ປ. ໂອບາມາ ກ່າວວ່າ ສຫລ ບໍ່ຄວນກາງຕໍ່ ແຕ່ອຳນາດ ທາງທະຫານ ຢ່າງດຽວ

ປະທານາທິບໍດີ Barack Obama ຕອບຄຳຖາມ ຫລັງຈາກກ່າວ ວິທະຍາໄລຊຸມຊົນ Ivy Tech ທີ່ນະຄອນ Indianapolis.

ນີ້ເປັນພຽງເທື່ອທີສອງ ນັບແຕ່ໄດ້ເປັນປະທານາທິບໍດີ ທ່ານ
Barack Obama ​ໄດ້ເປີດ​ເຜີຍ​ຍຸດທະສາດດ້ານ​ຄວາມປອດ
​ໄພ​ແຫ່ງ​ຊາດຂອງ​ທ່ານ ​ໂດຍ​ກ່າ​ວວ່າ ສະຫະລັດບໍ່​ຄວນເຮັດ
ໃນສິ່ງ ທີ່ເກີນຄວາມສາມາດຫລື​ກາງຕໍ່​ອາ​ໄສ​ແຕ່ພຽງອຳນາດ
ທາງທະຫານຢ່າງດຽວເທົ່ານັ້ນ​ໃນ​ການ​ປະເຊີນໜ້າກັບບັນຫາ
ທ້າ​ທາຍຕ່າງໆ ຂອງ​ໂລກ. ທີ່​ປຶກສາ​ດ້ານຄວາມ​ປອດ​ໄພແຫ່ງ
​ຊາດຂອງທຳນຽບຂາວ ທ່ານ​ນາງ Susan Rice ​ໄດ້ຊີ້​ແຈງ​ເຖິງ​ຍຸດ​ທະສາດດັ່ງກ່າວ ຢູ່​ໃນ​ຄຳປາໄສ ທີ່​ນະຄອນ ຫລວງວໍ​ຊິງ​ຕັນ ​ໃນ​ວັນ​ສຸກ​ວານ​ນີ້.

ມັນເປັນບັນຫາທີ່ສັບສົນ ກະ​ຈັດກະ​ຈາ​ຍ ​ຫລາກຫລາຍ ​ແຕ່​ບໍ່ກ່ຽວ​ກັບ​ການ​ເປັນຢູ່​ໃນ​ປັດ​ຈຸ​ບັນ.

ທ່ານ​ນາງ Susan Rice ທີ່​ປຶ​ກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດທຳນຽບຂາວ ກ່າວ​ວ່າ
ທຸກໆ​ມື້ ທ່ານ​ນາງ​ເລີ້​ມຕອນ​ເຊົ້າ​ຂອງ​ທ່ານນາງ ດ້ວຍການລາຍ​ງານ​ທີ່​ກວມ​ເອົາການ​ຂົ່ມຂູ່​
ທີ່​ຮ້າຍ​ແຮງ​ຕ່າງໆ​ ຢູ່ໃນ​ເວ​ທີຂອງ​ໂລກ.

​ແຕ່​ເຖິງ​ແມ່ນ​ວ່າ ຈະ​ເປັນ​ເລື້ອງ​ການ​ແຜ່​ລະບາດອີ​ໂບລາ ​ຫລືການ​ຮຸກຮານຂອງ ຣັດ​ເຊຍ
ທ່ານ​ນາງ Rice ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ຟັງ ​ທີ່ສະ​ຖາ​ບັນ Brookings ​ໃນ​ນະຄອນຫລວງວໍ​ຊິງ​
ຕັນວ່າ ​ໂລກ​ຈະ​ເປັນ​ບ່ອນທີ່ມີຄວາມ​ແຕກຕ່າງ​ຢ່າງຈະແຈ້ງ ໂດຍປາດ​ສະ​ຈາກການ​ນຳພາ​ຂອງ ສະຫະລັດເພື່ອ​ປະ​ເຊີນໜ້າ​ກັບ ​ບັນຫາ​ທ້າ​ທາຍທັງຫລາຍ.

ທ່ານ​ນາງ Susan Rice ກ່າວ​ວ່າ “ປາດ​ສະ​ຈາກ​ພວກ​ເຮົາແລ້ວ ຣັດ​ເຊຍຈະ​ບໍ່ມີການເສຍ
ຫາຍໃດໆໃນ​ການ​ປະພຶ​ດປະຕິບັດຂອງຕົນຢູ່ໃນຢູ​ເຄຣນ. ​ແທນ​ທີ່ ​ຈະເປັນຈັ່ງອັດຕາ​ເງິນ
ruble ກຳລັງ​ຕົກ​ຕຳ່ຢ່າງໜັກ ​ແລະ ຣັດ​ເຊຍກຳ​ລັງ​ໄດ້​ຮັບ​ຜົນ​ກະທົບຢ່າງ​ຮ້າຍ​ແຮງ ​ຕໍ່ການ
​ເຍາະ​ເຍີ້​ຍຕໍ່​ກົດ​ລະບຽບກົດໝາຍ. ປາດ​ສະ​ຈາກພວກ​ເຮົາ ​ຈະ​ບໍ່​ມີ​ການ​ໂຈມ​ຕີ​ທາງ​ທະຫານ
ຫລື 60 ປະ​ເທດ​ທຳການຕໍ່ຕ້ານ ກັບການບຸກ​ຄືບ​ໜ້າຂອງກຸ່ມ​ອິສລາມ. ມັນຈະ​ບໍ່​ມີ​ໂອກາດ
​ກ່ຽວ​ກັບ​ການຕົກລົງ ຂອງໂລກໃນເລື້ອງການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ.”

ທ່ານ​ນາງ Rice ​ໄດ້​ກ່າວ​ຊໍ້າ​ເຖິງອັນ​ທີ່ ປະທານາທິບໍດີ Obama ມັກກ່າວຢູ່ເລື້​ອຍໆ ກ່່ຽວ
ກັບນະ​ໂຍບາຍ​ຕ່າງປະ​ເທດຂອງສະຫະລັດທີ່ວ່າ ມັນ​ບໍ່​ກ່ຽວ​ກັບ​ວ່າ ສະຫະລັດເປັນ​ຜູ້ນຳ
ຫລືບໍ່ ​ແຕ່ກ່ຽວກັບວ່າ ສະຫະລັດຈະ​ເປັນ​ຜູ້ນຳ​ພາ​ຢ່າງ​ໃດ.

Your browser doesn’t support HTML5

US NATIONAL SECURITY SOT