ບີພີພະຍາຍາມອີກເທື່ອໃໝ່ເພື່ອ ຢຸດຕິການຮົ່ວໄຫລຂອງນ້ຳມັນ

ການພະຍາຍາມທີ່ຈະຢຸດການຮົ່ວໄຫລຂອງນ້ຳມັນ

ບໍລິສັດພະລັງງານຍັກໃຫຍ່ບີພີກ່າວວ່າ ການປະຕິບັດ
ງານໃໝ່ເພື່ອພະຍາຍາມຢຸດຕິການຮົ່ວໄຫລຂອງນ້ຳມັນ
ໃນບໍລິເວນອ່າວເມັກຊິໂກ ຈະດຳເນີນຕໍ່ໄປ ຕາມແຜນການ
ທີ່ໄດ້ວາງໄວ້.

ແຕ່ພວກເຈົ້າໜ້າທີ່ເຕືອນວ່າ ບໍ່ມີການຄ້ຳປະກັນວ່າການ
ປະຕິບັດງານດັ່ງກ່າວຈະໄດ້ຜົນ. ການດຳເນີນຄວາມພະ
ຍາຍາມເທື່ອລ່າສຸດ ໄດ້ເລີ້ມຂຶ້ນໃນມື້ວານນີ້ເວລາບໍລິສັດ
ບີພີເລີ້ມປ້ຳທາດປະສົມທີ່ເປັນຂອງແຫຼວໄປຍັງບ່ອນທີ່ມີ
ການຮົ່ວໄຫຼນ້ຳມັນ. ຫົວໜ້າບໍລິຫານຂອງບໍລິສັດບີພີ
ທ່ານ TONY HAYWARD ກ່າວວ່າຈະໃຊ້ເວລາປະມານ24 ຊົ່ວໂມງກ່ອນທີ່ທາງ
ບໍລິສັດຈະສາມາດຮູ້ໄດ້ວ່າ ການປະຕິບັດງານທີ່ວ່ານີ້ໄດ້ຜົນຫລືບໍ່.

ທາງບໍລິສັດບີພີກະປະມານວ່າໂອກາດທີ່ຈະປະສົບຄວາມສຳເລັດມີຢູ່ໃນ ລະຫວ່າງ
60 ຫາ 70%. ເຈົ້າໜ້າທີ່ເວົ້າວ່າ ຄວາມເລິກຂອງບໍ່ນ້ຳມັນ 1 ພັນ 500 ແມັດຢູ່
ພື້ນທະເລນັ້ນ ແມ່ນເຫດຜົນສຳຄັນທີ່ບໍ່ສາມາດໃຫ້ການຄ້ຳປະກັນ ກ່ຽວກັບຄວາມສຳເລັດ
ໃນການປະຕິບັດງານໄດ້. ການປະຕິບັດງານແບບນີ້ ບໍ່ເຄີຍທົດລອງມາກ່ອນ ໃນຄວາມ
ເລິກລະດັບນີ້.

ຂະນະດຽວກັນ ເຈົ້າໜ້າທີ່ສະຫະລັດກ່າວວ່າ ປະທານາທິບໍດີສະຫະລັດ ທ່ານ ບາຣັກ
ໂອບາມາ ໄດ້ສັ່ງໃຫ້ໂຈະການເຈາະນ້ຳມັນໃນເຂດທະເລຂວັ້ນໂລກເໜືອ ຂະນະທີ່ເກີດ
ໄພພິບັດກ່ຽວກັບເລື່ອງນ້ຳມັນໃນບໍລິເວນອ່າວເມັກຊິໂກ.