ປ.ໂອບາມາ ຈະພົບປະ ກັບຜູ້ນຳ ອາເມຣິກາກາງ ໃນ ອາທິດໜ້າ (ວີດີໂອ)

ປະທານາທິບໍດີ ໂອບາມາ ພົບປະກັບ ບັນດາຜູ້ນຳ ອາເມຣິກາໃຕ້ ກ່ຽວກັບ ບັນກາຄົນລັກລອບເຂົ້າເມືອງຜິດກົດໝາຍ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະ​ພົບ​ປະ
ໃນ​ອາທິດ​ໜ້າ ທີ່ ທຳນຽບຂາ​ວ ກັບ​ບັນດາ​ປະທານາທິບໍດີ
Guatemala, Hounduras ​ແລະ El Salvador ​ເພື່ອ​ສົນທະ
ນາຫາລື ​ກ່ຽວກັບການ​ເດີນທາງຂອງ​ພວກ​ເດັກນ້ອຍ ຕ່າງ​ດ້າວ
ຂ້າມ​ຊາຍ​ແດນ​ເຂົ້າ​ມາໃນສະຫະລັດ.

ທຳນຽບຂາວກ່າວ​ວ່າ ທ່ານ Obama ​ໄດ້​ເຊີນ ປະທານາທິບໍດີ
Guatemala ທ່ານ Otto Perez Molina ປະທານາທິບໍດີ
Honduras ທ່ານ Juan Orlando Hernandez ​ແລະ ​ປະທາ
ນ​າທິບໍດີ El Salvador ທ່ານ Sanchez Ceren ​ເພຶ່ອມາປຶກ
ສາຫາລື ກ່ຽວກັບການ​ຫລັ່ງ​ໄຫລ​ເຂົ້າ​ມາໃນສະ ຫະລັດຂອງ
ພວກເດັກນ້ອຍ ​ໃນ​ວັນ​ສຸກ​ໜ້າ​ນີ້.

Your browser doesn’t support HTML5

OBAMA IMMIGRATION CNPK

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້ ບັນດາລັດຖະບານ ອາ​ເມຣິກາ​ກາງ ປະຕິບັດ​ງານ​ເພີ້​ມ​ເຕີມ ​ເພື່ອ​ຫລຸດຜ່ອນກາ​ນຫລັ່ງ​ໄຫລ​ເຂົ້າ​ມາ​ຢ່າງ​ຫລວງ ຫລາຍ​ຂອງພວກ​ເດັກ
ນ້ອຍ ​ທີ່​ບໍ່​ມີ​ຜູ້​ປົກຄອງ ທີ່​ພະຍາຍາມ​ເດີນທາງເຂົ້າ​ມາໃນ ສະຫະລັດແບບຜິດ​ກົດໝາຍນັ້ນ. ການ​ຫລັ່ງໄຫລຂອງ​ເດັກ​ນ້ອຍ​ຕ່າງ​ດ້າວ​ເຫຼົ່ານີ້ ​ໄດ້ກໍ່ໃຫ້ເກີດວິກິດທາງການດ້ານ​ເມືອງ ​ແລະ​ດ້ານ​ຊາຍ​ແດນ ຢູ່​ໃນສະຫະລັດ.

​ໃນ​ວັນ​ສຸກ​ວານ​ນີ້ ສະຫະລັດ ​ໄດ້ເນລະເທດຫຼື​ສົ່ງ​ກັບ​ຄືນຊາວ​ອາ​ເມຣິກາ​ກາງ​ອີກກຸ່ມ​ນຶ່ງຮວມ
ທັງ​ພວກເດັກນ້ອຍ ​ຈາກລັດ New Mexico ໃນພາກໃຕ້ຂອງສະຫະລັດ.

Your browser doesn’t support HTML5

Undocumented Immigrants Face Perilous Journey to US, No Guarantees