ປ. ໂອບາມາ ກ່າວເນັ້ນເຖິງ ຄວາມພະຍາຍາມ ທາງການທູດ ທີ່ນຳພາ ໂດຍ ສຫລ ຢູ່ທີ່ UN

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ຢູ່ທີ່ອົງການສະຫະປະຊາຊາດ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຈະ​ນຳເອົາ​ກໍລະ​ນີ ສຳ​ຫລັບ​
ການ​ພົວພັນ​ທາງ​ການ​ທູດ ​ແລະ ການ​ດຳ​ເນີນ​ການ​ຮ່ວມ​ກັນ ​
ໂດຍ​ເນັ້ນ​ເຖິງ ຄວາມ​ພະຍາຍາມ​ຕ່າງໆ ທີ່​ນຳພາ​ໂດຍສະຫະລັດ ​
ໃນ​ຕາ​ເວັນ​ອອກກາງ ​ໃນ​ເວລາ​ທ່ານ​ກ່າວ​ຖະ​ແຫລ​ງ ຕໍ່​ກອງ​ປະຊຸມ
ສະມັດ​ຊາ​ໃຫຍ່​ ຂອງ​ອົງການ​ສະຫະ​ປະຊາຊາ​ດ ​ໃນ​ວັນ​ຈັນ​ມື້​ນີ້.

​ເຈົ້າໜ້າ​ທີ່​ທຳນຽບຂາວ ທ່ານ​ນຶ່ງ​ໄດ້ກ່າວ​ວ່າ ​ທ່ານ​ໂອ​ບາ​ມາ ຈະ​ຊີ້
​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ ​ຂອງ​ຂໍ້​ຕົກລົງ​ນິວ​ເຄລຍ ລະຫວ່າງ ບັນດາ
​ປະ​ເທດ​ມະຫາ​ອຳນາດ P5+1 ​ແລະ ອີຣ່ານ ອັນ​ເປັນ​ຕົວຢ່າງ ຂອງ
“ອັນ​ທີ່​ສາມາດ​ສຳ​ເລັດ​ລຸ​ລ່ວງ​ໄປ​ໄດ້ ​ໂດຍ​ການຮວມມື​ ຂອງ​
ນາໆ​ຊາດ ​ໃນຂະນະ​ທີ່ປະ​ເທດໃດ​ນຶ່ງ ຈະ​ຕ້ອງ​ຮັບຜິດ​ຊອບ
ຖ້າ​ທຳ​ການ​ລະ​ເມີດ​ກົດ​ ລະບຽບ​ສາກົນ ແລະ​ການ​ດຳ​ເນີນຕາມຫຼັກການ​ ​ດ້ານການ​ທູດ​ເພື່ອ​ບັນລຸ ​ວັດຖຸ​ປະສົງ ຕ່າງໆ ​ຂອງພວກ​ເຮົາ.”

ປະທານາທິບໍດີ​ສະຫະລັດ ຍັງ​ຈະຖະ​ແຫລ​ງ​ເຖິງ​ບັນຫາ​ຄັດ​ແຍ້​ງ​ໃນ​ຊີ​ເຣຍ ​ໂດຍ​ຮຽກຮ້ອງ​
ໃຫ້​ມີ ຄວາມຈຳ​ເປັນ ໃນ​ຄວາມ​ຈະ​ພະຍາ​ຍາມ ​ຕໍ່ຕ້ານ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ
ດ້ວຍ​ກຳລັງທາງທະຫານ ຄວບ​ຄູ່ໄປ​ກັບ “ຄວາມ​ໝາ​ຍໝັ້ນ​ໂດຍທຸກໆປະ​ເທດ ​ເພື່ອ​
ຫາ​ທາງ ​ແລະສະໜັບ​ສະ​ໜຸນ ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ”
ໃນ​ປະ​ເທດ​ທີ່ເກີດ
​ສົງຄາມ​ກາງ​ເມືອງນັ້ນ.

​ບັນດາເຈົ້າໜ້າ​ທີ່ຂອງ​ລັດຖະບານ​ທ່ານ​ໂອບາ​ມາ ​ໄດ້​ເວົ້າ​ຊ້ຳແລ້ວ​ຊ້ຳອີກ ​ວ່າ ​ໄລຍະ​ຂ້າມ​
ຜ່ານ​ທາງ​ການ​ເມືອງ​ນັ້ນ ບໍ່​ສາມາດ​ເກີດ​ຂຶ້ນ​ໄດ້ ຕາບ​ໃດ​ປະທານາທິບໍດີ ຊີ​ເຣຍ Bashar
al-Assad ຍັງ​ກຳ​ອຳນາດ​ຢູ່. ບັນຫາ​ອັນ​ນັ້ນ ​ແມ່ນໄດ້ຄາດ​ກັນ​ວ່າ ທ່ານ​ໂອບາ​ມາ ຈະ​ເພັ່ງ​
ເລັງ ​ໃນ​ການ​ເຈລະຈາ ກັບ ປະທານາທິບໍດີຣັດ​ເຊຍ Vladimir Putin ໃນ​ຕອນ​ແລງວັນ​
ຈັນ​ມື້​ນີ້.

ປະທານາທີິບໍດີ ຣັດເຊຍ ທ່ານ Vladimir Putin ສະແດງທ່າທີ ຂະນະທີ່ ກ່າວຖະແຫລງ ຕໍ່ສື່ມວນຊົນ ຫຼັງຈາກການເຈລະຈາສັນຕິພາບ ໃນນະຄອນ Minsk ຂອງເບລາຣຸສ, ເມື່ອວັນພະຫັດ ທີ 12 ກຸມພາ 2015.

ການເຈລະຈາ ລະຫວ່າງ ທ່ານ​ໂອ​ບາ​ມາ ​ແລະ ທ່ານພູ​ຕິນ ຈະ​ເປັນຄັ້ງທຳ​ອິດ​ ທີ່ຈະໄດ້​ຈັດ​ຂຶ້ນ
ຢ່າງ​ເປັນ​ທາງ​ການ ນັບ​ຕັ້ງ​ແຕ່ ກອງ​ປະຊຸມ​ສຸດ​ຍອດ G-8 ​ໃນເດືອນ​ມິຖຸນາ 2013 ​ແລະ
ມັນ​ມີ​ຂຶ້ນ ​ໂດຍ​ການ​ຮ້ອງ​ຂໍ ຊ້ຳ​ແລ້ວ​ຊ້ຳອີກ ຂອງມົສກູ ອີງ​ຕາມໂຄສົກ​ທຳນຽບຂາວ ທ່ານ
Josh Earnest ​ແລະ ມັນ​ຍັງຈະ​ມີ​ຂຶ້ນ ທ່າມກາງ ຄວາມ​ເປັນ​ຫ່ວງຂອງ​ສະຫະ​ລັດ ​ກ່ຽວກັບ ​ການມີໜ້າ ຂອງ​ກອງ​ກຳລັງທະຫານຣັດ​ເຊຍ ທີ່​ຂະຫຍາ​ຍອອກ​ໄປ ໃນ​ຊີຣີ.

ທ່ານ Earnest ​ກ່າວ​ຕໍ່​ບັນດາ​ນັກຂ່າວ​ເມື່ອ​ອາທິດ​ແລ້ວ​ນີ້ ວ່າ “ປະທານາທິບໍດີ ​ໂອ​ບາ​ມາ
ຈະ ເຮັດ​ໃຫ້​ຈະ​ແຈ້ງ ອີກເທື່ອ​ນຶ່ງ ວ່າ ຣັດ​ເຊຍ ​ເພີ້ມ​ການ​ສະໜັບ​ສະ​ໜຸນ​ຂອງ​ພວກ​ຕົນ ຂຶ້ນສອງ​ເທົ່າ ​ຕໍ່ລະບອບ​ການ​ປົກຄອງຂອງ ທ່ານ Assad ນັ້ນ ​ແມ່ນ​ເປັນ​ການ​ພະນັນ​ທີ່​ຜ່າ​ຍ​ແພ້.”

ຢູ​ເຄຣນນ ຈະ​ຖືກ​ຍົກ​ເປັນ​ເລື້ອງລະດັບສູງ ​ໃນ​ການ​ເຈລະຈາ ຊຶ່ງ​ທ່ານ​ໂອ​ບາ​ມາ ຈະ​ກົດ​ດັນ
ທ່ານ​ Putin ​ໃຫ້​ປະຕິບັດ​ຕາມ​ຄວາມ​ໝັ້ນໝາຍ​ຂອງ​ຕົນ ພາຍ​ໃຕ້ຂໍ້​ຕົກລົງທີ່​ໄດ້​ບັນ​ລຸ ​ໃນ​
ນະຄອນ Minsk. ບັນ​ດາ​ເຈົ້າໜ້າ​ທີ່ ສະຫະລັດ ກ່າ​ວວ່າ ມົສກູ ສືບ​ຕໍ່​ປະກອບ​ອາວຸດ ​ແລະ
ສະໜັບສະໜູນ ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູເຄຣນ ​ເຖິງ​
ແມ່ນ​ວ່າ ​ໄດ້​ຖືກ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ ທີ່​ໄດ້​ເຮັດ​ໃຫ້​ເສດຖະກິດ​ຂອງຣັດ​ເຊຍພິການ.