຳ​ດັ່ງກ່າວ ອາດ​ເປັນ​ອຸບປະສັກ​ຂັດຂວາງ​ເພີ້ມຕື່ມຕໍ່​ການ​ຊຸກຍູ້ຂອງ​ທ່ານ Abe ທີ່​ໃຫ້​ຍ້າຍ​ຖານ​ທັບ​ອາກາດ​ຂອງ​ທະຫານ​ມາຣີນ ​ໄປ​ໃສ່​ອີກ​ເຂດ​ນຶ່ງ ຂອງ​ເກາະ​ໃຫຍ່​ໂອ​ກີ ນາວາ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ ທີ່​ໄດ້​ຮັບ​ການ​ຄັດຄ້ານທີ່​ສຳຄັນ ​ຈາກ​ປະຊາຊົນ​ ໃນ​ເຂດ​ທ້ອງ​ຖິ່ນ.

ການ​ພົບ​ປະລະຫວ່າງ​ທ່ານ Abe ​ແລະ​ທ່ານ​ໂອ​ບາ​ມາ ແມ່ນ​ເບິ່ງ​ກັນ​ວ່າ ບໍ່​ມີ​ທ່າທາງ​ທີ່ຈະ​ຊ່ອຍ​ບັນ​ເທົາ​ຄວາມ​ກັງວົນ​ໃຈ​ຂອງ​ຊາວ​ໂອ​ກີ​ນາວາ​ຫຼາຍ​ໆ​ຄົນ​ໄດ້.

ທ່ານ Masaaki Gabe ອາຈານ​ສອນ​ ດ້ານ​ຄວາມ​ສຳພັນ​ລະຫວ່າງ​ປະ​ເທດ​ທີ່​ມະຫາວິ ທະຍາ​ໄລ Ryukyus ກ່າວ​ວ່າ ຕາມ​ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ແລ້ວ ກໍ​ແມ່ນ​ວ່າ ພວກ ທ່ານ​ເຮັດ​ແບບ​ນັ້ນກໍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະຕິກິລິຍາ ​ເພື່ອ​ເຮັດ​ໃຫ້​ສະຖານະ​ການ ສະຫງົບ​ລົງຢູ່​ທີ່​ເກາະ​ໂອ​ກີ​ນາວາ.

ທ່ານ Gabe ກ່າວ​ຕື່ມ​ວ່າ ຖ້າ​ທ່ານ​ໂອ​ບາ​ມາ​ພົບ​ປະ​ ກັບ​ປະຊາຊົນ​ຊາວໂອກີ​ນາວາ ມັນ​ ຈະເປັນ​ຜົນ​ດີ​ເພີ້ມຂຶ້ນ ຕໍ່​ຊາວ​ໂອ​ກີ​ນາວາ ຄ້າຍຄື​ກັນ​ກັບ​ທີ່​ປະທານາທິບໍດີ​ສະຫະລັດ ​ມີ ແຜນການ​ທີ່​ຈະ​ພົບ​ພໍ້​ໃນ​ວັນ​ພະຫັດ​ນີ້ ກັບ​ພວກ​ເຄາະ​ຮ້າຍ​ ຈາກ​ລະ​ເບີດ​ປະລະມານູ​ທີ່ເມືອງຣິ​ໂຮ​ຊິ​ມະ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Japan Obama Okinawa