ປ. ໂອບາມາ ກ່າວປ້ອງກັນ ປະຫວັດ ຕໍ່ຕ້ານ ພວກກໍ່ການຮ້າຍ ຂອງທ່ານ

ປະທານາທິບໍດີໂອບາມາ ກ່າວຄຳປາໄສ ທີ່ຖານທັບອາກາດ MacDill ທີ່ເມືອງ Tampa ລັດ Florida. (6 ທັນວາ 2016)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໃຊ້​ຄຳ​ປາ​ໄສໃນ​ດ້ານ​ຄວາ​ມໝັ້ນຄົງ​ແຫ່ງ​ຊາດເທື່ອ​ສຸດ​ທ້າຍ​ ​ເພື່ອ​ປ້ອງ​ກັນ ​ປະຫວັດ​ຕໍ່ຕ້ານການ​ກໍ່​ການ​ຮ້າຍ​ຂອງ​ທ່ານ ​ແລະ​ວາງ​ໃນ​ອັນ​ທີ່ທ່ານ​ເຊື່ອ​ວ່າ ຄວນ​ເປັນ​ຫລັກການ​ນຳພາ ​ສຳລັບ​ລັດຖະບານ​ຊຸດ​ໃໝ່ ທີ່ຈະ​ເຂົ້າຮັບ​ໜ້າ​ທີ່ຢູ່​ທຳນຽບຂາວ ​ໃນ​ເດືອນ​ມັງກອນ​ນີ້.

​ໃນ​ການ​ກ່າວ​ຄຳ​ປາ​ໄສ ​ຕໍ່​ພວກ​ທະຫານ ທີ່​ຖານ​ທັບ​ອາກາດ McDill ຢູ່​ທີ່​ເມືອງTampa ​ລັດ​ຟລໍຣິດາ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາ ກ່າວ​ວ່າ ​“ໃນ​ໄລຍະ 8 ປີ​ທີ່​ຜ່ານ​ມາບໍ່​ມີອົງການ​ກໍ່​ການ​ຮ້າຍ ​ຕ່າງປະ​ເທດ​ໃດໆ ປະສົບ​ກັບຄວາມ​ສຳ​ເລັດ ​ໃນ​ການ​ວາງ​ແຜນ ​ແລະ​ປະຕິບັດ​ການ​ໂຈມ​ຕີ​ຕໍ່​ປະ​ເທດ​ຂອງ​ພວກ​ເຮົາ” ​ໂດຍ​ກ່າວ​ຕື່ມ​ວ່າ ບໍ່​ແມ່ນ​ວ່າ​ບໍ່​ໄດ້​ມີ​ການ​ພະຍາຍາມ. ທ່ານ​ກ່າວ​ຕໍ່​ພວກ​ທະຫານ​ວ່າ “ນີ້​ແມ່ນ​ວຽກ​ງານ​ຂອງ​ພວກ​ທ່ານ.”

Your browser doesn’t support HTML5

Obama to Become 1st US President to Serve 2 Full Terms During Time of War

ທ່ານ​ໂອ​ບາ​ມາ ​ໄດ້​ວາງກ່ຽວ​ກັບ​ອັນ​ທີ່​ທ່ານ​ມອງເຫັນ​ວ່າ​ເປັນ​ສະຖານະ​ພາບ​ຂອງການ​ຕໍ່ສູ້​ຕ້ານ​ພວກ​ກໍ່​ການ​ຮ້າຍ ຫລັງ​ຈາກ​ການເຂົ້າຮັບ​ຕຳ​ແໜ່​ງສອງ​ສະ​ໄໝ​ຂອງທ່ານ​ແລ້ວ ​ໂດຍ​ໄດ້​ຮັບ​ສຽງ​ຕົບມື​ດັ່ງ​ກ້ອງ​ສະໜັ່ນ​ຂຶ້ນ​ເວລທ່ານ​ກ່າວ​ວ່າ ຜູ້ນຳ​ກຸ່ມກໍ່​ການ​ຮ້າຍອາລກາ​ອີ​ດາ ທ້າ​ວ​ໂອ​ຊາ​ມາ ບິນ​ລາ​ເດັນ ​ໄດ້​ຕາຍ​ໄປ​ແລ້ວ. ທ່ານ​ໃຫ້​ຂໍ້​ສັງ​ເກດ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ ​ເວລາ​ທ່ານ​ເຂົ້າຮັບ​ຕຳ​ແໜ່​ງຍັງ​ມີ​ທະຫານ​ສະຫະລັດ 180,000 ຄົນ​ຢູ່​ທີ່​ປະ​ເທດ​ອີຣັກ ແລະ​ອັຟກາ​ນິສຖານໂດຍ​ເວົ້າວ່າ ຈຳນວນ​ດັ່ງກ່າວ​ເວລາ​ນີ້​ໄດ້​ຫລຸດ​ລົງ​ເຫລືອ​ຢູ່ 15,000 ຄົນ.

ທ່ານ​ກ່າວ​ວ່າ ການ​ຫລຸດ​ລົງ​ຂອງ​ກຳລັງ​ພາກພື້ນດິນ​ສະຫະລັດ ​ທີ່​ຖືກ​ສົ່ງ​ໄປ​ປະຈຳ​ການຢູ່​ໃນ​ເຂດ​ສະໝໍລະພູມນັ້ນ ​ແມ່ນ​ຂີດ​ໝາຍ​ຂອງ​ການ​ປ່ຽນ​ແປງ ​ໃນ​ຍຸດທະ​ສາດ​ ເພື່ອ​ກາງ​ຕໍ່​ຫລາຍ​ຂຶ້ນ​ໃນ​ການ​ສ້າງ​ກຳລັງ​ແນວ​ໂຮມ​ນາໆ​ຊາດ​ທີ່​ມີ​ຄວາມເຂັ້ມ​ແຂງແລະ​ກາງ​ຕໍ່​ຄູ່​ຮ່ວມ​ງານ​ໃນ​ເຂດ​ທ້ອງ​ຖິ່ນ ​ເພື່ອ​ຈະ​ຫຼຸດຜ່ອນ​ການ​ບາດ​ເຈັບ​ລົ້ມຕາຍ ​ຂອງ​ທະຫານ​ອາ​ເມຣິກັນ​ແລະ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ລົງ.

Your browser doesn’t support HTML5

Obama Describes Efforts to Combat Terrorism

ການ​ປ່ຽນ​ແປງ​ໃນ​ຍຸດທະ​ສາດ​ດັ່ງກ່າວແມ່ນ​ຮວມທັງ​ການ​ໂຈມ​ຕີເພີ້ມຂຶ້ນໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ທີ່​ແນ​ເປົ້າໝາຍ​ໃສ່​ພວກ​ກໍ່​ການ​ຮ້າຍ ​ໃນ​ລະຫວ່າງ​ການ​ດຳ ລົງ​ຕຳ​ແໜ່​ງຂອງ​ທ່ານ​ໂອ​ບາ​ມາ. ທ່ານ​ຮັບ​ຮູ້​ເຖິງ​ການ​ຂາດ​ຂໍ້​ມູນ ​ຢ່າງ​ສົມບູນ​ ໃນການ​ໂຈມ​ຕີ​ເຫລົ່ານີ້ ​ແລະ​ການ​ເສຍ​ຊີວິດ​ຂອງ​ພົນລະ​ເຮືອນ​ທີ່​ເປັນ​ຜົນ​ມາ​ຈາກການ​ໂຈມ​ຕີແຕ່​ກໍ​ກ່າວ​ວ່າ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ແມ່ນ​ແມ່ນ​ຍຳ​ ກວ່າ​ການ​ໂຈມ​ຕີ​ທາງອາກາດ ​ແລະ​ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອຍ​ລົງທີ່​ຈະ​ພາ​ໃຫ້​ມີ​ການ​ເສຍ​ຊີວິດ​ຂອງ​ພົນລະ​ເຮືອນ​ທີ່​ບໍ່​ມີ​ຄວາມ​ຜິດໜ້ອຍ​ກວ່າ​ການ​ສົ່ງ​ກຳລັງ​ທະ ຫານ​ໄປ​ບຸກລຸກ​ທາງ ພາກພື້ນດິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ