ສື່ມວນຊົນເທີກີໄດ້ລາຍງານຂ່າວທາງວິດີໂອ ກ່ຽວກັບຜູ້ຊາຍຄົນນຶ່ງ ທີ່ເຂົາເຈົ້າກ່າວວ່າສົງໄສເປັນມືປືນ ຜູ້ທີ່ໄດ້ສັງຫານ 39 ຄົນລະຫວ່າງການໂຈມຕີມື້ສະຫລອງ ປີໃໝ່ຢູ່ໄນຄລັບ ໃນນະຄອນ Istanbul.
ວີດີໂອນັ້ນ ປາກົດວ່າຖ່າຍຈາກໂທລະສັບມືຖື ທີ່ຜູ້ຊາຍຄົນດັ່ງກ່າວຖື ໃນຂະນະທີ່ຍ່າງຢູ່ອ້ອມແອ້ມຈະຕຸລັດ Taksim. ລາວໃຊ້ເວລາສ່ວນໃຫຍ່ເບິ່ງກ້ອງຖ່າຍຮູບ ແຕ່ບໍ່ໄດ້ເວົ້າຫຍັງໝົດ.
ບໍ່ເປັນທີ່ແຈ້ງຂາວວ່າເວລາໃດວີດີໂອໄດ້ບັນທຶກຮູບພາບ.
ຕຳຫລວດເທີກີຄົນນຶ່ງ ກຳລັງຢາຍຮູບພາບຜູ້ຕ້ອງສົງໄສ ທີ່ເປັນມືປືນໂຈມຕີຢູ່ໄນຄລັບ ໃນນະຄອນອິສແຕນບູລ.
ພວກເຈົ້າໜ້າທີ່ໃນຕອນຕົ້ນໄດ້ເຜີຍແຜ່ຮູບພາບທີ່ບໍ່ແຈ້ງ ຂອງຜູ້ຕ້ອງສົງໄສວ່າຍິງປືນ ທີ່ຖ່າຍມາຈາກກ້ອງຖ່າຍຮັກສາຄວາມປອດໄພ.
ເຈົ້າໜ້າທີ່ຕຳຫລວດ ກຳລັງເບິ່ງຮູບພາບບັນດາຜູ້ເຄາະຮ້າຍ.
ຮອງນາຍົກລັດຖະມົນຕີເທີກີ ທ່ານ Numan Kurtulmus ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ ພວກເຈົ້າໜ້າທີ່ໄດ້ເກັບກຳເອົາລາຍມື ແລະພື້ນຖານບາງຢ່າງຂອງມືປືນ. ນອກນັ້ນ ທ່ານຍັງໄດ້ຢືນຢັນວ່າ ແປດຄົນໄດ້ຖືກກັກຂັງໃນການພົວພັນກັບການໂຈມຕີທີ່ຮ້າຍແຮງເຖິງຕາຍຄັ້ງນີ້.
ບັນດາຍາດຕິພີ່ນ້ອງຂອງ ທ່ານ Fatih Cakmak ພາກັນເສົ້າສະຫລົດໃຈ ຊຶ່ງເປັນເຈົ້າໜ້າທີ່ຕຳຫລວດຄົນນຶ່ງທີ່ຖືກຍິງຕາຍ
ການໂຈມຕີໄດ້ເລີ້ມເກີດຂຶ້ນໃນຕອນເຊົ້າວັນອາທິດ ໂດຍທີ່ມືປືນໄດ້ສັງຫານເຈົ້າໜ້າທີ່ຕຳຫລວດຄົນນຶ່ງ ແລະພົນລະເຮືອນຄົນນຶ່ງຢູ່ນອກ Reina ໄນຄລັບ ກ່ອນອອກມາທາງນອກ. ມີປະມານ 600 ຄົນ ຊຶ່ງຫລາຍຄົນເປັນຊາວຕ່າງປະເທດ ທີ່ຢູ່ໃນໄນຄລັບເວລານັ້ນ ຈຳນວນນຶ່ງພາກັນໂຕນລົງສູ່ແມ່ນໍ້າ Bosporus ເພື່ອຫລົບໜີ. ພວກເຈົ້າໜ້າທີ່ກ່າວວ່າ ມືປືນໄດ້ປະປົນຢູ່ກັບຝູງຊົນທີ່ໜີອອກຈາກ ໄນຄລັບ. ນອກຈາກບັນດາຜູ້ເສຍຊີວິດ ກໍມີອີກປະມານ 70 ຄົນ ໄດ້ຮັບບາດເຈັບ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Turkey Attack