ປ. ໂອບາມາ ເປັນເຈົ້າພາບ ຕ້ອນຮັບ ເລຂາທິການໃຫຍ່ ພັກຄອມມິວນິສ ຫວຽດນາມ

ເລຂາທິການໃຫຍ່ ພັກຄອມມິວນິສ ຫວຽດນາມ ທ່ານ Nguyen Phu Trong ຢ້ຽມຢຽມ ທຳນຽບຂາວ ມືີ້ນີ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ເປັນ​ເຈົ້າ
ພາບ​ຕ້ອນຮັບ ຜູ້ນຳ​ພັກຄອ​ມມິ​ວນິສຫວຽດນາມ ​ໃນ​ວັນ​ອັງຄານ​
ມື້ນີ້ ທີ່​ທຳນຽບຂາວ ​ໃນ​ຄວາມ​ພະ​ຍາ​ຍາມ​ຫລ້າ​ສຸດ ​ເພື່ອເສີມ
ຂະຫຍາຍສາຍ​ສຳພັນ​ ລະຫວ່າງ ສອງ​ປະ​ເທດ ທີ່​ເປັນອະດີດ
​ສັດຕູ​ກັນ.

ການ​ຢ້ຽ​ມຢາມຂອງ ທ່ານເລຂາທິການໃຫຍ່ Nguyen Phu
Trong ​ແມ່ນເປັນ​ຄັ້ງ​ທຳ​ອິດ​ແບບບໍ່ເຄີຍ​ມີ​ມາ​ກ່ອນ ​ໂດຍ​ຜູ້​ນຳ
ຄອມ​ມິ​ວນິສຫວຽດນາມ ​ມີ​ຂື້ນບໍ່ດົນ ຫລັງຈາກວັນຄົບຮອບ
40 ປີ​ ໃນການ​ສິ້ນ​ສຸດຂອງ​ສົງ​ຄາມຫວຽດນາມ.

ປະ​ເທດ​ທັງ​ສອງ​ ໄດ້​ສ້າງຕັ້ງສາຍສຳພັນ​ແບບປົກກະຕິ ​ເມື່ອ 20 ປີ​ກ່ອນ ​ແລະ​ຄວາມສຳ
ຄັນລະຫວ່າງກັນແມ່ນເຂັ້ມແຂງຂຶ້ນນຳນັບມື້ ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ຢູ່ໃນ​ຂົງ​ເຂດ ທີ່
ພົວພັນ​ກັບຈີນ​ເພີ້​ມທະ​ວີ​ ຢູ່ອ້ອມ​ແອ້​ມທະ​ເລ​ຈີນ​ໃຕ້.

ຖະ​ແຫລ​ງການ​ຂອງ​ທຳນຽຂາວ ກ່າວ​ວ່າ ທ່ານ Obama ມີຄວາມຕື່ນເຕັ້ນແລະ ດີໃຈ​ທີ່
​ຈະໄດ້​ສົນທະນາຫາລືກ່ຽວກັບຊ່ອງ​ທາງຕ່າງໆ ທີ່ຈະເສີມຂະຫຍາຍຄວາມ​ສຳພັນ​ສອງ
ຝ່າຍ ໂດຍເວົ້າວ່າ “ປະທານ​າທິບໍດີ ຍັງ​ຍິນດີຕ້ອນຮັບ​ໂອກາດທີ່​ຈະ​ໄດ້ໂອ້​ລົມກ່ຽວກັບ
ບັນຫາ​ອື່ນໆ ຮວມທັງ​ພາຄີການ​ຄ້າຂ້າມ​ມະຫາສະມຸດປາຊິຟິກ ສິດທິ​ມະນຸດ ​ແລະ​ການ
​ຮ່ວມມືສອງຝ່າຍໃນດ້ານປ້ອງ​ກັນ​ປະ​ເທດ.”

ທ່ານ Trong ເປັນຜູ້ນຳ​ສູງ​ສຸດ​ຂອງ​ຫວຽດນາມ ​ແຕ່​ບໍ່​ໄດ້​ຖືກ​ເລືອກ​ຕັ້ງ ​ແລະ​ບໍ່​ໄດ້​ກຳຕຳ
ແໜ່ງໃດໆຢ່າງເປັນທາງການໃນ​ລັດຖະບານ ຊຶ່ງເຮັດໃຫ້ການພົບ​ປະ​ກັບທ່ານ Obama
ນັ້ນ​ ເປັນ​ເລື້ອງທີ່ຂ້ອນຂ້າງຜິດປົກກະຕິ.

ບັນດາ​ກຸ່ມປົກປ້ອງ​ສິດທິມະນຸດ ​ແລະສະມາຊິກ​ສະພາ ກຳລັງ​ຮຽກຮ້ອງ​ໃຫ້ ປະທານາທິບໍ
ດີ Obama ສືບຕໍ່​ກົດ​ດັນຫວຽດນານ​ ​ໃຫ້​ປັບ​ປຸງປະຫ​ວັດ​ການ ເຄົາລົບນັບຖືສິດທິ​ມະນຸດ
​ຂອງ​ຕົນໃຫ້ດີຂຶ້ນຂ ​ແລະ​ຈຳນວນ​ນຶ່ງ​ ໄດ້ຕັ້ງຄຳ​ຖາມ​ວ່າ ທຳນຽບຂາວບໍ່​ຄວນ​ທີ່​ຈະ​ເປັນ​
ເຈົ້າພາບ​ຕ້ອນຮັບ ທ່ານ Trong ​ເລີຍ.