ບັນດາເຈົ້າໜ້າທີ່ ໃນພາກຕາເວັນອອກສຽງເໜືອ ຂອງ Nigeria
ໂຕ້ຖຽງລາຍງານຂ່າວທີ່ວ່າ ພວກຫົວຮຸນແຮງ Boko Haram
ໄດ້ລັກພາໂຕຜູ້ຍິງຈຳນວນ 20 ຄົນ ໄປຈາກບ້ານແຫ່ງນຶ່ງ ໃກ້ກັບ
ເມືອງ Chibok ບ່ອນທີ່ເດັກນັກຮຽນຍິງຫຼາຍກວ່າ 200 ຄົນ ໄດ້
ຖືກຈັບໂຕໄປໃນເດືອນ ເມສາຜ່ານມາ.
ໃນການໃຫ້ສຳພາດທາງໂທລະສັບ ກັບຜູ້ສື່ຂ່າວຂອງວີໂອເອ
ພາສາ Hausa ນັ້ນ ຜູ້ບັນຊາການຕຳຫຼວດໃນລັດ Borno ທ່ານ
Lawal Tanko ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ ບໍ່ໄດ້ຮັບຮູ້
ເລື້ອງລາວກ່ຽວກັບການລັກພາຕົວໃດໆເລີຍ.
ປະທານລັດຖະບານທ້ອງຖິ່ນຂອງເມືອງ Chibok ທ່ານ Ben
Lawan ຍັງບອກວີໂອເອວ່າ ລາວບໍ່ໄດ້ຍິນຂ່າວ ກ່ຽວກັບການ
ລັກຕົວໃດໆເຊັ່ນກັນ.
ອົງການຂ່າວເອພີລາຍງານວ່າ ພວກຫົວຮຸນແຮງ Boko
Haram ໄດ້ລັກພາໂຕຜູ້ຍິງຈຳນວນ 20 ຄົນໃນທ້າຍອາທິດ
ແລ້ວນີ້ຈາກບ້ານ Garkin Fulani ຊຶ່ງເປັນບ້ານນ້ອຍໆ
ບໍ່ເທົ່າໃດກິໂລແມັດຫ່າງຈາກເມືອງ Chi-bok.
ລາຍງານຂ່າວດັ່ງກ່າວໄດ້ອ້າງຄຳເວົ້າສະມາຊິກຄົນນຶ່ງຂອງກຸ່ມປ້ອງກັນ ໂຕເອງທີ່ກ່າວວ່າ
ພວກຜູ້ຍິງເຫຼົ່ານີ້ໄດ້ຖືກບັງຄັບໃຫ້ເຂົ້າໄປໃນລົດດ້ວຍ ປາຍປືນ ແລະກໍຂັບໄປຍັງສະຖານທີ່ ທີ່ບໍ່ມີໃຜຮູ້ຈັກ.
ອົງການຂ່າວເອພີໄດ້ແຈ້ງໃຫ້ວີໂອເອຊາບວ່າ ຕົນຍັງຢືນຢັນກ່ຽວກັບ ລາຍງານຂ່າວ
ດັ່ງກ່າວຢູ່.
ກຸ່ມ Boko Haram ໄດ້ອ້າງເອົາຄວາມຮັບຜິດຊອບ ກ່ຽວກັບການລັກ ພາໂຕພວກເດັກ
ນ້ອຍນັກຮຽນຍິງຫລາຍກວ່າ 200 ຄົນ ໄປຈາກໂຮງ ຮຽນເມືອງ Chibok ໃນເດືອນ
ເມສາຜ່ານມາ. ສະຫະລັດແລະປະເທດ ອື່ນໆພວມໃຫ້ການຊ່ວຍເຫຼືອ ແກ່ເຈົ້າໜ້າທີ່
ໄນຈີເຣຍ ຊອກຄົ້ນຫາພວກ ເດັກນ້ອຍແມ່ຍິງເຫຼົ່ານີ້ ຊຶ່ງການລັກພາໂຕດັ່ງກ່າວ ພາໃຫ້
ນາໆຊາດປະ ນາມນັ້ນ.

Your browser doesn’t support HTML5