ປ.ໂອບາມາ ກ່າວວ່າ ສຫລ ແລະຢູໂຣບ ຕ້ອງເຄື່ອນໄຫວ ຮ່ວມກັນ ເພື່ອລົງໂທດ ຣັດເຊຍ (ສະໄລດ໌/ວີດີໂອ)

An employee of an environmental protection and coastal cleanup organization shows a figurine of South Korean singer Psy found during a search for debris from the ill-fated Malaysia Airlines flight MH370 on a beach in Sainte-Marie de la Reunion, between Champ Borne and the Rivière du Mât river, on the French Reunion Island in the Indian Ocean.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ແລະ
​ຢູ​ໂຣບຈະຕ້ອງ​ທຳ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນໃນ​ການ​ລົງ​ໂທດ
​ຕໍ່ຣັດ​ເຊຍ​ກ່ຽວ​ກັບ​ພຶດຕິ​ກຳ​ຕ່າງໆ​ຂອງຣັດ​ເຊຍ​ໃນ​ຢູ​ເຄຣນ
ທີ່​ທ່ານ​ກ່າວ​ວ່າ ​ເປັນ​ໄພ​ຂົ່ມຂູ່​ຕໍ່​ເອກະລາດ​ແລະ​ອະທິປະ​ໄຕ​
ຂອງ​ຢູ​ເຄຣນນັ້ນ.

​ໃນ​ການ​ຖະ​ແຫຼ​ງ ໃນ​ວັນ​ອາທິດ​ມື້​ນີ້ ທີ່​ມາ​ເລ​ເຊຍ ປະທານາ
ທິບໍດີ ​ໂອ​ບາ​ມາ ກ່າວ​ວ່າ ສະຫະຣັດ​ແລະ​ຢູ​ໂຣບຕ້ອງ​ທຳ​
ການ​ເຄື່ອນ​ໄຫວ​ຮ່ວມ​ກັນ ເພື່ອສະ​ແດງ​ໃຫ້ຣັດ​ເຊຍ​ເຫັນ​ວ່າ
​ໂລກ​ມີຄວາມສາມັກຄີ​ກັນ​ ໃນ​ການ​ເລີ້ມ ການ​ລົງ​ໂທດ​ເຫຼົ່າ​ນີ້.

ພາບຫຼ້າສຸດ ຈາກ ຢູເຄຣນ


ທ່ານ​ໂອ​ບາ​ມາ ກ່າວ​ວ່າ ​ໄດ້​ມີ​ຂໍ້​ຕົກລົງ​ກັນ​ກັບຣັດ​ເຊຍ ​ເພື່ອ​ຜ່ອນຄາຍ​ວິ​ກິດ​ການ​ລົງ
​ແຕ່ “ຣັດ​ເຊຍບໍ່​ໄດ້​ສະ​ແດງ​ຮ່ອງຮອຍ​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ເລື້ອງ​ນີ້ເລີຍ.”

​ໃນ​ວັນ​ເສົາ​ວານ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ຮຽກ
ຮ້ອງຂໍ​ການ​ສະໜັບສະໜຸນ​ຈາກຣັດ​ເຊຍ “​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ລ່ວງ​ໜ້າ” ​ໃນ​
ຄວາມ​ພະຍາຍາມ​ຕ່າງໆ​ ເພື່ອ​ປ່ອຍ​ໂຕ ພວກ​ນັກ​ສັງ​ເກດ​ການ​ຢູ​ໂຣບທີ່​ຖືກ​ຈັບ​ໂຕ
ໄປ​ໃນ​ວັນ​ສຸກ​ຜ່ານ​ມາ​ໂດຍ​ພວກມື​ປືນ​ທີ່​ນິຍົມຣັດ​ເຊຍ​ຈຸ​ນຶ່ງ ​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນນັ້ນ.

Your browser doesn’t support HTML5

UKRAINE CNPK


​ເຈົ້າ​ໜ້າ​ທີ່ອະວຸໂສ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ວ່າ ທ່ານ
Kerry ​ໄດ້​ທຳ​ຄວາມ​ຮຽກຮ້ອງ​ດັ່ງກ່າວ ຜ່ານ​ທາງ​ໂທລະສັບ​ຕໍ່​ທ່ານ Sergei Lavrov
ຄູ່​ຕຳ​ແໜ່​ງຝ່າຍຣັດ​ເຊຍ. ​ໃນ​ເວລາ​ຕໍ່​ມາ ທາງ​ມົສກູກ່າວ​ວ່າ​ ຕົນ​ກຳລັງ​ດຳ​ເນີນ​ການ
ໃນ​ອັນ​ທີ່​ເອີ້ນ​ວ່າ “ມາດຕະ​ການ​ທຸກ​ຢ່າງ​ເພື່ອ​ແກ້​ໄຂ​ສະຖານະ​ການ​ດັ່ງກ່າວ”
ແຕ່​ກໍໄດ້ຖິ້ມ​ໂທດ​ໃສ່​ບັນດາເຈົ້າ​ໜ້າ​ທີ່ຢູ​ເຄຣນທີ່​ບໍ່​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​
ແກ່​ທີ​ມນັກ​ສັງ​ເກດ​ການ​ນັ້ນ.