ປ. ໂອບາມາ ເຕືອນຈີນ ເລື້ອງພວກນັກສືບ ບັງຄັບ ຊາວຈີນ ທີ່ຫຼົບໜີ ກົດໝາຍ ໃຫ້ກັບຄືນປະເທດ

ປະທານາທິບໍດີ Barack Obama, ຊ້າຍ, ສຳພັດມືກັບ ປະທານປະເທດຈີນ ທ່ານ Xi Jinping.

ສະຫະລັດ ອາ​ເມຣິກາ ຍັງເນັ້ນ​ໜັກ​ວ່າ ບັນດາ​ນັກ​ສືບ​ຈີນ ​ທີ່​ຖືກ
ສົ່ງ​ມາ​ປະ​ຕິ​ບັດ​ງານ​ຢູ່ ສຫລ ​ແລະ​ກົດ​ດັນ​ໃຫ້​ຊາວ​ຈີນ ທີ່​ລົບໜີ​
ໃຫ້​ກັບ​ຄືນ​ປະ​ເທດ​ນັ້ນ​ຕ້ອງ​ຢຸດ​ເຊົາ.

ກະຊວງ​ຕ່າງປະ​ເທດ ສະຫະລັດ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ປະຕິ​ເສດ
​ກ່າວ​ໂດຍ​ກົງ​ກ່ຽວ​ກັບ​ການ​ກ່າວ​ຫາ​ ທີ່​ໄດ້​ລາຍ​ງານ​ເທຶ່ອທຳ​ອິດ
​ໃນ ໜັງສື​ພິມ New York Times ​ແຕ່ເວົ້າເປັນ​ທີ່​ແຈ້ງ​ຂາວ​ວ່າ
ກິດຈະການ​ດັ່ງກ່າວ ບໍ່​ໄດ້​ອະນຸຍາດ​ໂດຍ ປາດ​ສະ​ຈາກ​ການ
​ເຕືອນໃຫ້ ​ ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາຊາບ.

ທ່ານ John Kirby ​ໂຄສົກ ກະຊວງ​ຕ່າງປະເທດ ສະຫະລັດ
ກ່າວ​ວ່າ “ຄວາມຈິງ​ແລ້ວ ມັນເປັນ​ການກະທຳ​ຜິດ ພາຍ​ໃຕ້​ກົດໝາຍ​ ສຫລ ສຳລັບ​ສ່ວນ​ບຸກຄົນ ນອກ​ເໜືອ​ໄປ​ຈາກການ​ທູດ ຫລື ຫ້ອງການ​ກົງສຸນ​ການ​ທູດ ຕາງໜ້າ​ຢູ່​ໃນ ສະຫະ
ລັດ ​ເຮັດ​ໜ້າ​ທີ່​ຜູ້​ພິທັກ​ສັນຕິ​ລາດ ຂອງ​ຕ່າງປະ​ເທດ ທີ່​ມີ​ອຳນາດ ປາດ​ສະ​ຈາກ​ການ​ເຕືອນ​ໃຫ້​ຊາບ.”

ທ່ານ​ກ່າວ​ວ່າ ສະຫະລັດ ​ແລະ​ຈີນ ສົນທະນາ​ກັນ​ເປັນ​ປະຈຳ ກ່ຽວ​ກັບ​ອັນ​ທີ່​ທ່ານ​ຮ້ອງ​ວ່າ “ເປັນເລື້ອງທີ່ມີຄວາມເປັນຫ່ວງນຳກັນ ຮວມທັງບັນດາຜູ້ລົບໜີ ກົດໝາຍແລະຕ້ານການ
ສໍ້ລາດບັງຫລວງ” ຜ່ານ ການ​ຮວມງານ​ຂອງສະຫະລັດ-ຈີນ ​ໃນການບັງຄັບກົດໝາຍ.

ກະຊວງຍຸຕິທຳ ສຫຣ ໄດ້ອອກຄຳເຕືອນ ໃນວັນຈັນວານນີ້ ກ່ຽວກັບການ ປະຕິບັດງານ
ສືບລັບໃດໆຂອງຈີນ.

ໂຄສົກ ທ່ານ Mac Raimondi ກ່າວວ່າ “ຖ້າຫາກກິດຈະການປະຕິບັດງານດ່ັງກ່າວບໍ່
ລາຍງານ​ໃຫ້​ຊາບ ເກີດຂື້ນຢູ່ໃນດິນແດນ ສະຫະລັດ ພວກເຮົາຈະບັງຄັບກົດໝາຍ
ຢ່າງແຮງ.”

ໃນຕອນເຊົ້າວວັນຈັນວານ​ນີ້ ສື່ລັດຖະບານຈີນ ໄດ້ຕິຕຽນການເຄື່ອນໄຫວຂອງ ວໍຊິງຕັນ ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ ສະຫະລັດ “ສະແດງຄວາມຈິງໃຈ ໃນການຕ້ານ ການສໍ້
ລາດ
ບັງຫລວງ ກັບຈີນ.”

ຂໍ້ຄິດເຫັນຈາກ ອົງການຂ່າວ Xinhua ຍັງກ່າວວ່າ ສະຫະລັດ ສັ່ງໃຫ້ບັນດາ ນັກສືບຈີນ ທີ່ພົວພັນກັບ ການໂຄສະນາຕ້ານສໍ້ລາດບັງຫລວງຢູ່ໃນປະເທດ ທີ່ຮູ້ວ່າ “ການປະຕິບັດ
ງານ Fox Hunt” ນັ້ນ “ເປັນທີ່ໜ້າເສຍໃຈ.”