ເຈົ້າໜ້າທີ່ ຢືນຢັນວ່າ ທະຫານ ອັຟການິສຖານ 58 ຄົນ ຖືກກຸ່ມຕາລີບານ ຈັບໂຕໄດ້

ພວກທະການກອງທັບແຫ່ງຊາດ ອັຟການິສຖານ ເຂົ້າຮ່ວມພິທີຮຽນຈົບຫຼັກສູດການທະຫານ ໃນຂະນະທີ່ ທະຫານຂອງອົງການ NATO ຢືນຍາມ ທີ່ສູນກາງຝຶກແອບທະຫານ ກາບູລ (Kabul Military Training Centre) ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 27 ມັງກອນ 2019.

ເຈົ້າ​ໜ້າ​ທີ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໃຫ້​ການ​ຢືນ​ຢັນ​ວ່າ ໃນ​ວັນ​ຈັນ​ວານນີ້ ພວກ​ກະ​ບົດ​
ຕາ​ລີ​ບານ ຈັບ​ທະ​ຫານ ​ລັດ​ຖະ​ບານ​ໄດ້ 58 ຄົນ ໃນ​ລະ​ຫວ່າງ​ການ​ສູ້​ລົບ​ກັນ ​ເມື່ອໄວໆ
​ມານີ້ ຢູ່​ເມືອງນຶ່ງ​ທາງພາກຕາເວັນຕົກສຽງເໜືອ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ
​ເຕີກ​ເມ​ນິ​ສ​ຖານ.

ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ​ອີກ 58 ຄົນ ທີ່​ໄດ້​ເຂົ້າ​ໄປ​ລີ້​ໄພ​ຢູ່​ໃນ​ປະ​ເທດ​ເຂດ​ເອ​ເຊຍ​ກາງ​
ດັ່ງ​ກ່າວ ​ຫຼັງ​ຈາກ​ທີ່​ໄດ້​ຫລົບ​ໜີ​ການ​ບຸກ​ໂຈມ​ຕີ ​ຂອງ​ພວກ​ກະ​ບົດ​ຕາ​ລີ​ບານ ​ຢູ່ເມືອງ​
ບາ​ລາ ເມີ​ແກບ (Bala Murghab) ​ກໍໄດ້ພາ​ກັນ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ແລ້ວ ອີງ​ຕາມ
​ຄຳ​ຖະ​ແຫຼງ​ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ​ລາຍ​ງານ​ກ່າວ​ຕື່ມ​ວ່າ ການ​ປະ​ຕິ​ບັດ​ງານ
​ຊອກ​ຄົ້ນ​ຫາເພື່ອ​ປ່ອຍ​ໂຕ​ປະ​ກັນ ຢູ່​ໃນ​ເຂດ​ເມືອງຊາຍແດນ​ດັ່ງ​ກ່າວ ​ກຳລັງ​ດຳ​ເນີນ​ຢູ່.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ໃນ​ຖະ​ແຫຼງ​ການ​ອີກ​ສະ​ບັບ​ນຶ່ງ​ຕ່າງ​ຫາກ ກໍ
​ກ່າວ​ວ່​າ “​ຕົນ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ໃນການ​ຕ້ອນ​ຮັບ​ຢ່າ​ງ​ອົບ​ອຸ່ນ ຕໍ່​ປະ​ຊາ​ຊົນ​
ອັ​ຟ​ກາ​ນິ​ສ​ຖານ ແລະ​ການ​ສະ​ໜອງ​ການ​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ແກ່ພວກ​ເຂົາ​ເຈົ້າ”

ໂດຍ​ລັດ​ຖະ​ບານ​ເຕີກ​ເມ​ນິ​ສ​ຖານ.

ພວກ​ກະ​ບົດ​ຕາ​ລີ​ບານ ​ຍັງ​ສືບ​ຕໍ່​ທຳ​ການ​ກົ​ດ​ດັນ​ຕໍ່ຫົວ​ເມືອງ​ຊາຍ​ແດນ​ທີ່​ມີ​ການ​ຍາດ
​ແຍ່ງ​ກັນ​ຢ່າງ​ດຸ​ເດືອດ ​ຢູ່​ໃນ​ແຂວງ​ແບດ​ກິ​ສ (Badghis) ມາ​ໄດ້​ດົນ​ກວ່າ ສອງ​ອາ​ທິດ
​ແລ້ວ ໂດຍ​ໄດ້​ສັງ​ຫານ​ທະ​ຫານ​ລັດ​ຖະ​ບານ​ຫຼາຍ​ສິບ​ຄົນ ແລະ​ມີລາຍ​ງານ​ວ່າ ຈັບ​ໄດ້​ອີກ
​ປະ​ມານ 200 ຄົນ.

ໃນ​ຂະ​ນະ​ທີ່ມີ​ລາຍ​ງານ​ວ່າ ຫຼາຍໆ​ເຂດ ແລະ​ດ່ານ​ຮັກ​ສາ​ຄວາມ​ສະ​ຫງົບ​ຫຼາຍໆ​ແຫ່ງໄດ້
​ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະ​ບົດ​ນັ້ນ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ອັ​ຟ​ກາ​ນິ​ສ​ຖານ
​ຢືນ​ຢັດ​ວ່າ ທະ​ຫານ​ລັດ​ຖະ​ບານ ​ຍັງ​ສືບ​ຕໍ່ ຄວບ​ຄຸມ​ເຂດ​ໃຈ​ກາງເມືອງ​ບາ​ລາ ເມີ​ແກບ
(Bala Murghab) ຢູ່. ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ໃຫ້​ການ​ຢືນ​ຢັນ​ຢ່າງ​ເປັນ​ອິດ​ສະ​ຫຼະ​ກ່ຽວ​ກັບ​
ການ​ກ່າວ​ອ້າງ​ດັ່ງ​ກ່າວນີ້.

ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ຂອງ​ພວກ​ຕາ​ລີ​ບານ​ເມື່ອ​ນຶ່ງ​ອາ​ທິດ​ຜ່ານ​ມາ ໄດ້​ເຮັດ​ໃຫ້​ທະຫານ
ກອງ​ທັບ​ແຫ່ງ​ຊາດ​ຂອງ​ລັດ​ຖະ​ບານອັ​ຟ​ກາ​ນິ​ສ​ຖານ ຖືກ​ຂ້າ​ຕາຍ​ໝົດ​ທັງກອງ​ຮ້ອຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ