ປ.ໂອບາມາ ວ່າ ນັກສຶກສາ ມະຫາວິທະຍາໄລ ຄວນໄດ້ຮັບ ການຊ່ອຍເຫຼືອ ໃຫ້ພົ້ນໜີ້ (ວີດີໂອ)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ພວກ
ນັກສຶກສາ ທີ່ຮຽນຈົບຈາກມະຫາວິທະຍາໄລ ຄວນຈະໄດ້ຮັບອະ
ນຸຍາດໃຫ້ກູ້ຢືມເງິນຄືນໃໝ່ໃນການຈ່າຍຄ່າສຶກສາຮ່ຳຮຽນຂອງ
ພວກເຂົາເຈົ້າເພື່ອຊ່ອຍພວກເຂົາເຈົ້າໃຫ້ຫຼຸດພົ້ນຈາກການເປັນ
ໜີ້ຢ່າງໜັກ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ທ່ານໂອ
ບາມາກ່າວວ່າ ທ່ານຕ້ອງການ ຢາກເຫັນການຮັບຜ່ານ ຮ່າງກົດ
ໝາຍເພື່ອຊ່ອຍພວກນັກສຶກສາເຫຼົ່ານີ້. ທ່ານໃຫ້ການສະໜັບສະ
ໜຸນຕໍ່ຮ່າງກົດໝາຍ ທີ່ຈະມີການອະພິປາຍກັນ ຢູ່ທີ່ສະພາສູງໃນ ໄວໆນີ້ເພື່ອກວມເອົາຄ່າກູ້ຢືມໃໝ່ກ່ຽວກັບຄ່າຮຽນຂອງພວກນັກ
ສຶກສາ ໃນວິທີດຽວກັນ ກັບຊ່ອງໂຫວ່ທາງດ້ານກົດໝາຍ ໃນການເກັບພາສີສຳລັບພວກມະ
ຫາເສດຖີນັ້ນ.

ຮ່າງກົດໝາຍ ທີ່ມີການສະເໜີດັ່ງກ່າວນີ້ ແມ່ນໄດ້ຮັບການຄັດຄ້ານຫລາຍສົມຄວນ.

ປະທານາທິບໍດີກ່າວວ່າ ໃນເວລາທີ່ມະຫາວິທະຍາໄລບໍ່ເຄີຍມີຄວາມສຳຄັນຫຼາຍໄປກວ່ານີ້ ແລະມັນກໍບໍ່ເຄີຍມີຄ່າໃຊ້ຈ່າຍສູງໄປກວ່ານີ້ເຊັ່ນດຽວກັນ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນ ສະມາຊິກສະພາຕໍ່າ Jeff Mille ຈາກລັດ Florida ແມ່ນກ່າວເຖິງບັນຫາຂະໜາດໃຫຍ່ ຢູ່ຕາມໂຮງໝໍແຫ່ງຕ່າງໆ ຂອງກະຊວງກິດຈະ ການນັກລົບເກົ່າ ໂດຍເອີ້ນວ່າ ມັນເປັນຂ່າວນອງນັນ ກ່ຽວກັບ ການຮັກສາສຸຂະພາບທີ່ໃຫຍ່ ທີ່ສຸດ ໃນປະຫວັດສາດ ຂອງກະຊວງກິດຈະການນັກລົບເກົ່າ. ທ່ານ Miller ເວົ້າວ່າ ອາເມຣິ ກາສົມຄວນທີ່ຈະຮູ້ ກ່ຽວກັບວ່າ ປະທານາທິບໍດີ ມີຄວາມໝັ້ນໝາຍ ທີ່ຈະເຮັດໃຫ້ທຸກສິ່ງຢ່າງ ຖືກຕ້ອງຫລືບໍ່.