ທະຫານອັຟການິສຖານ ແມ່ນເປັນຜູ້ຮັບຜິດຊອບ ຕໍ່ການ ຍິງລູກຈະຫຼວດ ໃສ່ພິທີແຕ່ງງານ

ເດັກນ້ອຍອັຟການິສຖານ ຄົນໜຶ່ງ ທີ່ບາດເຈັບ ໄດ້ຮັບການຊ່ວຍເຫຼືອ ຈາກພົນລະເມືອງ ຢູ່ໂຮງໝໍ ໃນແຂວງ Helmand ທາງພາກໃຕ້ຂອງນະຄອນຫລວງ Kabul ປະເທດ Afghanistan, ເມື່ອວັນພຸດ 31 ທັນວາ 2014.

ເຈົ້າໜ້າ​ທີ່​ອັຟກາ​ນິສຖານ ກ່າວ​ວ່າ ພວກ​ທະຫານ​ເປັນຜູ້​ຮັບ
ຜິດຊອບ ໃນ​ການ​ຍິງ​ຈະ​ຫຼວດໂຈມ​ຕີ ທີ່​ໄດ້​ສັງຫານ 17 ຄົນ
ຢູ່​ທີ່​ພິທີແຕ່ງງານ ​ໃນແຂວງ Helmand ທາງພາກ​ໃຕ້ຂອງ​
ປະ​ເທດ.

​ຮອງເຈົ້າ​ແຂວງໆ Helmand ທ່ານ Mohammad Jan
Rasoulyar ກ່າວ​ວ່າ ພວກ​ທະຫານ ​ໄດ້​ຍິງ​ຈະຫຼວດຫຼາຍລູກ
​ເມື່ອ​ຕອນ​ແລງ​ຂອງ​ວັນ​ພຸດ​ຜ່ານ​ມາ ຫຼັງຈາກໄດ້ຖືກ​ໂຈມ​ຕີ
ໂດຍພວກ​ຫົວ​ຮຸນ​ແຮງ​ໃນ​ເຂດດັ່ງກ່າວ.

ທ່ານ​ກ່າວ​ວ່າ ພວກ​ທະຫານທີ່ເຊື່ອ​ວ່າເປັນຜູ້ຮັບຜິດຊອບຕໍ່
ເຫດການ​ດັ່ງກ່າວ ແມ່ນ​ໄດ້ຖືກ​ສົ່ງ​ໃຫ້​ສານ​ທະຫານ​ດຳເນີນການແລ້ວ.

ທ່ານ Rasoulyar ຍັງໄດ້​ປັບປ່ຽນ​ຈຳນວນ​ຜູ້ເສຍ​ຊີວິດໃຫ້ຫລຸດໜ້ອຍ​ລົງ ​ໂດຍ​ກ່າວ​ວ່າ
ມີ 17 ຄົນ​ເສຍ​ຊີວິດ ​ແລະ ປະມານ 50 ຄົນ ​ໄດ້​ຮັບ​ບາດ​ເຈັບ. ບັນດາ​ຜູ້​ເຫັນ​ເຫດການ
​ໄດ້​ລະບຸ​ວ່າ ຈຳນວນຜູ້​ເສຍ​ຊີວິດ ແມ່ນມີ​ຢູ່ 26 ຄົນ. ຜູ້​ເຄາະ​ຮ້າຍ​ສ່ວນ​ໃຫຍ່ແລ້ວ ​ແມ່ນ
ແມ່ຍິງ ​ແລະ​ເດັນ​ນ້ອຍ.

​ເຫດຮ້າຍ​ດັ່ງກ່າວ ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ກອງ​ທັບ​ອັຟກາ​ນິສຖານ ພວມ​ເຂົ້າກຳ​ຄວາມຮັບ
ຜິດຊອບຮອບດ້ານ ໃນການຮັກສາຄວາມປອດໄພຂອງປະເທດ ​ຊຶ່ງ​ເປັນ​ຂີດ​ໝາຍຂອງ
ການສິ້ນສຸດພາລະກິດ ຢ່າງ​ເປັນ​ທາງ​ການ ໃນການສູ້​ລົບເປັນເວລາ 13 ປີ ​ຢູ່ໃນ​
ອັຟກາ​ນິສຖານ ​ໂດຍສະຫະລັດ ​ແລະອົງການ​ເນ​ໂຕ້ ທີ່ມີ​ເປົ້າໝາຍແນ​ໃສ່ພວກ​ກະບົດ
Taliban ນັ້ນ.

Your browser doesn’t support HTML5

AFGHANISTAN VIDEO