ສະພາຕ່ຳ ອະນຸມັດ ຮ່າງກົດໝາຍ ເພື່ອຍັບຢັ້ງ ແຜນການ ຮັບເອົາ ອົບພະຍົບ ຈາກ ຊີເຣຍ ແລະ ອີຣັກ

Your browser doesn’t support HTML5

ສະພາຕ່ຳທ້າທາຍທ່ານ ໂອບາມາ ໂດຍການຮັບຮອງເອົາຮ່າງກົດໝາຍເພື່ອລະງັບການຮັບເອົາອົບພະຍົບຈາກ ອີຣັກ ແລະ ຊີເຣຍ.

ສະພາຕ່ຳທີ່ຄວາມຄຸມໂດຍພັກ ຣີພັບບລີກັນ ໄດ້ລົງຄະແນນສຽງ​ໃນວັນພະຫັດ ວານນີ້ ເພື່ອຍືດແຜນການຕັ້ງຖິ່ນຖານຂອງ​ພວກ ອົບພະຍົບຈາກ ອີຣັກ ແລະ ຊີເຣຍ ໃນ ສະຫະລັດ ​ໃນປີໜ້າທີ່ຈະ ມາເຖິງນີ້ຂອງປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ, ແຕ່ທ່ານໄດ້ໃຫ້ຄຳສັນຍາວ່າຈະໃຊ້ອຳນາດໃນການຍັບ ຢັ້ງຕໍ່ມາດ ຕະການດັ່ງກ່າວຖ້າສະມາຊິກສະພາຜ່ານ ຮ່າງກົດໝາຍດັ່ງກ່າວ.

ທ່ານ ໂອບາມາ ໄດ້ໃຫ້ສັນຍານວ່າ ທ່ານຄາດວ່າແຜນການຕັ້ງຖິ່ນ ຖານໃໝ່ຂອງ ທ່ານຈະກ້າວໄປຂ້າງໜ້າ.

ທ່ານໄດ້ກ່າວໃນຂະນະເຂົ້າຮ່ວມໃນກອງປະຊຸມການຮ່ວມມືທາງດ້ານເສດຖະກິດ ເອເຊຍ ປາຊີຟິກ ຫຼື APEC ໃນນະຄອນຫຼວງ ມະນິລາ ວ່າ “ຄວາມຄາດຫວັງຂອງຂ້າພະເຈົ້າ ແມ່ນ, ຫຼັງຈາກໄດ້ເວົ້າຊຳ້ແລ້ວຊຳ້ອີກ ປະຊາຊົນດັ່ງກ່າວນັ້ນຈະໄດ້ຕັ້ງຖິ່ນຖານ ຢ່າງຖາວອນ, ລອງກວດເບິ່ງຄວາມຈິງເບິ່ງ ແລະ ພວກເຮົາກໍຈະສາມາດດຳ​ເນີນ​ຕາມ​ຂັ້ນ​ຕອນຕໍ່ໄປໄດ້.”

Your browser doesn’t support HTML5

Ryan, Pelosi Address US Syrian Refugee House Bill

ສະພາຕ່ຳໄດ້ລົງຄະແນນສຽງ 289 ຕໍ່ 137 ພ້ອມກັບສະມາຊິກພັກ ຣີພັບບລີກັນ ສ່ວນໃຫຍ່ ແລະ ກຸ່ມພັກເດໂມແຄຣັດຂອງທ່ານ ໂອບາມາ ທີ່ໃຫຍ່ພໍສົມຄວນ ໄດ້ລົງຄະແນນສຽງເພື່ອ ບັງຄັບການກວດກາທີ່ເຄັ່ງຄັດຂຶ້ນຕື່ມຕໍ່ປະຊາຊົນ ອີຣັກ ແລະ ຊີເຣຍ ທີ່ເຂົ້າມາໃນສະຫະລັດ. ໂຊກຊາຕາຂອງການອອກກົດໝາຍໃນ ສະພາສູງແມ່ນຍັງບໍ່ທັນແນ່ນອນເທື່ອ.

ສະມາຊິກສະພາບາງຄົນໄດ້ສະແດງຄວາມເປັນຫ່ວງວ່າພວກກໍ່ການຮ້າຍຈາກ ຊີເຣຍ ແລະ ອີຣັກ ຈະເຂົ້າມາໃນປະເທດຕິດຕາມພວກອົບພະຍົບ ແລະ ດຳເນີນ ການໂຈມຕີໃນ ສະຫະ ລັດ, ຂຶ່ງ​ເປັນ ກໍລະນີຄ້າຍຄືກັນກັບໃນນະຄອນຫຼວງ ປາຣີ ວັນສຸກທີ່ຜ່ານມາ.

ທ່ານປະທານາທິບໍດີໄດ້ກ່າວວ່າ ພວກອົບພະຍົບຈະຕ້ອງຜ່ານຂັ້ນຕອນກວດກາທີ່ “ເຂັ້ມ ງວດ” ກ່ອນຖືກອະນຸຍາດໃຫ້ເຂົ້າມາໃນປະເທດ ແລະ ຍົກເລີກການອ້າງອີງວ່າ ພວກເຂົາ ເຈົ້າເປັນ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຢ່າງໃຫຍ່ຫຼວງ.

ທ່ານ ໂອບາມາ ໄດ້ໂຕ້ຖຽງວ່າ “ແນວຄິດທີ່ວ່າພວກເຂົາເຈົ້າເປັນໄພຂົ່ມຂູ່ຫຼາຍ ກວ່າ ນັກທ່ອງ ທ່ຽວຫຼາຍຄົນທີ່ຫຼັ່ງໄຫຼເຂົ້າໃນ ສະຫະລັດ ທຸກໆມື້ແມ່ນບໍ່ເຂົ້າເລື່ອງກັບ ຄວາມເປັນຈິງ.”

Your browser doesn’t support HTML5

Congress Syria Refugees