ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ເດີນ
ທາງອອກຈາກອັຟການິສຖານ ຫຼັງຈາກສ້າງຄວາມແປກໃຈ
ໃຫ້ແກ່ບັນດາທະຫານອາເມຣິກັນ ດ້ວຍການຢ້ຽມຢາມ ເປັນ
ເວລາ 4 ຊົ່ວໂມງ ເນື່ອງໃນອາທິດ ຂອງວັນລະລຶກເຖິງ ທະຫານ
ຜ່ານເສິກນັ້ນ.
ທ່ານໄດ້ກ່າວຄຳປາໄສໃນທ້າຍວັນອາທິດ ຢູ່ທີ່ ຄ້າຍເດີ່ນບິນ
Bagram Airfield ແລະໄດ້ບອກບັນດາທະຫານວ່າ ທ່ານມີ
ຄວາມຮູ້ສຶກຂອບໃຈ ສຳລັບການປະຕິບັດໜ້າທີ່ ຂອງພວກ
ເຂົາເຈົ້າ ທ່ານເອີ້ນພວກເຂົາເຈົ້າວ່າເປັນ “ວິລະບຸຣຸດ ຢ່າງ
ແທ້ຈິງ”.
ທ່ານ ໂອບາມາ ເວົ້າວ່າ ພວກເຂົ້າໄດ້ປະຕິບັດໜ້າທີ່ ໃນອັຟການິສຖານ ຢ່າງຄົບຖ້ວນ ແລະໄດ້ຂ້າພວກຜູ້ນຳຂອງ Al-Qaida ຢູ່ໃນເຂດຊົນເຜົ່າຕ່າງໆ ຫັນປ່ຽນກຳລັງເຄື່ອນໄຫວຂອງພວກ Taliban ແລະ ປົກປ້ອງຊີວິດປະຊາຊົນທີ່ຢູ່ທາງບ້ານດ້ວຍການສະກັດກັ້ນການໂຈມຕີ ຕ່າງໆຈາກຂົງເຂດດັ່ງກ່າວ.
ທ່ານ ເວົ້າຕື່ມວ່າ ທ່ານຫວັງວ່າ ຂໍ້ຕົກລົງຄວາມໝັ້ນຄົງ ລະຫວ່າງ ສະຫະລັດກັບອັຟການ ຈະໄດ້ຖືກລົງນາມໂດຍທັນທີ ໃນເມື່ອປະທານາທິບໍດີຜູ້ໃໝ່ໄດ້ຮັບການແຕ່ງຕັ້ງເປັນທາງການ.
ກ່ອນ ທີ່ຈະເດີນທາງ ອອກຈາກອັຟການິສຖານ ທ່ານ ໂອບາມາ ຮຽກຮ້ອງເຖິງ ປະທານາທິບໍດີ ທ່ານ Hamid Karzai ເພື່ອຍ້ອງຍໍຜົນສຳເລັດຂອງກອງກຳລັງຮັກສາຄວາມປອດໄພຕ່າງໆ ແລະ ຜົນສຳເລັດຂອງການເລືອກຕັ້ງ ປະທານາທິບໍດີ ໃນຄັ້ງທຳອິດ ແລະ ສະແດງການສະໜັບສະໜຸນ ສຳລັບຂະບວນການເຈລະຈາ ປະນີປະນອມ ການນຳຂອງ ອັຟການ ກັບ Taliban.

ປ. ໂອບາມາ ໄດ້ຖືກຕ້ອນຮັບ ໂດຍເອກອັກຄະລັດຖະທູດ ປະຈຳ ອັຟການິສຖານ ທ່ານ James Cunningham ແລະ ນາຍພົນ Joseph Dunfore ຜູ້ບັນຊາການ ກຳລັງ ຮັກສາຄວາມປອດໄພ ນາໆຊາດ.
ທ່ານ ໂອບາມາ ເວົ້າວ່າ ພວກເຂົ້າໄດ້ປະຕິບັດໜ້າທີ່ ໃນອັຟການິສຖານ ຢ່າງຄົບຖ້ວນ ແລະໄດ້ຂ້າພວກຜູ້ນຳຂອງ Al-Qaida ຢູ່ໃນເຂດຊົນເຜົ່າຕ່າງໆ ຫັນປ່ຽນກຳລັງເຄື່ອນໄຫວຂອງພວກ Taliban ແລະ ປົກປ້ອງຊີວິດປະຊາຊົນທີ່ຢູ່ທາງບ້ານດ້ວຍການສະກັດກັ້ນການໂຈມຕີ ຕ່າງໆຈາກຂົງເຂດດັ່ງກ່າວ.
ທ່ານ ເວົ້າຕື່ມວ່າ ທ່ານຫວັງວ່າ ຂໍ້ຕົກລົງຄວາມໝັ້ນຄົງ ລະຫວ່າງ ສະຫະລັດກັບອັຟການ ຈະໄດ້ຖືກລົງນາມໂດຍທັນທີ ໃນເມື່ອປະທານາທິບໍດີຜູ້ໃໝ່ໄດ້ຮັບການແຕ່ງຕັ້ງເປັນທາງການ.
ກ່ອນ ທີ່ຈະເດີນທາງ ອອກຈາກອັຟການິສຖານ ທ່ານ ໂອບາມາ ຮຽກຮ້ອງເຖິງ ປະທານາທິບໍດີ ທ່ານ Hamid Karzai ເພື່ອຍ້ອງຍໍຜົນສຳເລັດຂອງກອງກຳລັງຮັກສາຄວາມປອດໄພຕ່າງໆ ແລະ ຜົນສຳເລັດຂອງການເລືອກຕັ້ງ ປະທານາທິບໍດີ ໃນຄັ້ງທຳອິດ ແລະ ສະແດງການສະໜັບສະໜຸນ ສຳລັບຂະບວນການເຈລະຈາ ປະນີປະນອມ ການນຳຂອງ ອັຟການ ກັບ Taliban.
Your browser doesn’t support HTML5
ເບິ່ງວີດີໂອເລື້ອງນີ້.