ປ. ໂອບາມາ ຢ້ຽມຢາມ ຄອບຄົວນັກຮຽນ ທີ່ຖືກຍິງຕາຍ ຢູ່ ລັດອໍຣິກັນ

ປະທານາທິບໍດີ Barack Obama (ກາງ) ພ້ອມດ້ວຍ ຜູ້ປົກຄອງລັດ Oregon ທ່ານນາງ Kate Brown (ຂວາ) ແລະ ເຈົ້າເມືອງ Roseburg ທ່ານ Larry Rich (ຊ້າຍ).

ປະທານ​າທິບໍດີ Barack Obama ​ໄດ້​ພົບ​ປະເປັນການ​ສ່ວນ​
ໂຕ ​ກັບບັນດາ​ຄອບຄົວ​ນັກຮຽນ​ແປດ​ຄົນ ​ແລະ​ນາຍຄູນຶ່ງຄົນ
ທີ່ຖືກ​ຍິງ​ຕາຍຢູ່ວິທະຍາ​ໄລຊຸມຊົນ Umpqua ​ໃນ​ວັນ​ພະຫັດ
​ອາທິດ​ແລ້ວ​ນີ້.

ຫຼັງ​ຈາກໄດ້​ພົບປະ​ກັບບັນດາ​ຄອບ​ຄົວ​ແລ້ວ ທ່ານ Obama
ກ່າວ​ວ່າ ສະຫະລັດ​ຈະ​ຕ້ອງ “ຊອກ​ຫາ​ວິ​ທີທາງວ່າ ຈະເຮັດ
ແບບໃດພວກ​ເຮົາຈຶ່ງຈະຢຸດບໍ່ໃຫ້ສິ່ງ​ເຫລົ່າ​ນີ້ເກີດ​ຂື້ນ​ອີກ.” ​
ແຕ່ທ່ານ​ກ່າວ​ເພີ້​ມອີກ​ວ່າ “ມື້​ນີ້​ແມ່ນກ່ຽວ​ກັບ​ຄອບຄົວ​ ຄວາມ​
ເສົ້າໂສກ​ຂອງ​ເຂົາ​ເຈົ້າ ​ແລະ​ຄວາມ​ຮັກທີ່ພວກ​ເຮົາ​ມີ​ຕໍ່​ເຂົາ​ເຈົ້າ.”

ຝຸງ​ຊົນ​ກຸ່ມ​ນຶ່ງທີ່ສະໜັບ​ສະ​ໜູນ​ການມີອາວຸດ​ປືນ ​ພາກັນປະທ້ວງເວລາປະທານາທິບໍດີ
Obama ​ເດີນທາງໄປ​ເຖິງ​ລັດ Oregon ​ເພື່ອ​ໄວ້​ທຸກ ​ກັບ​ບັນດາ​ຄອບຄົວ​ຂອງ​ຜູ້​ເຄາະ
​ຮ້າຍ ຈາ​ກການຍິງ​ສັງຫານ​ໝູ່ ​ໃນ​ເມືອງ Roseburg.

​ພວກປະທ້ວງຫຼາຍຮ້ອຍຄົນ ພາກັນ​ຖື​ປ້າຍ​ທີ່​ອ່ານ​ວ່າ “​ໂອ​ບາ​ມາ ກັບ​ຄືນ​ເມືອ​ບ້ານ” ​ແລະ
“ບໍ່​ມີ​ຫຍັງ​ໝົດ ທີ່ຈະຊະນະອິດ​ສະລະພາບ​ຂອງ​ພວກ​ເຮົາ” ໄດ້ໄປ​ຕ້ອນຮັບປະທານາທິບໍດີ
ໂດຍສະແດງໃຫ້ເຫັນຢ່າງຈະແຈ້ງ​ວ່າ​ ມີຜູ້ຄົນຈຳນວນນຶ່ງ ທີ່ຢູ່​ໃນ​ປະຊາຄົມນິຍົມ​ແນວ
ທາງ​ເດີມນ້ອຍໆແຫ່ງນີ້ບໍ່​ໃຫ້ການ​ຕ້ອນຮັບການຢ້ຽມຢາມ​ ຫລືທ່າ​ທີໃນ​ການ​ຄວບ​ຄຸມ
ອາວຸດ​ປືນຂອງ​ທ່ານ.

ຫລັງ​ຈາກ​ນັ້ນ​ຕໍ່​ມາ​ໃນ​ວັນສຸກ​ວານ​ນີ້ ຢູ່​ທີ່​ບ່ອນ​ຫາ​ລາຍ​ໄດ້​ໃຫ້ແກ່ສະມາຊິກ​ສະພາ​ສູງຂອງ
ລັດ Washington ປະທານາທິບໍດີ ກ່າວ​ວ່າ ມີ​ຫລາຍ​ຢ່າງ ​ທີ່​ສາມາດ​ເຮັດ​ໄດ້ ​ເພື່ອ​ຊ່ວຍ
ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຈາກອາວຸດປືນ.

ປະທານາທິບໍດີ Obama ກ່າວ​ວ່າ “ພວກ​ເຮົາ​ຮູ້​ວ່າ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ແນວ​ນຶ່ງ
​ເພື່ອ​ປ້ອງ​ກັນ​ການ​ຍິງ​ສັງຫານ​ໝູ່ ທີ່​ພວກ​ເຮົາ​ໄດ້​ເຫັນໃນ​ອາທິດ​ແລ້ວ​ນີ້ ​ແລະ​ສອງ​ເດືອນ
​ກ່ອນ​ໜ້້າ​ນັ້ນ ​ແລະ​ສອງ​ເດືອນ​ກ່ອນໜ້າ​ນັ້ນ ​ແລະ​ສອງ​ກ່ອນ​ໜ້າ​ນັ້ນ​ອີກ ​ເພາະວ່າ​ມັນ​ບໍ່
ແມ່ນເລື້ອງ​ປົກ​ກະຕິ ມັນບໍ່ແມ່ນເລື້ອງ​ສາມາດຫລີກ​ລ່ຽງ​ບໍ່​ໄດ້. ມັນ​ບໍ່​ພຽງ​ແຕ່​ເກີດ​ຂື້ນ. ມັນ
​ເປັນ​ທາງ​ເລືອກ​ທີ່​ເຮົາ​ເຮັດ​ ​ແລະ​ມັນ​ເປັນ​ທາງ​ເລືອກ​ທີ່​ເຮົາ​ສາມາດ​ປ່ຽນ​ແປງ​ໄດ້. ມີ​ຫລາຍ
ຊ່ອງ​ທາງທີ່​ຈະ​ປ້ອງ​ກັນ​ເດັກນ້ອຍ​ຂອງ​ພວກ​ເຮົາ ​ແລະ​ປ້ອງ​ກັນ​ສິດທິ​ຂອງພວກ​ເຮົາ. ຢ່າ​
ເຮັດຕິ​ວ່າ ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ. ຢ່າພົວພັນ​ກັບ​ການ​ເມືອງທີ່ສ້າງຄວາມ​ຢ້ານ​ກົວ.”