ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວວ່າ ສະຫະລັດຈະເອົາບາດກ້າວຕ້ານຣັດເຊຍ ຫລື ລັດຖະບານຕ່າງປະເທດໃດໆ ທີ່ພະຍາຍາມຫຍຸ້ງກ່ຽວ ກັບການເລືອກຕັ້ງສະຫະລັດ.
ປະທານາທິບໍດີໄດ້ກ່າວຕໍ່ ວິທະຍຸສາທາລະນະແຫ່ງຊາດ NPR ໃນການສຳ ພາດທີ່ຈະອອກອສກສດໃນວັນສຸກມື້ນີ້ ວ່າ “ຂ້າພະເຈົ້າຄິດວ່າ ບໍ່ມີຄວາມສົງໄສ ໃດໆທີ່ລັດຖະບານຕ່າງປະເທດ ພະຍາຍາມສ້າງຜົນກະທົບຕໍ່ການປະຕິບັດງານຢ່າງຖືກຕ້ອງໃນການເລືອກຕັ້ງຂອງພວກເຮົາ ພວກເຮົາຈຳເປັນທີ່ຈະຈັດການ ຈະປະຕິບັດງານ ແລະພວກເຮົາກໍຈະເຮັດມັນ.”
“ຈຳນວນນຶ່ງອາດຈະເປັນເລືິ້ອງທີ່ຈະແຈ້ງແລະຖືກເຜີຍແຜ່ແກ່ສາທາລະນະ ແລະຈຳນວນນຶ່ງອາດຈະບໍ່ແມ່ນ.”
ອົງການສືບລັບ CIA ໄດ້ສະຫລຸບວ່າ ພວກເຈາະຂໍ້ມູນຣັດເຊຍ ໄດ້ທັບມ້າງເຂົ້າ ສູ່ເຄຶ່ອງ ຄອມພິວເຕີຂອງພັກເດໂມແຄຣັດ ເພື່ອນຳເອົາອີແມລທີ່ອັບອາຍ ເສຍຫາຍ ອອກມາເຜີຍແຜ່ຂອງການໂຄສະນາຫາສຽງປະທານາທິບໍດີ ຂອງທ່ານນາງ Hillary Clinton ໂດຍເບິ່ງຄືວ່າ ມີຈຸດປະສົງ ທີ່ຈະຊ່ວຍພັກຣີພັບບລິກັນ ຂອງທ່ານ Donald Trump ໃຫ້ຊະນະການເລືອກຕັ້ງໃນເດືອນແລ້ວນີ້.
ບັນດາເຈົ້າໜ້າທີ່ລະດັບສູງປະຈຳທຳນຽບຂາວກ່າວວ່າ ເລື້ອງດັ່ງກ່າວເກີດຂຶ້ນບໍ່ໄດ້ປາດສະຈາກການພົວພັນຂອງປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຫລື ການຮູ້ໂດຍກົງ. ມົສກູ ເອີ້ນການກ່າວຫານີ້ວ່າ “ເປັນໜ້າຢາກຫົວ ບໍ່ມີຄວາມຈິງ.”
ປະທານາທິບໍດີໄດ້ກ່າວຕໍ່ ວິທະຍຸ NPR ວ່າຍັງມີ “ການສັ່ງຊາຫລາຍໆຢ່າງ” ທີ່ກຳລັງດຳເນີນໂດຍບັນດາອົງການສືບລັບ ແລະທ່ານຍັງລໍຖ້າລາຍງານຫລ້າສຸດທີ່ວ່າ ແມ່ນໃຜໄດ້ພົວພັນ ແລະເປັນຫຍັງເຂົາເຈົ້າຈຶ່ງເຮັດ.”
ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວລະຫວ່າງາຍງານປະຈຳວັນ.
“ແຕ່ວ່ານັ້ນບໍ່ໄດ້ຫັນເຫອອກຈາກຈຸດພື້ນຖານ ລະຫວ່າງການເລືອກຕັ້ງທີ່ເຫັນວ່າຖືກຕ້ອງ ຄວາມຈິງແລ້ວອັນທີ່ຣັດເຊຍ ບຸກເຂົາລັກຂໍ້ມູນ ນັ້ນແມ່ນໄດ້ສ້າງບັນຫາເພີ້ມຂຶ້ນແກ່ການໂຄສະນາຫາສຽງຂອງທ່ານນາງ Clinton ຫລາຍກວ່າການໂຄສະນາຫາສຽງຂອງທ່ານ Trump.”
ທ່ານນາງ Kellyanne Conway ຜູ້ບໍລິຫານໂຄສະນາຫາສຽງ ແລະທີ່ປຶກສາສູງສຸດ ຂອງທ່ານ Donald Trump.
ທ່ານ Trump ເຖິງຢ່າງໃດກໍດີ ໄດ້ຖາມໃນຂໍ້ຄວາມ Twitter ວ່າ“ຖ້າຫາກຣັດເຊຍ ຫລື
ຜູ້ໃດຜູ້ນຶ່ງໄດ້ທັບມ້າງ ຫຼືລັກຂະໂມຍເຈາະຂໍ້ມູນແລ້ວ ເປັນຫຍັງ ທາງທຳນຽບຂາວ ຈຶ່ງລໍຖ້າດົນນານແທ້ ທີ່ກ່າວເຖິງເລື້ອງນີ້? ເປັນຫຍັງເຂົາເຈົ້າຕິຕຽນຫລັງຈາກທ່ານນາງ Hillary ໄດ້ເສຍໄຊ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Obama Russia Hacking