ທ.ນ. Yellen ຈະຖືກແຕ່ງຕັ້ງ ເປັນຫົວໜ້າ ທະນາຄານກາງ ສຫລ (ວີດີໂອ)

ທ່ານນາງ Janet Yellen ທີ່ປະທານາທິບໍດີ Barack Obama ສະເໜີແຕ່ງຕັ້ງ ໃຫ້ເປັນຫົວໜ້າ ທະນາຄານກາງ ສະຫະລັດ.

ເຈົ້າ​ໜ້າ​ທີ່​ທໍານຽບຂາວ​ຄົນ​ນຶ່ງ​ກ່າວ​ວ່າ ປະທານາທິບໍດີ Barack
Obama ຈະແຕ່ງຕັ້ງ ທ່ານ​ນາງ Janet Yellen ​ເປັນ​ຫົວ​ໜ້າ
ທະນາຄານ​ກາງ ສະຫະລັດ ໃນ​ວັນ​ພຸດ​ມື້​ນີ້.

ຖ້າ​ຫາກໄດ້​ຮັບ​ການ​ຢືນຢັນຈາກສະພາ​ສູງ​ແລ້ວ ທ່ານ​ນາງ
Yellen ອາຍຸ 67 ປີ ຈະເຂົ້າຮັບ​ໜ້າ​ທີ່​ແທນທ່ານ Ben
Bernanke ທີ່ຢູ່​ໃນສະ​ໄໝ​ທີ​ສອງຂອງ​ການດຳລົງ​ຕຳ​ແໜ່​ງ​ເປັນ
​ຫົວໜ້າທະນາຄານ​ກາງສະຫະລັດ ຊຶ່ງ​ຈະ​ໝົດ​ອາຍຸ​ລົງ ໃນ​ວັນ​ທີ
31 ​ເດືອນ​ມັງ​ກອນ ປີໜ້າ​ນີ້.

ທ່ານ​ນາງ Yellen ປັດຈຸບັນ​ນີ້ ​ເປັນ​ຮອງຫົວໜ້າ ທະນາຄານ​ກາງ
ສະຫະລັດ. ກ່ອນ​ໜ້ານີ້ ທ່ານນາງ​ ເປັນ​ສາ​ດສະ​ດາ​ຈານທີ່​ມະຫາ
ວິທະຍາ​ໄລລັດ Califor-nia ສາຂາ Berkely ຫົວໜ້າທະນາ
ຄານ​ກາງ​ສະຫະລັດ ທີ່​ນະຄອນ San Francisco ​ແລະ​ເປັນ​ທີ່​ປຶກ
ສາປະທານາທິບໍດີ.

ຢູ່​ໃນ​ຄໍາ​ຖະ​ແຫລ​ງ ​ແລະ​ການ​ໃຫ້​ຄວາມ​ເຫັນ​ຕ່າງໆ ​ຕໍ່​ສາທາລະ
ນະຂອງທ່ານ​ນາງນັ້ນ ແມ່ນເຫັນ​ດີ​ນໍາ​ນະ​ໂຍບາຍດອກ​ເບ້ຍ​ຕໍ່າ ທີ່ທ່ານ Bernanke ໄດ້​
ນໍາ​ໃຊ້​ ໃນ​ຄວາມ​ພະຍາຍາມ​ຕັດອັດຕາການ​ຫວ່າງ​ງານ ​ແລະ​ນໍາພາ​ເສ​ດຖະກິດ ສະຫະ
ລັດ ອອກ​ຈາກສະພາບ​ຕົກ​ຕໍ່າ​ທີ່​ຮ້າຍ​ແຮງ​ສຸດ ​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ.

ທະນາຄານ​ກາງ ​ໄດ້​ຕັດອັດຕາດອກ​ເບ້ຍ​ ໄລຍະ​ສັ້ນລົງ ​ເກືອບ​ເຖິງ​ສູນ​ເປີ​ເຊັນ ​ແລະ​ໄດ້​ພະຍາຍາມ​ຕັດ​ອັດຕາ​ດອກ​ເບ້ຍ​ໄລຍະ​ຍາວ ດ້ວຍໂຄງການຊື້ຮຸ້ນ​ໃນ​ຕະ ຫຼາດຫຼັກຊັບ 85ພັນລ້ານ​ໂດ​ລາຕໍ່​ເດືອນ.

ບຸກຄົນ​ທີ່​ເປັນ​ຫົວໜ້າ ທະນາຄານ​ກາງ ຈະ​ຕ້ອງ​ຕັດສິນ​ໃຈ​ວ່າ ຈະ​ຊ້າ​ຫລື​ໄວເທົ່າ​ໃດຈຶ່ງ
ຈະ​ສີ້​ນສຸດຄວາມ​ພະ​ຍາ​ຍາມການ​ກະ​ຕຸ້ນ​ເສດຖະກິດ. ບັນດາ​ນັກເສດຖະ ​ສາດ​ກ່າວ​ວ່າ
​ຖ້າ​ຫາ​ກການ​ກະ​ຕຸ້ນ ​ຫາກຢຸ​ດ​ເຊົາໄວ​ເກີນ​ໄປ ​ເສດຖະກິດ​ອາດ ປິ້ນຄື​ນ​ໄປ​ສູ່ສະພາບ​ຕົກ​
ຕໍ່າອີກ. ແຕ່​ເຖິງ​ຢ່າງ​ໃດ​ກໍດີຖ້າ​ຫາກ​ການ​ກະ​ຕຸ້ນ​ດໍາ​ເນີນດົນເກີນ​ໄປ ​ອາດ​ຈະ​ເກີດ​ພາວະ​
ເງີ​ນ​ເຟີ້ ທີ່​ຈະ​ເປັນ​ໄພແກ່​ເສດຖະກິດ.

ຜູ້​ສະມັກ​ອີກ​ຄົນ​ນຶ່ງຂອງ​ທ່ານ Obama ກໍ​ຄືອ​ະດີດ​ລັດຖະມົນຕີ​ການ​ຄັງ ​ແລະ​ທີ່​ປຶກສາ
​ປະທານາທິບໍດີ ທ່ານ Larry Summers ​ໄດ້​ຖອນ​ຊື່​ຂອງ​ທ່ານອອກ​ຈາກ​ການ​ພິຈາລະ
ນາ ທ່າມກາງ​ທີ່​ມີ​ການ​ຄັດຄ້ານ​ຈາກບັນດາ​ສະມາຊິກສະພາ​ສູງ ຢູ່​ໃນ​ພັກ​ເດ​ໂມ​ແກັຣດ
ຂອງປະທານາທິບໍດີ Obama ​ເອງ​ນັ້ນ.

Your browser doesn’t support HTML5

Janet