ນີ້ແມ່ນການຢ້ຽມຢາມປະເທດຄອມມິວນິສ ທີ່ໄດ້ມີການລໍຖ້າມາ
ເປັນເວລາເກືອບໜຶ່ງສັດຕະວັດ.
ພຽງແຕ່ 14 ເດືອນຫລັງຈາກໄດ້ສັ່ງໃຫ້ຮື້ຟື້ນຄວາມສຳພັນທາງ
ການທູດ ກັບຄິວບາ ທ່ານ Barack Obama ຈະເປັນປະທານາ
ທິບໍດີອາເມຣິກັນ ຄົນທຳອິດຢູ່ໃນຕຳແໜ່ງ ທີ່ຈະເດີນທາງໄປນະ
ຄອນຮາວານາ ໃນໄລຍະເກືອບ 90 ປີ.
ຮອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດປະຈຳທຳນຽບຂາວ ທ່ານ
Ben Rhodes ກ່າວຕໍ່ ບັນດານັກຂ່າວ ໃນວັນພະຫັດວ່ານນີ້
ວ່າ “ພວກເຮົາມອງເຫັນວ່າ ເປັນວິທີນຶ່ງ ເພື່ອຊຸກຍູ້ໃຫ້ຂັ້ນຕອນ
ການສ້າງຄວາມສຳພັນປົກກະຕິຊຶ່ງພະຍາຍາມຈະໃຫ້ ບັນລຸການເປີດກວ້າງຫຼາຍຂຶ້ນລະ
ຫວ່າງສະຫະລັດ ແລະຄິວບາໃນດ້ານການຄ້າ ແຕ່ຍັງສະໜັບສະໜູນ ແລະສ້າງຄວາມ
ກ້າວໜ້າໃຫ້ແກ່ຫຼັກຄຸນຄ່າ ທີ່ພວກເຮົາມີຄວາມເປັນຫ່ວງ.”
ທ່ານ Rhodes ກ່າວວ່າ ປະທານາທິບໍດີ ຈະກ່າວຢ້ຳເຖິງຫລັກຄຸນຄ່າສາກົນເຫລົ່ານັ້ນໃນ
ລະຫວ່າງການເດີນທາງໄປຢ້ຽມຢາມໃນວັນທີ 21 ຫາ 22 ມີນາ ໃນຂະນະທີ່ທ່ານພົບປະກັບບັນດາພວກຄັດຄ້ານລັດຖະບານຄິວບາ ສະມາຊິກ ຂອງກຸ່ມສັງຄົມພົນລະເຮືອນ ແລະລັດຖະບານຄິວບາ.
Your browser doesn’t support HTML5
U.S. Deputy National Security Adviser Ben Rhodes' remarks on President Obama's Cuba trip
ໂດຍສະເພາະແລ້ວ ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ທ່ານ Obama ຈະຍົກເອົາເລື້ອງ
ການກັກຂັງ ແລະການຮາວີລົບກວນ ຕໍ່ພວກທີ່ຕ້ອງການສະແດງອອກຊຶ່ງສິດທິພື້ນຖານ
ຂອງເຂົາເຈົ້າ ຂຶ້ນມາໂອ້ລົມມາກັບບັນດາເຈົ້າໜ້າທີ່ຄິວບາ.
ແຕ່ວ່າເປັນຫຍັງ ປະທານາທິບໍດີ ຈຶ່ງທຳການຢ້ຽມຢາມຄັ້ງປະຫວັດສາດດຽວນີ້ ທ່າມ
ກາງຄວາມເປັນຫ່ວງກ່ຽວກັບການລະເມີດສິດທິມະນຸດ ທີ່ຍັງມີຢູ່ຕໍ່ມາ.
ທ່ານ Ben Rhodes ໃຫ້ຂໍ້ສັງເກດວ່າ “ຖ້າບໍ່ເດີນທາງໄປ ແລະປ່ອຍໃຫ້ຄິວບາຢູ່ໂດດ
ດ່ຽວມັນກໍຈະບໍ່ຊ່ວຍສ້າງຄວາມຄືບໜ້າຕໍ່ບັນຫາເຫລົ່ານັ້ນ ທີ່ພວກເຮົາຈະຢູ່ໃນທ່າທີທີ່
ດີຂຶ້ນ ເພື່ອໃຫ້ການສະໜັບສະໜຸນໃນດ້ານສິດທິມະນຸດ ແລະສະໜັບສະໜູນໃຫ້ຊາວ
ຄິວບາ ມີຊີວິດການເປັນຢູ່ທີ່ດີ ໂດຍການພົວພັນເຂົາເຈົ້າ ແລະຍົກບັນຫາເຫລົ່ານີ້ຂຶ້ນ
ມາໂອ້ລົມກັນໂດຍກົງ.”
US Rapprochement With Cuba
ທ່ານ Obama ຊຶ່ງຮວມທັງສະຕີໝາຍເລກໜຶ່ງ ຈະຈັດການສົນທະນາສອງຝ່າຍກັບ ປະທານາທິບໍດີ ຄິວບາ ທ່ານ Raul Castro ແຕ່ວ່າ ບໍ່ມີແຜນ ທີ່ຈະພົບປະກັບອ້າຍ
ຂອງທ່ານ ຄືທ່ານ Fidel Castro ຜູ້ນຳການປະຕິວັດ ທີ່ໄດ້ເຂົ້າຍຶດອຳນາດໃນຄິວບາ
ຫລາຍກວ່າເຄິ່ງສັດຕະວັດທີ່ຜ່ານມາ ແຕ່ໄດ້ອອກບຳນານແລ້ວ ເນື່ອງຈາກບັນຫາ
ດ້ານສຸຂະພາບ.
Your browser doesn’t support HTML5
President Obama Announces Reestablishment of US-Cuba Relations