ສຫລ ຈະສືບຕໍ່ໃຫ້ການ ປ້ອງກັນເກົາຫລີໃຕ້

  • ບົວສະຫວັນ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍາລັງໂບກມື ໃສ່ ພວກທະຫານສະຫະລັດ ພາຍຫລັງທີ່ ໄດ້ຮັບການເຊື້ອເຊີນໃຫ້ກ່າວຄໍາປາໃສ ທີ່ຄ້າຍທະຫານສະຫະລັດ (U.S. Army) Garrison Yongsan ໃນນະຄອນຫລວງ ໂຊລ, ເກົາຫລີໃຕ້ ເນື່ອງໃນໂອກາດລະນຶກເຖິງ ວັນນັກຮົບເກົ່າຂອງອາເມຣິກາ ໃນ ວັນທີ່ 11 ພະ

ປະທາ​ນາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ເວົ້າວ່າ ສະຫະລັດ ຈະ​ບໍ່ຄວາມລັງເລໃຈໃດໆໃນພັນທະຂອງ​ຕົນ​ ໃນ​ການ​ປ້ອງ​ກັນ​ເກົາຫລີ​ໃຕ້.

ໃນ​ຄໍາ​ປາ​ໃສ​ຕອນ​ນຶ່ງຂອງ​ທ່ານ ​ທີ່ກ່າວ​ໃນ​ຄ້າຍ​ທະຫານ​ສະຫະ​ລັດໃນ ນະຄອນຫລວງ ໂຊລ ໃນ​ໂອ​ກາດ​ລະນຶກ​ເຖິງ ວັນນັກຮົບ​ເກົ່າ​ຂອງ​ອາ​ເມຣິກາ ທ່ານ​ ໂອ​ບາ​ມາ​ໄດ້​ກ່າວ ສັນລະ​ເສີນ​ພວກ​ທະຫານ​ຢູ່​ທີ່​ນັ້ນ ຊຶ່ງ​ທ່ານ​ເວົ້າວ່າ ການ​ທີ່​ພວກ​ເຂົາ​ເຈົ້າ​ປະ​ຈໍາ​ຢູ່​ທີ່​ນັ້ນ ​ແມ່ນ​ເພື່ອ​ຊ່ວຍປົກ​ປ້ອງປະຊາທິປະ​ໄຕ.

ທ່ານ​ ໂອ​ບາ​ມາ​ຍັງໄດ້ກ່າວ​ປະນາມ ​ເກົາຫລີ​ເໜືອ ທີ່​ໄດ້​ສືບຕໍ່ດໍາ​ເນີນ ຕາມ ​ເສັ້ນທາງ ທີ່​ທ່ານ​ວ່າ​ເປັນ​ການເອົາ​ຕົນ​ເອງຖະຫລໍາ​ເລິກ ໃນ​ການຖືກໂດດດ່ຽວ​ຈາກປະ​ເທດ​ອື່ນ​ໃນ​ໂລກ. ທ່ານ​ໄດ້​ຮຽກຮ້ອງໃຫ້​ປະ​ເທດ​ຄອມ​ມີ​ວ ນິສເກົາຫລີ​ເໜືອ ​ໃຫ້​ພົວພັນ​ກັບ​ປະຊາ​ຄົມ​ສາມ​ກົນ ກ່ຽວກັບ​ໂຄງການ​ນີວ​ເຄລຍ ຖ້າ​ບໍ່ດັ່ງນັ້ນ ກໍ​ຈະ​ເຮັດ​ໃຫ້ຊີວິດ​ຂອງ​ປະຊາຊົນ​ຂອງ​ຕົນ ຍິ່ງ​ພົບ​ຄວາມຫຍຸ້ງຍາກ​ເພີ້ມຂຶ້ນ.

ທ່ານ​ ໂອ​ບາ​ມາ​ກ່າວ​ອີກ​ວ່າ ​ແຫລມ​ເກົາຫລີ ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຈະ​ແຈ້ງ​ກ່ຽວກັບ​ສັງຄົມ​ທີ່​ເປີດ ​ແລະສັງຄົມ​ທີ່​ປິດ. ທ່ານ​ກ່າວ​ຢໍ້າວ່າ ​ເກົາຫລີ​ເໜືອຍັງ​ມີໂອ​ກາດ​ທີ່​ຈະ​ປ່ຽນ​ແປງ​ເສັ້ນທາງ​ຂອງ​ຕົນ.