ສະຫະລັດ ສົ່ງເຮືອບິນ ບໍ່ມີຄົນຂັບ ໄປຍັງ Niger

ທະຫານມາລີ ຍິງໂຈມຕີທີ່ຕັ້ງ ພວກຫົວຮຸນແຮງອິສລາມ ທີ່ເມືອງ Gao (21 ກຸມພາ 2013)

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ສະຫະລັດ
ໄດ້ສົ່ງເຮືອບິນ ບໍ່ມີຄົນຂັບຫຼາຍໆລຳ ໄປຍັງປະເທດ Niger ທີ່ຕັ້ງ
ຢູ່ ໃນເຂດອາຟຣິກາຕາເວັນຕົກ ເພື່ອບິນກວດກາ ໃນການປະຕິ
ບັດງານໃຫ້ຄວາມສະໜັບສະໜຸນແກ່ທະຫານຝຣັ່ງ ທີ່ພວມສູ້ລົບ ກັບພວກມຸສລິມຫົວຮຸນແຮງຢູ່ໃນປະເທດມາລີທີ່ເປັນເພື່ອນບ້ານ.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນທີ່ບໍ່ມີຄົນຂັບເຫຼົ່ານີ້ຈະມີຖານປະຕິບັດ
ງານຢູ່ໃກ້ໆນະຄອນຫລວງ Niamey ຂອງ Niger ພ້ອມກັບເຈົ້າ ໜ້າທີ່ທະຫານສະຫະລັດຈຳນວນນຶ່ງປະມານ 100 ຄົນ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາໄດ້ແຈ້ງໃຫ້ລັດ ຖະສະພາຊາບໃນມື້ວັນສຸກວານນີ້ວ່າກຳລັງທະຫານອາເມຣິກັນ ຈະໃຫ້ການສະໜັບສະໜຸນໃນການເກັບກຳຂ່າວກອງ. ທ່ານໂອ ບາມາບໍ່ໄດ້ເວົ້າຢ່າງເປັນການເປີດເຖິງເຮືອບິນບໍ່ມີຄົນຂັບຢູ່ໃນຈົດໝາຍຂອງທ່ານ ແຕ່ເຈົ້າ ໜ້າທີ່ທະຫານທີ່ຂໍສະຫງວນກ່າວວ່າ ທະຫານອາເມຣິກັນ ທີ່ເດີນທາງໄປເຖິງປະເທດ Niger ໃນມື້ວັນພຸດຜ່ານນີ້ ສ່ວນໃຫຍ່ແລ້ວແມ່ນເຈົ້າໜ້າທີ່ທະຫານອາກາດເພື່ອໃຫ້ການສະໜັບສະ ໜຸນກ່ຽວກັບການບິນປະຕິບັດງານຂອງເຮືອບິນບໍ່ມີຄົນຂັບ.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນບໍ່ມີຄົນຂັບເຫຼົ່ານີ້ແມ່ນໃຊ້ໃນການສອດແນມເທົ່ານັ້ນ ແລະຈະບໍ່
ຕິດລູກສອນໄຟ.

ສະຫະລັດແລະຢູໂຣບພາກັນສະແດງຄວາມຢ້ານກົວວ່າພວກກໍ່ການຮ້າຍອາລກາອີດາແລະ ພັນທະມິດຂອງພວກເຂົາກຳລັງຊອກຫາຊ່ອງທາງທີ່ຈະຂະຫຍາຍອິດທິພົນຂອງຕົນໂດຍຫັນ ປ່ຽນຫຼາຍໆເຂດຂອງອາຟຣິກາຕາເວັນຕົກ ໃຫ້ກາຍເປັນບ່ອນຂົ່ມຂູ່ ຕໍ່ຄວາມປອດໄພຂອງ ໂລກ.