ປ. ໂອບາມາ ໃຊ້ສິດຢັບຢັ້ງ ຮ່າງກົດໝາຍ 11 ກັນຍາ

ຮູບການການໂຈມຕີ ຂອງພວກກໍ່ການຮ້າຍ ເມື່ອວັນທີ 11 ກັນຍາ ປີ 2001 ທີ່ຕຶກແຝດ ສູນກາງການຄ້າໂລກ ຢູ່ນະຄອນນິວຢອກ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ໄດ້ໃຊ້​ສິດ​ຢັບຢັ້ງຫຼືວີ​ໂຕ້​ຕໍ່​ຮ່າງ​ກົດໝາຍ ທີ່​ຈະ​ອະນຸຍາດ​ໃຫ້​ບັນດາ​ຄອບຄົວ​ ຂອງ​ພວກ​ເຄາະ​ຮ້າຍຈາກການໂຈມຕີຢູ່​ໃນ​ສະຫະລັດ​ເມື່ອ​ວັນ​ທີ 11 ກັນ​ຍາ ​ຟ້ອງຮ້ອງ​ ລັດຖະບານ​ຊາ​ອຸດີ ອາ​ຣາ​ເບຍ ທີ່​ມີ​ການ​ກ່າວ​ຫາ​ວ່າ ​ພົວ ພັນ​ກັບ​ພວກ​ຈີ້​ເຮືອບິນທີ່​ກໍ່​ອາ​ຊະ​ຍາ​ກຳ​ດັ່ງກ່າວ​ເມື່ອ 15 ປີ​ກ່ອນ.

​ແຕ່​ແນວ​ໃດ​ກໍ​ຕາມ ການ​ໃຊ້​ສິດ​ຢັບຢັ້ງ ຂອງທ່ານ​ໂອ​ບາ​ມາໃນ​ວັນ​ສຸກ​ວານ​ນີ້ອາດ​ເຮັດໃຫ້​ ຮ່າງ​ກົດໝາຍ​ສະບັບ​ນີ້ ມີ​ການ​ຊັກ​ຊ້າ​ ພຽງ​ຊົ່ວຄາວ​ເທົ່າ​ນັ້ນ. ລັດຖະສະພາ​ສະຫະລັດ ​ສາ ມາດເອົາ​ຊະນະ​ການ​ໃຊ້​ສິດ​ຢັບຢັ້ງຂອງ​ປະທານາທິບໍດີ​ໄດ້ແລະຜູ້​ສັງ​ເກດ​ການຫຼາຍໆ​ຄົນ​ຢູ່​ວໍ​ຊິງ​ຕັນ​ຮູ້ສຶກ​ວ່າ ການ​ປະຕິ​ເສດ​ຕໍ່​ທ່ານ​ໂອ​ບາ​ມາ​ ແມ່ນ​ມີ​ທ່າ​ທາງ​ວ່າ​ຈະ​ເກີດ​ຂຶ້ນ​ແທ້.

ການ​ປະຕິ​ເສດຕໍ່​ກໍລະນີ​ດັ່ງກ່າວ​ຈະ​ເປັນ​ຂີດ​ໝາຍ​ເທື່ອ​ທຳ​ອິດ​ໃນ​ລັດຖະບານ​ສອງ​ສະ​ໄໝ​ຂອງ​ທ່ານ​ໂອ​ບາ​ມາ ທີ່​ວ່ານຶ່ງ​ໃນການ​ໃຊ້​ສິດ​ຢັບຢັ້ງຂອງ​ທ່ານ ​ໄດ້​ຖືກປະຕິ​ເສດ.

​ໃນ​ຈົດໝາຍ ​ທີ່​ສົ່ງ​ໄປ​ເຖິງ​ສະພາ​ສູງ​ນັ້ນ ປະທານາທິບໍດີ ກ່າ​ວວ່າ ຮ່າງ​ກົດໝາຍ​ທີ່​ມີ​ຊື່ວ່າ ຄວາມ​ຍຸຕິ​ທຳ ​ຕໍ່​ພວກ​ໃຫ້ການ​ສະໜັບສະໜຸນ ​ການ​ກໍ່​ການ​ຮ້າຍຫຼື Justice Against Sponsors of Terrorism Act “ຈະ​ບໍ່​ສາມາດ​ປົກປ້ອງ​ຊາວ​ອາ​ເມຣິກັນ​ຈາກ​ການ​ໂຈມ ​ຕີຂອງ​ພວກ​ກໍ່​ການ​ຮ້າຍ​ຫຼື​ປັບປຸງ​ປະສິດທິ​ຜົນໃນ​ການ​ຮັບ​ມື​ກັບ​ການ​ໂຈມ​ຕີ​ໃນ​ທຳນອງ​ນີ້
ໄດ້.”

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ໂຕ້ແຍ້​ງວ່າ ມາດ​ຕະການ​ດັ່ງກ່າວ​ “ຈະ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່ ​ຜົນປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ສະຫະລັດ​ຢ່າງ​ໃຫຍ່​ຫລວງ​ຕື່ມ​ຂຶ້ນ.”

ຮ່າງ​ກົດໝາຍ​ນີ້ຈະ​ອະນຸຍາດ​ໃຫ້​ບັນດາ​ຄອບ​ຄອບ ຟ້ອງ​ລັດຖະບານ​ຊາ​ອຸ​ດີ ອາຣາ​ເບຍ ກ່ຽວ​ກັບ​ການ​ກ່າວ​ຫາ​ ມີ​ຄວາມ​ສຳພັນ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການຮ້າຍ​ໃນ​ປີ 2001 ທີ່ນະຄອນ​ນິວຢອກ ​ເພັນ​ຊິ​ລ​ເວ​ເນຍ ​ແລະ ​ວໍ​ຊິງ​ຕັນ ​ໂດຍ​ອະນຸຍາດ​ໃຫ້​ສານ​ສະຫະລັດ ​ຍົກ​ເວັ້ນ​ໂທດ​ໃນການກ່າວ​ອ້າງ​ໃດໆ​ອະທິປະ​ໄຕ​ຕ່າງປະ​ເທດໃນ​ຄະດີ​ທີ່​ພົວພັນ​ກັບ​ການ​ ກໍ່ການ​ຮ້າຍ​ຢູ່​ໃນ​ດິນ​ແດນ​ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ