ປ. ໂອບາມາ ຈະຊ່ອຍບັນເທົາຄວາມໂສກເສົ້າເສຍໃຈ ແກ່ພົນລະເມືອງ Orlando

Your browser doesn’t support HTML5

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະ​ເດີນທາງ​ໄປ ​ເມືອງ ​ Orlando ລັດ Florida ໃນວັນພະຫັດມື້ນີ້ ຊຶ່ງເປັນການປະຕິ ບັດຕາມອັນ ທີ່ທຳນຽບຂາວ ກ່າວວ່າ ເປັນ “ຄວາມຮັບຜິດຊອບທີ່ເປັນທາງການ” ຂອງ ທ່ານ ແລະ ມອບການບັນເທົາທຸກ ຕໍ່ຊຸມຊົນທີ່ກຳລັງໂສກເສົ້າເສຍໃຈ.

ການ​ໄປ​ຢ້ຽມຢາມຂອງທ່ານ ມີ​ຂຶ້ນຫຼັງຈາກການຍິງສັງຫານໝູ່​ ໃນວັນອາທິດ ​ແລ້ວນີ້ ຢູ່ທີ່ບາກະເທີຍ ໃນເມືອງດັ່ງກ່າວ ທີ່ເຮັດໃຫ້ມີ 49 ຄົນ ເສຍຊີວິດ ແລະ 53 ຄົນອື່ນ ໄດ້ຮັບບາດເຈັບ. ປະທານາທິບໍດີຈະພົບປະກັບບັນດາ ຄອບຄົວຂອງພວກເຄາະຮ້າຍ ພວກທີ່ລອດຊີວິດມາ​ໄດ້ ພ້ອມກັນກັບບັນດາ ເຈົ້າໜ້າທີ່ຕຳຫຼວດ ພະນັກງານປະຈຳລົດສົ່ງຄົນເຈັບ ພະຍາບານ ທ່ານໝໍ ແລະ ໝໍຜ່າຕັດ ຜູ້ທີ່ໄດ້ຊ່ອຍເຫຼືອ ພວກທີ່ຖືກຍິງທັງຫຼາຍເຫຼົ່ານັ້ນ.

Your browser doesn’t support HTML5

Outpouring of Support Focuses on Orlando Nightclub Survivors, Employees

ໂຄສົກຂອງທຳນຽບຂາວ ທ່ານ Josh Earnest ໄດ້ກ່າວວ່າ “ປະທານາທິ ບໍດີ ເຂົ້າໃຈວ່າ ທ່ານເປັນສັນຍາລັກຂອງປະເທດ. ແລະໃນເວລາ ທ່ານ ເດີນທາງໄປຫາຊຸມຊົນໜຶ່ງ ແລະ ພົບປະກັບຄອບຄົວໜຶ່ງ ທີ່ໄດ້ປະສົບ ກັບໂສກນາດຕະກຳ ທີ່ຮ້າຍແຮງ ທ່ານແມ່ນມອບສານຂອງຄວາມເສົ້າ ສະຫລົດໃຈ ແລະ ຊ່ວຍບັນເທົາຄວາມທຸກ ໃນນາມຂອງປະຊາຊົນ ຊາວອາເມຣິກັນ. ແລະ ປະທານາທິບໍດີ ໄດ້ຮັບເອົາຄວາມຮັບຜິດຊອບ ນັ້ນຢ່າງຈິງຈັງ.”

ທ່ານ Earnest ກ່າວຕື່ມອີກວ່າ ການສະໜັບສະໜູນຂອງ ທ່ານໂອບາມາ ຈະເປັນ “ການຢືນຢັນຢ່າງແຮງກ້າ” ຕໍ່ ປະຊາຄົມ ແມ່ຍິງຮັກຮ່ວມເພດ ກະເທີຍ ພວກມັກທັງສອງເພດ ແລະ ພວກປ່ຽນເພດ ຫຼື LGBT ທີ່ໄດ້ຖືກ ໂຈມຕີ.

ໃນຂະນະດຽວກັນ ຄະນະກຳມະການຮັບຜິດຊອບ ການຮັກສາຄວາມໝັ້ນຄົງ ພາຍໃນ ຂອງສະພາສູງ ຂໍຮ້ອງ​ໃຫ້ Facebook ສະໜອງຂໍ້ມູນອັນໃດກໍຕາມ ທີ່ຕົນມີ ຂອງບັນຊີໃດໆ ທີ່ກ່ຽວຂ້ອງກັບມືປືນ ທ້າວ Omar Mateen.

ຢູ່ໃນໜັງສືສະບັບໜຶ່ງ ຂອງວັນພຸດວານນີ້ ປະທານຄະນະກຳມະການ ທ່ານ Ron Johnson ໄດ້ກ່າວວ່າ ພະນັກງານຂອງທ່ານ ໄດ້ຮັບຂໍ້ມູນວ່າ ທ້າວ Mateen ໄດ້ລົງ​ຂ່າວທາງ Facebook ຫຼາຍຄັ້ງໃນວັນອາທິດ ທີ່ລວມ ທັງການປະຕິຍານ ຈົງຮັກພັກດີ ຕໍ່ຜູ້ນຳກຸ່ມລັດອິສລາມ Abu Bakr al-Baghdadi ແລະ ບອກ ສະຫະລັດ ແລະ ຣັດເຊຍ ໃຫ້ຍຸຕິການຖິ້ມລະເບີດ ໃສ່ພວກຫົວຮຸນແຮງ. ທ້າວ Mateen ຍັງໄດ້ກ່າວວ່າ ຈະມີການໂຈມຕີຫຼາຍຂຶ້ນ ໃນສະຫະລັດ ໃນສອງສາມມື້ ຈະມາເຖິງນີ້.

ສ່ວນ​ສະມາຊິກ​ສະພາ​ຄົນ​ອື່ນໆ ​ຢາກ​ຮູ້ຈັກ​ເລື້ອງຕື່ມ ໃນ​ການຕິດ​ຕໍ່ຂອງ​ອົງການ FBI ​ກ່ຽວກັບທ້າວ Mateen ຊຶ່ງ​ເຈົ້າໜ້າ​ທີ່​ສືບສວນ​ໄດ້​ສອບ ປາກຄຳ​ຜູ້ກ່ຽວ ​ ໃນ​ປີ 2013 ​ແລະ 2014​ ຫລັງ​ຈາກລາວ​ໄດ້​ເວົ້າອວດໂ​ອ້ ກັບ​ພວກ​ເພື່ອນ​ຮ່ວມ ​ງານ ໃນ​ຄວາມສຳພັນ​ຂອງ​ຜູ້ກ່ຽວ ​ກັບກຸ່ມ​ກໍ່​ການຮ້າຍ​ອາລກາ​ອີ​ດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Florida Community Turns to Recovery Process After Tragedy