ສຫລ ລະນຶກເຖິງ ວັນຄົບຮອບ 50 ປີ ໃນການເຖິງແກ່ ອະສັນຍະກໍາ ຂອງ ປ. Kennedy (ສະໄລດ໌)

ປະທານາທິບໍດີ John F. Kennedy ແລະພັນລະຍາ ກ່ອນໜ້າ ຈະ ຖືກລອບສັງຫານ ເມື່ອວັນທີ 22 ພະຈິກ ປີ 1963 ທີ່ເມືອງ Dallas ລັດ Texas

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ​ອະດີດ​ປະທານາທິບໍດີ ບິ​ລ ຄຼິນ ຕັນ ຈະ​ປະກອບ​ພິທີ​ວັນ​ຄົບຮອບ 50 ປີຂອງ​ການເຖິງ​ແກ່ອະສັນ​ຍະ​ກໍາ​ ຂອງ​ມື້​ລາ​ງ ປະ ທານາທິບໍດີ John F. Kennedy ​ໂດຍການ ວາງພວງມາລາຢູ່​ໃກ້ຂຸມຝັງ​ສົບ​ຂອງທ່ານ.

ທ່ານ​ນາງ Michelle Obama ສະຕີ​ໝາຍ​ເລກ​ນຶ່ງ ພ້ອມ​ດ້ວຍ​ທ່ານ​ນາງ Hillary Clinton ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກໍ​ຈະ​ປະ ກອບສ່ວນ​ ໃນ​ພິທີ​ດັ່ງກ່າວ​ນີ້ ທີ່​ສຸສານ​ແຫ່ງ​ຊາດ Arlington ທີ່ຢູ່​ໃກ້ນະ ຄອນຫຼວງວໍ​ງຕັນ​ນັ້ນ.

ພິທີ​ດັ່ງກ່າວ​ນີ້ຈະ​ເປັນ​ສ່ວນ​ນຶ່ງ​ເຫດການ​ສຳຄັນ​ທີ່​ມີ​ຂຶ້ນເປັນ​ເວລາ​ນຶ່ງ​ອາທິດ ​ເພື່ອ​ລະນຶກ​ເຖິງປະທານາທິບໍດີ​ຄົນ​ທີ 35 ຂອງ​ສະຫະລັດ ທີ່​ໄດ້​ຖືກ​ລອບ​ສັງຫານ ເວລາທ່ານ​ມີ​ອາຍຸ​ໄດ້ 46 ປີ.

​ເຈົ້າໜ້າ​ທີ່​ທໍານຽບຂາວ​ເວົ້າ​ວ່າ ທ່ານ​ໂອ​ບາ​ມາ ຍັງ​ຈະ​ສະ​ແດງ​ຄວາມ​ຍ້ອງ ຍໍ​ສັນລະ​ເສີນ ​ແກ່​ມື້​ລາງ​ປະທານາທິບໍດີ Kennedy ໃນງານລ້ຽງອາຫານ ຄໍ່າ ​ໃນ​ມື້ວັນ​ພຸດ​ຈະ​ມານີ້ ເພື່ອ​ເປັນກຽດ ແກ່ຜູ້ທີ່ໄດ້ຮັບຫຼຽນ​ໄຊ​ອິດ​ສະຫຼະ ພາບຂອງປະທານາທິບໍດີ ຄົນ​ໃໝ່​.

ຫຼຽນ​ໄຊ​ຫຼືຫຼຽນກາຄໍາຊອບດັ່ງກ່າວ ຖືວ່າເປັນຫຼຽນກຽດຕິຍົດພົນລະເຮືອນ ສູງສຸດຂອງ ສະຫະລັດ. ຊຶ່ງການມອບຫຼຽນປະຈໍາປີດັ່ງກ່າວນີ້ ໄດ້ລິເລີ່ມຂຶ້ນ ໂດຍປະທານາທິບໍດີ Kennedy.

ທ່ານ Kennedy ປະທານາທິບໍດີສະຫະລັດ ຜູ້ມີຊື່ສຽງໂດ່ງດັງແລະ​ເປັນ​ທີ່ ນິຍົມ​ຂອງ​ປະຊາຊົນຜູ້ນຶ່ງ ໄດ້ຖືກລອບສັງຫານ ເມື່ອວັນທີ 22 ພະຈິກ ປີ 1963 ທີ່ເມືອງ Dallas ລັດ Texas. ບັນດາເຈົ້າໜ້າທີ່ສືບສວນເວົ້າວ່າ ທ່ານ Kennedy ຖືກລອບສັງຫານ ຈາກມືປືນດ່ຽວ ຄືທ້າວ Lee Harvey Oswald. ແຕ່ທິດ​ສະ​ດີທີ່ສັນນິຖານກັນວ່າມີ ການສົມຮູ້ຮ່ວມຄິດນັ້ນ ຍັງມີ​ຢູ່​ຕໍ່​ມາ ​ເປັນ​ເວລາຫຼາຍໆປີ.

ວັນຄົບຮອບ 50 ປີ ການລອບສັງຫານ ມື້ລາງ ປ.Kennedy