ພາບເດັ່ນ ປະຈຳ ວັນທີ 19 ຕຸລາ 2014

A demonstrator stands outside the Istanbul courthouse, where Turkish opposition Cumhuriyet daily's editor-in-chief Can Dundar and Ankara bureau chief Erdem Gul attend their trial. The two face possible life terms on spying charges over a news report accusing President Erdogan's government of seeking to illicitly deliver arms bound for neighboring Syria.

ປະຊາຊົນພາກັນກາງ ທຸງຍັກ ສະຫລອງວັນທຸງຊາດ ຂອງສາທາລະນະລັດປະຊາຊົນ Donetsk ໃນເມືອງ Donetsk, ພາກຕາເວັນອອກຂອງ Ukraine.

ຊາວເຄີດໃນເທີກີ ພາກັນເບິ່ງໄປຍັງ ເມືອງໂກບານີ ຈາກບ່ອນໃກ້ໆກັບ ດ່ານຂ້າມຊາຍແດນ Mursitpinar ທີ່ເມືອງ Suruc ທາງພາກຕາເວັນອອກສຽງໃຕ້ຂອງເທີກີ.

ຊ່າງພາບຂ່າວຄົນນຶ່ງ ຖ່າຍຮູບເອົາເມືອງໂກບານີ ຈາກຈຸດນຶ່ງໃກ້ໆກັບ ດ່ານຂ້າມຊາຍແດນ Mursitpinar ທີ່ເມືອງ Suruc ທາງພາກຕາເວັນອອກສຽງໃຕ້ຂອງເທີກີ.

ຜູ້ຄົນພາກັນຖ່າຍຮູບເອົາໂຕ Dragon Horse ຫລື ມັງກອນມ້າ ຂອງບໍລິສັດສະແດງລະຄອນ La Machine ຂອງຝຣັ່ງ ຂະນະທີ່ສະແດງກາງແຈ້ງ ຢູ່ຕໍ່ໜ້າເດິ່ນກິລາ ຮັງນົກ ຫລື Bird's Nest Stadium ຢູ່ປັກກິ່ງ, ປະເທດຈີນ.

ຊາວປາແລສໄຕນ໌ ພາກັນຫລົບຝົນ ຢູ່ບ່ອນຫລົບຝົນຊົ່ວຄາວ ໃກ້ໆກັບເຮືອນຊານທີ່ຫັກເພພັງ ຂອງເຂົາເຈົ້າ ຍ້ອນຖືກທຳລາຍ ໃນການໂຈມຕີເປັນເວລາ 7 ອາທິດຂອງອິສຣາແອລ ໃນເຂດຕາເວັນອອກຂອງເມືອງ Gaza City.

ມ້ວນເຟືອງ ທີ່ປົກຄຸມດ້ວຍຫິມະ ຢູ່ໃນທົ່ງແຫ່ງນຶ່ງ ແຄມທະເລສາບ Belyo Lake ໃນເຂດ Khakassia ຂອງແຄວ້ນ Siberia, ຣັດເຊຍ, ວັນທີ 18 ຕຸລາ 2014.

ບັນດາ Bishops ສາສະໜາກາໂຕລິກ ໄປຮ່ວມພິທີສະຖາປະນາ ມື້ລາງສັນຕະປາປາ Pope Paul VI ເປັນພະອໍລະຫັນ ຢູ່ເດີ່ນຈະຕຸລັດ Saint Peter's Square ທີ່ສຳນັກ Vatican, ກຸງໂຣມ ປະເທດອີຕາລີ.

ຫໍ Eiffel Tower ທີ່ເຫັນຜ່ານຟອງສະບູໃຫຍ່ໆ ໃນນະຄອນຫລວງ Paris ປະເທດ France.

ບັນດາຜູ້ສະໜັບສະໜຸນພັກ Bharatiya Janata Party (BJP) ຂອງລັດຖະບານອິນເດຍ ພາກັນສະຫລອງ ຫລັງຈາກຜົນຂັ້ນຕົ້ນຂອງການເລືອກຕັ້ງ ສະພາລັດ Maharashtra ສະແດງວ່າ ພັກຂອງເຂົາເຈົ້າໄດ້ຄະແນນ ນຳໜ້າ ຢູ່ນະຄອນ Mumbai.

Andrea Iannone ນັກແຂ່ງລົດຈັກ Pramac Racing MotoGP ຈາກອີຕາລີ ປະສົບອຸບັດຕິເຫດ ແລະຕົກຮອບໄປເລີຍ ໃນການແຂ່ງຂັນ Australian Grand Prix ຢູ່ເກາະ Phillip Island, ປະເທດ Australia.

ສະມາຊິກຄົນນຶ່ງ ຂອງຄະນະກະໂດດເຊືອກສະມັກຫລິ້ນ "Exit Point" ກະໂດດລົງມາຈາກໂງ່ນຫິນ ສູງ 120 ແມັດ (394 feet) ສູ່ຂຸມໃຫຍ່ທີ່ຄົນເຮັດຂຶ້ນ ເອີ້ນວ່າຂຸມ "Tuimsky Proval" (Tuimsky Cavity), ທ່າມກາງອາກາດຕິດລົບ 15°C(5°F), ນອກເມືອງ Tuim ໃນເຂດ Khakassia ຂອງຣັດເຊຍ, ວັນທີ 18 ຕຸລາ 2014.

Miss Zero ຊຶ່ງຊື່ແທ້ແມ່ນ Sasha Frolova ຈາກຣັດເຊຍ ໄດ້ຮັບລາງວັນຊະນະເລີດ ໃນການປະກວດນາງງາມ Alternative Miss World ຢູ່ໂຮງລະຄອນ Shakespeare's Globe Theatre ໃນນະຄອນຫລວງ London, ວັນທີ 18 ຕຸລາ 2014.