ປ. ໂອບາມາ ໃຊ້ສິດຢັບຢັ້ງ ຮ່າງກົດໝາຍ ທີ່ຈະລົບລ້າງ ປະກັນໄພສຸຂະພາບ ລາຄາຖືກ

ປະທານາທິບໍດີ Barack Obama ກ່າວຕໍ່ຄະນະບໍລິຫານ ທີ່ທຳນຽບຂາວ ໃນນະຄອນຫລວງວໍຊິງຕັນ ເມື່ອທີ 12 ທັນວາ 2015.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຊ້ສິດ
​ຢັບຢັ້ງຫຼືວີ​ໂຕ້ ຮ່າງ​ກົດໝາຍ​ທີ່​ຈະ​ລົບລ້າງພາກສ່ວນ​ໃຫຍ່ ​ຂອງ​
ປະກັນໄພສຸຂະພາບ​ລາຄາ​ຖືກ ທີ່​ເປັນ​ລາຍ​ເຊັນ​ຂອງ​ທ່ານ ​ໃນ​
ການ​ບັນລຸ​ຄວາມ​ສຳ​ເລັດ ​ຢູ່​ພາຍໃນ​ປະ​ເທດ ຊຶ່ງ​ເປັນ​ທີ່​ຮູ້ກັນ​ໃນ​
ອີກຊື່​ງນຶ່ງ​ວ່າ Obamacare ນັ້ນ. ຮ່າງ​ກົດໝາຍນີ້ ຍັງ​ຈະບໍ່​ໃຫ້
ທຶນ​ ແກ່ອົງການ​ວາງ​ແຜນ​ຄອບຄົວ​ຕ່າງໆ​ທີ່​ເຮັດ​ວຽກ​ກ່ຽວ​ກັບ
​ການ​ຄຸມ​ກຳ​ເນີ​ດນຳ​ດ້ວຍ.

ທ່ານ Obama ກ່າວ​ຢູ່ໃນຖ​ະ​ແຫລ​ງຂ່າວວ່າ “​ເພາະວ່າ​ຄວາມ​
ເສຍ​ຫາຍ ຂອງ​ຮ່າງ​ກົດໝາຍ​ນີ້ ຈະກໍ່​ໃຫ້​ເກີດ​ຕໍ່ສຸ​ຂະພາ​ບ ​ແລະ
​ຄວາ​ມປອດ​ໄພ ​ດ້ານ​ການ​ເງິນ​ຂອງ​ຊາວ​ອາ​ເມຣິກັນຫລາຍ​ລ້ານ
​ຄົນ ມັ​ນສົມຄວນ​ແລ້ວທີ່ຂ້າພ​ະ​ເຈົ້າຕ້ອງ​ໃຊ້​ສິດ​ຢັບຢັ້ງ.”

ຖະ​ແຫລງຂ່າວກ່າວ​ຕໍ່​ໄປ​ອີກ​ວ່າ “ກົດໝາຍປະກັນ​ໄພສຸຂະພາບລາຄາ​ຖືກ ​ໄດ້ ກຳນົດ​ກົດ​ລະບຽບ​ຕ່າງໆ​ທີ່​ຍຸຕິທຳຫຼາຍຂຶ້ນແລະ​ໃຫ້ການປ້ອງກັນຢ່າງ​ເຂັ້ມແຂງ ແກ່ຜູ້ບໍລິໂພກ ທີ່ໄດ້
ເຮັດໃຫ້ການ​ຮັກສາສຸຂະພາບສາມາດ​ຈ່າຍ​ໄດ້.”

ຮ່າງກົດໝາຍດັ່ງກ່າວ​ນີ້ ຈະທັບມ້າງພື້ນຖານອັນສຳຄັນ ຂອງ​ກົດໝາຍປະກັນ ​ໄພສຸຂະ
ພາບ ຮວມທັງບັງຄັບ​ໃຫ້​ຜູ້​ຄົນ​ສ່ວນ​ໃຫຍ່ທີ່​ຊື້​ປະກັນ​ໄພແລະສ່ວນໃຫຍ່ ຂອງບັນດານາຍ
ຈ້າງ ສະເໜີໃຫ້ປະກັນ​ໄພແກ່ພວກພະນັກງານ.

ນອກນັ້ນຍັງຊອກຫາຊ່ອງ​ທາງ​ຈະ​ຕັດ​ເງິນປະມານ 450 ລ້ານໂດລາຕໍ່ປີ ທີ່ລັດ ຖະບານ
ກາງຈ່າຍ​ໃຫ້​ແກ່ອົງການ​ວາງ​ແຜນ​ຄອບຄົວ ຊຶ່ງປະກອບ​ເປັນ​ປະມານ​ນຶ່ງ ສ່ວນສາມ
ຂອງງົບປະມານອົງການ​ດັ່ງກ່າວ.

ຮ່າງກົດໝາຍນີ້ ​ແມ່ນ​ເບິ່ງ​ກັນ​ຢ່າງ​ກວ້າງຂວາງວ່າ ເປັນການທົດສອບຄວາມສາ ມາດ
ຂອງບັນດາສະມາຊິກພັກຣີພັບບລິກກັນ ທີ່ຈະຮັບຜ່ານລັດຖະສະພາກ່ອນ ໜ້າການ
ເລືອກຕັ້ງຂອງສະຫະລັດ ໃນທ້າຍປີນີ້ ເວລາຕຳ​ແໜ່​ງປະທານາທິບໍດີ ບ່ອນນັ່ງ​ໃນສະ
ພາທັງໝົດ ແລະໜຶ່ງສ່ວນສາມຂອງບ່ອນ​ນັ່ງ​ໃນສະພາສູງ ຈະມີ ການ​ເລືອກ​ຕັ້ງກັນນັ້ນ.

ປະທານສະພາຕໍ່າ ທີ່​ສັງກັດພັກຮີພັບບລິກັນ ທ່ານ Paul Ryan ກ່າວຕອບ ຜ່ານທາງ
ວີດີໂອ ວ່າ “ບັດນີ້ ພວກເຮົາໄດ້ສະແດງໃຫ້ເຫັນວ່າ ມີ​ເສັ້ນທາງອັນ ແຈ້ງຂາວ ທີ່​ຈະລົບ
ລ້າງກົດໝາຍ Obamacare ​ໂດຍປາດສະຈາກ 60 ຄະ​ແນນສຽງຢູ່ໃນສະພາສູງ.”

Your browser doesn’t support HTML5

Obama Healthcare