ປ. ໂອບາມາ ເຕືອນກ່ຽວກັບ ໄພຂົ່ມຂູ່ ຈາກ ນິວເຄລຍ ຂອງ ພວກກໍ່ການຮ້າຍ

Your browser doesn’t support HTML5

ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ກ່າວໃນຄຳ​ປາ​ໄສປະ​ຈຳ​ສັບປະດາຂອງ ທ່ານໃນວັນ​ເສົາ​ມື້ນີ້ວ່າ ຍັງ​ບໍ່​ມີ​ກຸ່ມ​ກໍ່​ການ​ຮ້າຍ​ໃດໆ​ເທື່ອປະສົບ​ຄວາມ​ສຳ​ເລັດໃນ​ການ​ໄດ້ ຮັບ​ອຸບປະກອນ​ນິວ​ເຄລຍ ຫຼື​ສາມາດ​ຜະລິດລະເບີດ ​ທີ່ໃຊ້​ວັດ​ຖຸ ທີ່​ມີກຳ​ມັນ​ຕະພາບ​ລັງສີ ແຕ່ກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ ​ເຄີຍ​ພະຍາຍາມ​ມາ​ແລ້ວ.

ປະທານາທິບໍດີ​ໂອ​ບາ​ມາໄດ້​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ ຈາກ​ການ​ປະຊຸມ​ສຸດ​ຍອດວ່າ​ດ້ວຍ ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄລຍບ່ອນ​ທີ່​ພວກ​ຜູ້ນຳ​ຂອງ​ໂລກ​ໄດ້​ມ​າ​ເຕົ້າ​ໂຮມກັນເພື່ອ​ປຶກສາ ຫາລື ​ໃນ​ສິ່ງ​ທີ່​ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ເປັນ​ນຶ່ງ​ໃນ​ໄພ​ຂົ່ມຂູ່ ​ທີ່​ໃຫຍ່ທີ່​ສຸດ​ ຕໍ່​ຄວາມ​ໝັ້ນຄົງ ຂອງ​ໂລກ ນັ້ນກໍ​ຄື​ກຸ່ມ​ກໍ່​ການ​ຮ້າຍ​ສາມາດ​ໄດ້​ຮັບ​ອາວຸດ​ທີ່​ມີອະນຸ​ພາບ​ຮ້າຍ​ແຮງ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ໂລກ ​ທີ່​ຈະ​ຍຸຕິ​ບໍ່​ໃຫ້​ພວກ​ກໍ່ ການ​ຮ້າຍ ​ແລະ​ກຸ່ມ​ອື່ນໆ ນຳ​ໃຊ້​ອາວຸດນິວ​ເຄລຍນັ້ນ ແນ່ນອນ​ຍັງ​ບໍ່​ທັນ​ສຳ​ເລັດ​ເສັດ​ສິ້ນ ເທື່ອ.

ທ່ານ​ໂອ​ບາ​ມາ ມ້ວນທ້າຍ​ກອງ​ປະຊຸມ​ສຸດ​ຍອດ ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄລຍ ທີ່ ນະຄອນຫຼວງ​ວໍ​ຊິງ​ຕັນ​ໃນ​ວັນ​ສຸກ​ວານ​ນີ້ໂດຍ​ກ່າວ​ວ່າພວກ​ຜູ້ນຳ​ຂອງໂລກ​ໄດ້​ສ້າງ​ຄວາມ ກ້າວໜ້າ ​ທີ່​ສຳຄັນ​ ແລະ​ຢ່າງ​ມີ​ຄວາມ​ໝາຍ ​ໃນ​ຮອບ​ຫົກ​ປີ​ທີ່​ຜ່ານມາ​ໃນ​ການ​ຄຸ້ມ​ຄອງ​ວັດ ຖຸນິວ​ເຄລຍ​ໃຫ້​ມີ​ຄວາມ​ປອດ​ໄພ.

ທ່ານ​ກ່າວ​ວ່າ ວັດຖຸ​ທີ່​ສາມາດ​ນຳ​ໄປ​ສ້າງ​ອາວຸດ​ໄດ້ 150 ລູກ​ເວລາ​ນີ້ມີ​ຄວາມ​ປອດ​ໄພບໍ່ ໃຫ້​ພວກ​ກໍ່​ການ​ຮ້າຍ ​ເຂົ້າ​ໄປ​ເຖິງ​ໄດ້. ແຕ່​ຂະນະ​ດຽວ​ກັນ ທ່ານ​ກໍ​ກ່າວວ່າ ຄັງອາວຸດ​ນິວ ເຄລຍ​ຢູ່​ໃນ​ບາງ​ປະ​ເທດ​ ພວມ​ມີ​ການ​ຂະຫຍາຍຕົວ ​ແລະ​ການ​ເກັບ​ສະ​ສົມ ​ທາດ​ປລູ​ໂຕ ນຽມ​ພວມເພີ້ມທະວີຂຶ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ແລະ​ຜູ້ນຳ​ຂອງ 50 ກວ່າ​ປະ​ເທດ​ໃນ​ໂລກທີ່​ໂຮມ​ຊຸມນຸມ​ກັນ ຢູ່ນະຄອນຫລວງວໍ​ຊິງ​ຕັນ ແມ່ນ​ເຫັນ​ພ້ອມ​ນຳ​ກັນ​ທີ່​ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ເພີ້ມຕື່ມ ​ໃຫ້ ແກ່ສະຖານ​ທີ່​ນິວ​ເຄລຍຕ່າງໆບໍ່​ໃຫ້​ຖືກ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດແລະ​ປັບປຸງ​ໃນ​ການ​ແບ່ງ ປັນ​ຂໍ້​ມູນ​ສືບ​ລັບ ​ເພື່ອ​ສືບ​ຕໍ່​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ວັດຖຸທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ດັ່ງ ກ່າວ​ນີ້ ບໍ່​ໄດ້​ຕົກ​ໄປ​ຢູ່​ໃນ​ກຳມື​ຂອງ​ພວກ​ກໍ່​ການຮ້າຍ​ຕ່າງໆ​ເຊັ່ນ​ກຸ່ມ​ລັດ​ອິສລາມ​ເປັນຕົ້ນ.

ທ່ານ​ໂອ​ບາ​ມາ​ ກ່າວ​ວ່າ ມີ​ສິບ​ກວ່າ​ປະ​ເທດ​ ໄດ້​ທຳລາຍ​ທາດ​ຢູ​ເຣນຽມ​ທີ່​ກັ່ນ​ແລ້ວ​ ໃນ​ລະ ດັບສູງ​ແລະ​ທາດ​ປລູ​ໂຕ​ນຽມ​ທີ່​ມີ​ຢູ່ທັງ​ໝົດຂອງຕົນຊຶ່ງ​ເປັນ​ອົງ​ປະກອບ​ທີ່ຈຳ​ເປັນ​ໃນ​ການ​ສ້າງ​ອາວຸດ​ນິວ​ເຄລຍນັ້ນ.

Your browser doesn’t support HTML5

Nuclear Security Summit