ທ່ານຖະຫວັນ ສະແຫວງສຸກ ສະມາຊິກຜູ້ກໍ່ຕັ້ງພ້ອມທັງເປັນຫົວໜ້າ
ຄົນທຳອິດ ຂອງພະແນກພາສາລາວ ວິທະຍຸສຽງອາເມຣິກາ
ແລະເຈົ້າໜ້າທີ່ເບ້ຍບຳນານກະຊວງການຕ່າງປະເທດສະຫະລັດ
ໄດ້ເຖິງແກ່ມໍຣະນະກຳແລ້ວ ໃນວັນຈັນທີ 1 ກັນຍາຜ່ານມານີ້ ຢູ່
ທີ່ລັດຮາວາຍ ຮວມອາຍຸໄດ້ 79 ປີ.
ທ່ານຖະຫວັນ ເກີດທີ່ນະຄອນວຽງຈັນ ປະເທດລາວ ໃນປີ 1935.
ບິດາຂອງທ່ານເປັນເຈົ້າໜ້າທີ່ສາທາລະນະສຸກ ແລະມານດາຂອງ
ທ່ານເປັນນາຍຄູ ໃນລັດຖະບານສະໄໝ ອານານິຄົມຂອງຝຣັ່ງ.
ທ່ານໄດ້ແຕ່ງງານກັບຍານາງ ມະລີຈັນ ສົມບັດ ຫລັງຈາກໄດ້ໃຊ້
ຊີວິດ ແລະເຮັດວຽກຢູ່ໃນຕ່າງປະເທດມາໄດ້ 10 ກວ່າປີ ແລະມີລູກ
ນຳກັນ 2 ຄົນ ຄືເຈັຟເຟີສັນ ຊຶ່ງເປັນທ່ານໝໍ ຢູ່ເມືອງ Rochester
ລັດນິວຢອກ ແລະແຟຣັງຄລິນ ຊຶ່ງເປັນນັກຊ່ຽວຊານ ດ້ານກຣາຟິກ
ທີ່ເມືອງພາຊາດີນາ ໃນລັດຄາລີຟໍເນຍ.
ທ່ານຖະຫວັນ ໄດ້ເຂົ້າຮັບລັດຖະການນຳລັດຖະບານສະຫະລັດ ມາເປັນເວລາທັງໝົດ 39 ປີ.
ຫລັງຈາກຮຽນຈົບໃນດ້ານເສດຖະສາດຈາກມະຫາວິທະຍາໄລ
Columbia ໃນປີ 1962 ແລ້ວ ໃນປີດຽວກັນນີ້ ທ່ານຖະຫວັນ
ກໍເປັນຜູ້ທຳອິດ ທີ່ໄດ້ມາກໍ່ຕັ້ງ ພາກພາສາລາວຂອງວິທະຍຸ
ສຽງອາເມຣິກາ ແລະກໍເປັນຫົວໜ້າຂອງວິທະຍຸດັ່ງກ່າວ ມາເປັນ
ເວລາ 10 ກວ່າປີ. ຫລັງຈາກນັ້ນ ກໍໄດ້ເຂົ້າຮັບໃຊ້ເປັນເຈົ້າໜ້າ
ທີ່ກະຊວງການຕ່າງປະເທດ ຊ່ຽວຊານໃນດ້ານປະຊາສຳພັນ
ມວນຊົນ ການບໍລິຫານງານສື່ມວນຊົນ ຕະຫລອດທັງໂຄງການ
ວັດທະນະທຳແລະການສຶກສາ. ຕຳແໜ່ງສຸດທ້າຍຂອງທ່ານກໍຄື
ເປັນທູດວັດທະນະທຳ.
ທ່ານເຄີຍໄດ້ໄປປະຈຳການຢູ່ປະເທດກີຢານາ ສຸຣິນາມ ຟີລິບປິນ
ສາທາລະນະລັດອາຟຣິກາກາງ ເຊເນການ ແລະນະຄອນຫຼວງປາຣີ ປະເທດຝຣັ່ງ.
ພິທີຊາປະນະກິດສົບຂອງທ່ານຖະຫວັນ ຈະຈັດຂຶ້ນທີ່ນະຄອນໂຮໂນ
ລູລູ ລັດຮາວາຍ ໃນວັນອັງຄານທີ ໙ ກັນຍານີ້.
ຂໍສະແດງຄວາມເສົ້າສະລົດໃຈມາຍັງຄອບຄົວຂອງທ່ານຖະຫວັນ
ສແຫວງສຸກທີ່ໄດ້ສູນເສັຍຮົ່ມໂພ ຮົ່ມໄຊໄປ...ທ່ານຜູ້ໃດສົນໃຈ
ຈະສົ່ງຈະຕຸປັດໄຈ ໄປໃຫ້້ພັນລະຍາຂອງທ່ານຖະຫວັນຍານ້າ
ມະລີຈັນ ສແຫວງສຸກ ໄດ້ຕາມ website ຂ້າງລຸ່ມນີ້...
http://www.michelesvengsouk.com/thavanh