ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາເດີນທາງໄປ
ຮອດເກົາຫລີໃຕ້ແລ້ວຊຶ່ງເປັນບ່ອນຢຸດແວ່ແຫ່ງທີ 2 ໃນການ
ຢ້ຽມຢາມເອເຊຍ ດ້ວຍການເຕືອນເກົາຫຼີເໜືອ ກ່ຽວກັບການ ທົດລອງອາວຸດນິວເຄລຍເທື່ອທີສີ່.
ໃນການໃຫ້ສຳພາດແກ່ໜັງສືພິມ JoongAng Ilbo ຂອງເກົາ
ຫລີໃຕ້ທີ່ພິມເຜີຍແຜ່ ກ່ອນທ່ານເດີນທາງໄປຮອດປະເທດດັ່ງ
ກ່າວພຽງເລັກນ້ອຍ ໃນວັນສຸກມື້ນີ້ ທ່ານໂອບາມາເວົ້າວ່າ ຖ້າ ເກົາຫລີເໜືອຫາກຈະເຮັດຄວາມຜິດພາດໃນການພົວພັນກັບ ການທົດລອງນິວເຄລຍອີກຄັ້ງນຶ່ງແລ້ວນັ້ນປະເທດດັ່ງກ່າວກໍ
ຄວນທີ່ຈະຄາດຫວັງໄດ້ເລີຍວ່າ ຈະໄດ້ຮັບການຕອບໂຕ້ຢ່າງ
ແຂງຂັນຈາກປະຊາຄົມນາໆຊາດ.
ໃນກອງປະຊຸມຖະແຫລງຂ່າວຮ່ວມກັນກັບປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park
Guen-hye ໃນວັນສຸກມື້ນີ້ ປະທານາທິບໍດີໂອບາມາເວົ້າວ່າ ຄວາມໝາຍໝັ້ນຂອງອາ ເມຣິກາຕໍ່ເກົາຫຼີໃຕ້ຈະບໍ່ມີການທອດຖິ້ມ ແລະສະຫະລັດກັບເກົາຫລີໃຕ້ຈະຢືນຄຽງບ່າ ຄຽງໄຫລ່ ເພື່ອຕ້ານການທ້າທາຍເກາະຜິດຂອງເກົາຫລີເໜືອ.
ນອກນັ້ນຜູ້ນຳຂອງສະຫະລັດຍັງໄດ້ສະແດງຄວາມເສົ້າສະຫລົດໃຈຕໍ່ບັນດາຄອບຄົວ
ຂອງພວກເດັກນ້ອຍນັກຮຽນຫລາຍຮ້ອຍຄົນ ທີ່ໄດ້ເສຍຊີວິດ ຍ້ອນອຸປະຕິດເຫດເຮືອ ໂດຍສານຫລົ້ມ ໃນສັບປະດາແລ້ວນີ້.
ກ່ອນທ່ານໂອບາມາມ້ວນທ້າຍການຢ້ຽມຢາມປະເທດຍີ່ປຸ່ນເປັນເວລາສອງມື້ ໃນຕອນ ເຊົ້າຂອງວັນສຸກມື້ນີ້ ປະເທດທັງສອງໄດ້ອອກຖະແຫລງການຮ່ວມ ສະບັບນຶ່ງ ກ່ຽວກັບ ເລື່ອງຄວາມໝັ້ນຄົງແລະການຄ້າ. ປະເທດທັງສອງເວົ້າວ່າ ພວກຕົນມີຄວາມວິຕົກກັງ ວົນຮ່ວມກັນ ເປັນທີ່ສຸດ ກ່ຽວກັບເຂດປ້ອງກັນທາງອາກາດ ຂອງຈີນ ໃນທະເລຈີນຕາ ເວັນອອກແຕ່ກໍໃຫ້ການຢືນຢັນອີກຄັ້ງນຶ່ງກ່ຽວກັບຜົນປະໂຫຍດໃນການເສີມສ້າງຄວາມ ສຳພັນແບບໃຫ້ດອກອອກຜົນກັບປັກກິ່ງ.
ລຸນຫລັງການພົບປະກັນ ກັບນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe ທີ່ນະຄອນ ຫຼວງໂຕກຽວໃນວັນພະຫັດວານນີ້ ປະທານາທິບໍດີໂອບາມາ ໄດ້ກ່າວຢ່າງເປັນການຈະ ແຈ້ງວ່າ ໝູ່ເກາະ Senkaku ແມ່ນນອນຢູ່ພາຍໃຕ້ສົນທິສັນຍາທີ່ບັງຄັບໃຫ້ສະຫະລັດ ຕ້ອງໄດ້ປົກປ້ອງຍີ່ປຸ່ນ ຖ້າຫາກຖືກໂຈມຕີ. ປັກກິ່ງກໍໄດ້ອ້າງກຳມະສິດເອົາໝູ່ເກາະດັ່ງ ກ່າວ ຊຶ່ງຮູ້ກັນໃນນາມໝູ່ເກາະຕຽວອີ ໃນປະເທດຈີນນັ້ນ.
ຫລັງຈາກຢ້ຽມຢາມເກົາຫຼີໃຕ້ ເປັນເວລາ 2 ມື້ແລ້ວ ປະທານາທິບໍດີໂອບາມາກໍຈະມຸ້ງ ໜ້າໄປຍັງມາເລເຊຍ ບ່ອນທີ່ທ່ານຈະເຈລະຈາຫາລື ແລະໄປຮ່ວມ ງານລ້ຽງຕ້ອນຮັບ ຢ່າງເປັນທາງການ ຂອງນາຍົກລັດຖະມົນຕີ Najib Razak. ທ່ານຈະເປັນປະທານາ ທິບໍດີທີ່ຍັງຢູ່ໃນຕຳແໜ່ງຄົນທຳອິດຂອງສະຫະລັດທີ່ຈະເດີນທາງໄປຢ້ຽມຢາມປະເທດ ມາເລເຊຍນັບຕັ້ງແຕ່ປະທານາທິບໍດີ Lyndon Johnson ໄດ້ໄປຢ້ຽມຢາມປະເທດດັ່ງ ກ່າວໃນປີ 1966.
ບ່ອນຢຸດແວ່ແຫ່ງສຸດທ້າຍຂອງທ່ານໂອບາມາກໍຈະແມ່ນຟີລິບປິນຊຶ່ງກໍເປັນອີກປະເທດ ນຶ່ງທີ່ພົວພັນກັບບັນຫາຂັດແຍ້ງໃນເລື່ອງເຂດນ້ຳແດນດິນກັບຈີນແລະໄດ້ລົງເລິກການ ຮ່ວມມືທາງດ້ານທະຫານ ກັບສະຫະລັດ ອັນເປັນຜົນເນື່ອງມາຈາກເຫດການດັ່ງກ່າວ.
ນີ້ແມ່ນ ການເດີນທາງໄປຢ້ຽມຢາມເອເຊຍ ຄັ້ງທີ 5 ຂອງທ່ານໂອບາມາ ນັບຕັ້ງແຕ່ໄດ້ ເຂົ້າຮັບຕຳແໜ່ງ ໃນປີ 2009. ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ຂົງເຂດປາຊີ ຟິກເປັນຂົງເຂດທີ່ມີຄວາມສຳຄັນຢ່າງຮີບດ່ວນທັງທາງດ້ານເສດຖະກິດ ການທູດແລະ ທະຫານ ສຳລັບສະຫະລັດ.

Your browser doesn’t support HTML5
OBAMA ASIA VOSOTVO

US OBAMA JAPAN STATE DINNER SOTVO
ຫລັງຈາກຢ້ຽມຢາມເກົາຫຼີໃຕ້ ເປັນເວລາ 2 ມື້ແລ້ວ ປະທານາທິບໍດີໂອບາມາກໍຈະມຸ້ງ ໜ້າໄປຍັງມາເລເຊຍ ບ່ອນທີ່ທ່ານຈະເຈລະຈາຫາລື ແລະໄປຮ່ວມ ງານລ້ຽງຕ້ອນຮັບ ຢ່າງເປັນທາງການ ຂອງນາຍົກລັດຖະມົນຕີ Najib Razak. ທ່ານຈະເປັນປະທານາ ທິບໍດີທີ່ຍັງຢູ່ໃນຕຳແໜ່ງຄົນທຳອິດຂອງສະຫະລັດທີ່ຈະເດີນທາງໄປຢ້ຽມຢາມປະເທດ ມາເລເຊຍນັບຕັ້ງແຕ່ປະທານາທິບໍດີ Lyndon Johnson ໄດ້ໄປຢ້ຽມຢາມປະເທດດັ່ງ ກ່າວໃນປີ 1966.
ບ່ອນຢຸດແວ່ແຫ່ງສຸດທ້າຍຂອງທ່ານໂອບາມາກໍຈະແມ່ນຟີລິບປິນຊຶ່ງກໍເປັນອີກປະເທດ ນຶ່ງທີ່ພົວພັນກັບບັນຫາຂັດແຍ້ງໃນເລື່ອງເຂດນ້ຳແດນດິນກັບຈີນແລະໄດ້ລົງເລິກການ ຮ່ວມມືທາງດ້ານທະຫານ ກັບສະຫະລັດ ອັນເປັນຜົນເນື່ອງມາຈາກເຫດການດັ່ງກ່າວ.
ນີ້ແມ່ນ ການເດີນທາງໄປຢ້ຽມຢາມເອເຊຍ ຄັ້ງທີ 5 ຂອງທ່ານໂອບາມາ ນັບຕັ້ງແຕ່ໄດ້ ເຂົ້າຮັບຕຳແໜ່ງ ໃນປີ 2009. ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ຂົງເຂດປາຊີ ຟິກເປັນຂົງເຂດທີ່ມີຄວາມສຳຄັນຢ່າງຮີບດ່ວນທັງທາງດ້ານເສດຖະກິດ ການທູດແລະ ທະຫານ ສຳລັບສະຫະລັດ.
President Obama's Trip to Asia