ປ. ໂອບາມາ ຈະວີໂຕ້ ຮ່າງກົດໝາຍ 11 ກັນຍາ

ຮູບພາບການໂຈມຕີ ເມື່ອວັນທີ 11 ປີ 2001 ທີ່ແນມເຫັນ ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກຕຶກແຝດສູນການຄ້າໂລກ ທີ່ຖືກພວກຈີ້ເຮືອບິນ ບັງຄັບໃຫ້ເຮືອບິນ ບິນເຂົ້າຕຳ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໃນ​ວັນ​ສຸກ​ມື້ນີ້ ຈະ​ໃຊ້​ສິດ​ຢັບຢັ້ງຫຼືວີ​ໂຕ້​ຕໍ່​ຮ່າງ​ກົດໝາຍ ທີ່​ຈະ​ອະນຸຍາດ​ໃຫ້​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້ ​ແລະ​ຍາດ​ພີ່ນ້ອງ ​ຂອງ​ພວກ​ທີ່​ເສຍ​ຊີວິດ​ເກືອບ 3,000 ຄົນ​ ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການຮ້າຍຢູ່​ໃນ​ສະຫະລັດ​ເມື່ອ​ວັນ​ທີ 11 ກັນ​ຍາ​ປີ 2001 ນັ້ນ ຟ້ອງ​ລັດຖະບານ​ຊາ​ອຸດີ ອາ​ຣາ​ເບຍເພື່ອ​ຮຽກຮ້ອງ​ເອົາ​ຄ່າ​ເສຍ​ຫາຍ​.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ຮ່າງ​ກົດໝາຍ​ສະບັບ​ນີ້ຈະ​ເຮັດ​ໃຫ້​ຊາວ​ອາ​ເມຣິກັນ​ຢູ່​ໃນຕ່າງປະ​ເທດຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທາງ​ດ້ານ​ກົດໝາຍ​.

ທ່ານ Josh Earnest ​ໂຄສົກ​ຂອງ​ທຳນຽບຂາວ​ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ນີ້​ແມ່ນ​ຮ່າງ​ກົດໝາຍ​ທີ່​ບໍ່​ດີ.”

​ເປັນ​ທີ່​ຄາດ​ກັນ​ວ່າ ລັດຖະສະພາ​ສະຫະລັດຈະ​ພະຍາຍາມ​ຫາ​ທາງ​ເອົາ​ຊະນະຕໍ່​ການ​ໃຊ້​ສິດ​ຢັບຢັ້ງ ຂອງ​ປະທານາທິບໍດີ ຊຶ່ງສະມາ​ຊິກ​ສະພາ​ ຕ້ອງການ​ຄະ​ແນນ​ສຽງ ​ສອງ​ສ່ວນ​ສາມຈຶ່ງ​ຈະ​ສຳເລັດ​ເສັດ​ສິ້ນ​ໄດ້.

ຊາ​ອຸ​ດີ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ໃນ​ການ​ໂຈມ​ຕີ​ ທີ່​ຮ້າຍ​ແຮງ​ສຸດ ​ເທົ່າ​ທີ່​ເຄີຍ​ມີ​ມາ​ຢູ່​ໃນສະຫະລັດ. ​ແຕ່​ແນວ​ໃດ​ກໍ​ຕາມ 15 ຂອງພວກ​ຈີ້ເຮືອບິນ​ ທັງ​ໝົ​ດ 19 ຄົນ ທີ່ໄດ້​ຈີ້​ເຮືອບິນ​ໂດຍສານ​ອາຍ​ພົ່ນ 4 ລຳ ​ເພື່ອ​ທຳ​ການ​ໂຈມ​ຕີ​ທີ່​ນະຄອນ​ນິວຢອກ​ແລະ​ວໍ​ຊິງ​ຕັນ​ນັ້ນ ​ແມ່ນ​ລະບຸ​ວ່າ​ເປັນ​ຊາວ​ຊາ​ອຸ​ດີ.

ອົງການ​ຂ່າວ​ຝຣັ່ງລາຍ​ງານ​ວ່າ ຕົນ​ໄດ້ເຫັນ​ຈົດໝາຍທີ່​ສົ່ງ​ໄປ​ຫາ​ສະມາຊິກ​ສະພາຈາກ​ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ ລະດັບ​ສູງ​ຈຳນວນ​ນຶ່ງ ຮວມທັງ​ອະດີດ ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ William Cohen ອະດີດ​ຫົວໜ້າ​ອົງການ​ສືບ​ລັບ​ຊີ​ໄອ​ເອ​ Michael Morell ​ແລະ Stephen Hadley ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງອະດີດປະ​ທານາທິບໍດີ George W. Bush ​ໂດຍ​ເຕືອນວ່າ ​ມາດ​ຕະການ​ດັ່ງກ່າວ​ນີ້ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ.

ຈົດໝາຍນີ້ ​ຍັງ​ກ່າວ​ຕື່ມ​ວ່າ “ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ຂອງ​ພວກເຮົາ ຄວາມ​ສາມາດ​ໃນ​ການ​ຕໍ່ສູ້​ກັບ​ພວກ​ກໍ່​ການ​ຮ້າຍ​ຂອງ​ພວກ​ເຮົາ ​ແລະ​ບົດບາດການ​ເປັນ​ຜູ້ນຳ​ຂອງ​ພວກ​ເຮົາ ​ຢູ່​ໃນ​ໂລ ກ​ຈະ​ຕົກ​ຢູ່​ໃນ​ອັນ​ຕະລາຍ​ທີ່​ຮ້າຍ​ແຮງ.”

ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ແລະ​ຄອບຄົວ​ຂອງ​ພວກ​ເຄາະ​ຮ້າຍ ​ໃນ​ການ​ໂຈມ​ຕີ ​ເມື່ອວັນ​ທີ 11 ກັນຍາໄດ້​ປຸກລະດົມ​ໃຫ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ດັ່ງກ່າວ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ