ປ. ໂອບາມາ ກ່າວວ່າ ສະຫະລັດ ບໍ່ມີສ່ວນ ພົວພັນ ໃນລັດຖະປະຫານ ຢູ່ເທີກີ

ພວກສະໜັບສະໜຸນຍ ປ. ເທີກີ ທ່ານ Recep Tayyip Erdogan ໂບກທຸງຊາດ ແລະຍົກຮູບ ນັກສອນສາສະໜາ Fethullah Gulen ທີ່ລີ້ໄພຢູ່ສະຫະລັດ ທີ່ທາງການເທີກີ ຕ້ອງການໂຕ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ບໍ່​ໄດ້​ຮູ້ຈັກ​ແລະກໍ​ບໍ່​ມີ​ການ​ພົວພັນ​ໃດໆ​ ໃນ​ການ​ພະຍາຍາມ​ກໍ່​ລັດຖະປະຫານ ທີ່​ປະ​ເທດ​ເທີ​ກີ ​ໃນ​ອາທິດ​ແລ້ວນີ້.

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ກ່າວ​ຫາ ​ນັກ​ສອນສາສະໜາ​ອິສລາມທີ່​ກຳລັງ​ລີ້​ໄພ​ຢູ່​ໃນ​ສະຫະລັດ ທ່ານ Fetullah Gulen ຫຼືບໍ່​ກໍ​ພວກ​ທີ່​ເຫລື້ອມ​ໃສ ​ໃນ​ໂຕ​ທ່ານນັ້ນວ່າ ​ເປັນ​ຜູ້​ຢູ່​ເບື້ອງຫລັງ​ ການ​ພະຍາຍ​າມ​ໂຄ່ນ​ລົ້ມລັດຖະບານ​ເທີ​ກີ ​ທີ່​ປະ ສົບ​ກັບ​ຄວາມ​ລົ້ມ​ແຫລວ ​ເມື່ອ​ວັນ​ທີ 15 ກໍລະກົດຜ່ານ​ມາ.

ຊາວເທີກີ ຍ່າງຜ່ານລົດຕຳຫຼວດ ແລະພົນລະເຮືອນ ທີ່ຖືກໄຟໄໝ້ ໃກ້ໆທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ ອັງກາຣາ.

ທ່ານ​ໂອ​ບາ​ມາ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ລາຍ​ງານ​ໃດ​ກໍ​ຕາມ​ ທີ່​ກ່າວ​ວ່າ​ສະຫະລັດມີ​ສ່ວນ ພົວພັ​ນໃນ​ການວາງ​ແຜນ​ໂຈມ​ຕີນັ້ນ ​ແມ່ນ​ຈະ​ແຈ້ງບໍ່​ຖືກຕ້ອງ. ທ່ານ​ກ່າວວ່າ ​ທ່ານ​ໄດ້​ແຈ້ງ​ໃຫ້​ປະທານາທິບໍດີ Erdogan ຊາບ​ໄປ​ແລ້ວ ​ໃນ​ການ​ໂອ້​ລົມ ທາງ​ໂທລະສັບ ​ເມື່ອ​ຕົ້ນອາ ທິດ​ນີ້.

ນອກ​ນັ້ນ ທ່ານ​ໂອ​ບາ​ມາ ຍັງ​ເວົ້າວ່າ ລັດຖະບານ​ສະຫະລັດ​ຫວັງ​ວ່າ ​ໃນ​ຂະນະ​ທີ່​ລາຍ​ລະ ອຽດ​ເປັນ​ທີ່​ຈະ​ແຈ້ງ​ຕື່ມ​ຂຶ້ນກໍ​ບໍ່​ຄວນ​ທີ່​ຈະ​ມີ​ການ​ຕອບ​ຮັບ​ເກີນ​ຂອບ​ເຂດທີ່​ອາດ​ຈະ​ນຳ​ໄປ​ ສູ່​ການ​ຕັດ​ຮອນ​ສິດ​ເສລີພາບ​ຂອງ​ສ່ວນ​ບຸກຄົນຫຼື​ການ​ປາບ​ປາມພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ ຫຼືພວກ​ນັກ​ຂ່າວທີ່​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນກ່ຽວ​ກັບ​ລັດຖະບານ.

ກຳລັງພິເສດ ຂອງເທີກີ ພວມຢືນຍາມ ໃນພິທີສົ່ງສະການ ພວກເຄາະຮ້າຍ

ທ່ານ​ໂອ​ບາ​ມາ​ ກ່າວ​ຕື່ມ​ວ່າ ການ​ຮ້ອງ​ຂໍ​ ຂອງເທີ​ກີ ທີ່​ຢາກ​ໃຫ້​ສົ່ງ​ໂຕ​ ນັກ​ສອນ​ສາສະໜາ ຈາກ​ເຮືອນ​ຂອງ​ທ່ານທີ່​ລີ້​ໄພ​ຢູ່ໃນ​ລັດ​ Pennsylvania ​ໄປ​ໃຫ້​ນັ້ນຕ້ອງ​ໄດ້ຜ່ານຂັ້ນຕອນ​ທາງ​ດ້ານ​ກົດໝາຍ ​ຂອງ​ສະຫະລັດ ​ແລະ​ຈະ​ໄດ້​ຮັບ​ການ​ອະນຸມັດ ​ກໍຕໍ່​ເມື່ອ​ອັງກາຣາ ​ສາ ມາດ​ພິສູດ​ໄດ້​ວ່າ ທ່ານ Gulen ​ເປັນ​ຜູ້​ຢູ່​ເບື້ອງຫຼັງການເຮັດລັດຖະປະຫານ​ດັ່ງກ່າວ.

​ໃນ​ລະຫວ່າງ​ການ​ຖະ​ແຫລ​ງຂ່າວ ​ທີ່​ນະຄອນຫຼວງວໍ​ຊິງ​ຕັນ​ ໃນ​ວັນ​ສຸກ​ວານ​ນີ້ ​ເອກອັກຄະ​ລັດຖະທູດ​ເທີ​ກີ​ປະຈຳ​ສະຫະລັດ ທ່ານ Serdar Kilic ກ່າວ​ວ່າ ປະ​ເທດຂອງ​ທ່ານ​ກຳລັງ​ດຳ​ເນີນ​ງານຮ່ວມ​ກັບ​ເຈົ້າໜ້າ​ທີ່ ​ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ​ເພື່ອ​ດຳ​ເນີນ​ການຂັ້ນສຸດ​ທ້າຍກ່ຽວ​ກັບ​ການ​ຮ້ອງ​ຂໍ​ຂອງ​ປະ​ເທດ​ທ່ານ​ເພື່ອ​ໃຫ້​ສົ່ງທ່ານ Gulen ​ໄປ​ໃຫ້​ທາງ​ການ​ເທີ​ ກີ ໃນ​ວິທີ​ທາງ​ທີ່​ເປັນການຄູ່​ຄວນ​ ກັບ​ຄວາມ​ສຳພັນ​ ໃນ​ການເປັນ​ພັນທະ​ມິດ ທີ່​ໄດ້​ມີ​ການ​ທົດ​ສອບ ​ມາ​ເປັນ​ເວລາ​ດົນ​ນານ ລະຫວ່າງ​ປະ​ເທດ​ທັງ​ສອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

In State of Emergency, Turkey’s Erdogan Focuses on Spiritual Movement