ສັນຕະປາປາ ນິກາຍຄອບຕິກ ຂອງອີຈິບ ເຖິງແກ່ ມໍລະນະພາບ (ເບິ່ງວີດີໂອກັບສະໄລດ໌)

  • ສິງ ບູຣົມມະວົງ

ສັນຕະປາປາ Shenouda III ຂອງສາສະໜາຄຣິສ ນິກາຍຄອບຕິກ ຂອງອີຈິບ. ວັນທີ 19 ມີນາ 2012.

ປະຊາຊົນ​ອີ​ຈິບ​ພາກັນ​ໄວ້ອາ​ໄລ​ນໍາ​ການ​ເຖິງ​ແກ່​ມໍລະນະ​ພາບ​ຂອງ​ສັນຕະປາ​ປາ​ Shenouda ທີ 3 ​ແຫ່ງ​ສາສະໜາ​ຄຣິສ ນິກາຍ​ຄອບ​ຕິກ ທີ່​ເປັນຜູ້​ນໍາ​ດ້ານ​ຈິດ​ໃຈ​ຂອງ​ປະຊາ​ຄົມ​ຄຣິສຕຽນ​ໃຫຍ່​ທີ່​ສຸດ​ໃນ​ພາກ​ຕາ​ເວັນ​ອອກາງ.

ສັນຕະປາປາ Shenouda ​ໄດ້​ເຖິງ​ແກ່​ມໍລະນະ​ພາບ​ໃນ​ວັນ​ເສົາ​ມື້ກ່ອນນີ້ ​ທີ່​ກຸງ​ໄຄ​ໂຣ ຮວມອາຍຸ​ໄດ້ 88 ພັນ​ສາ ຫລັງ​ຈາກ​ໄດ້​ເຈັບ​ປ່ວຍ​ເປັນ ອັນ​ທີ່​ອົງການ​ຂ່າວ​ທາງ​ການ MENA ຂອງ​ອີ​ຈິບ​ກ່າວ​ວ່າ ​ພະຍາດຕັບ​ແລະ​ປອດ​ອັກ​ເສບ​ນັ້ນ.

ພວກ​ໄວ້ອາ​ໄລ​ພາກັນ​ໄປ​ໂຮມ​ຊຸມນຸມ​ກັນ​ໃນ​ໂບດ​ໃຫຍ່ຂອງ​ສາສະໜາ Coptic ​ໃນ​ກຸງໄຄ​ໂຣ​ ເພື່ອ​ທໍາ​ການ​ສວດ​ມົນ​ພາວະນາ​ແລະ​ພະຍາຍາມ ​ຢ້ຽມ​ສົບ​ຂອງ​ສັນຕະປາປາ ຊຶ່ງ​ຫລາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າ​ດ້ວຍ​ນໍ້າ​ຕາ​ຫລັ່ງ​ໄຫລ​ອອກ​ມາ​ຢ່າງ​ເປີດ​ເຜີຍ.

ບັນດາ​ນັກ​ປະວັດ​ສາດ​ກ່າວ​ວ່າ ​ໂບດ Coptic ​ເປັນໂບດ​ທີ່​ເກົ່າ​ແກ່ທີ​ສຸດ​ ແຫ່ງ​ນຶ່ງ​ໃນ​ໂລກ ​ແລະ​ສືບ​ທອດ​ມາ​ຕັ້ງ​ແຕ່​ສະ​ໄໝ​ພະ​ອໍລະຫັນ St. Mark ທີ່ກ່າວ​ກັນ​ວ່າ​ ໄດ້​ເປັນ​ຜູ້​ນໍາເອົ​າສາ​ສະ​ໜາຄຣີສມາ​ສູ່​ອີ​ຈິບ​ໃນ​ສັດຕະວັດ​ທີນຶ່ງ​ນັ້ນ. ພວກ​ນັບຖື​ສາສະໜາ Coptic ຂອງອີ​ຈິບ​ມີ​ປະມານ 10 ​ເປີ​ເຊັນຂອງ​ຈໍານວນ​ພົນລະ​ເມືອງ​ທັງ​ໝົດ 80 ລ້ານ​ຄົນ​ຂອງປະ​ເທດ​.

ສັນ​ຕະປາປາ Shenouda ​ເກີດ​ມາ​ຊື່ Nazeer Gayed ​ໄດ້​ເຂົ້າ​ບວດ​ຮຽນເປັນ​ພະຄຣິສຕຽນ ຕັ້ງ​ແຕ່​ຍັງ​ເປັນ​ໜຸ່ມນ້ອຍ ​ແລະ​ໄດ້​ເຂົ້າ​ໄປ​ປະ​ຈໍາຢູ່​ໃນ​ວັດ ປະຕິບັດ​ທໍາ​ຢ່າງ​ເຄ່ັງ​ຄັດໃນ​ເວລາ​ຕໍ່​ມາ ​ແລະ​ໄດ້ເລືອກ​ຕັ້ງ​ໃຫ້​ເປັນ​ສັນຕະປາປາຂອງ​ສາສະໜາ Coptic ໃນ​ປີ 1971.