ປ. ໂອບາມາ ລົງນາມ ໃນດຳລັດ ຊຸກຍູ້ ການແບ່ງປັນຂໍ້ມູນ ຄວາມປອດໄພ ທາງອິນເຕີແນັດ

ປ. ໂອບາມາ ລົງນາມໃນດຳລັດສະບັບນຶ່ງ ຊຸກຍູ້ການຮ່ວມມື ກ່ຽວກັບການແບ່ງປັນຂໍ້ມູນ ລະຫວ່າງບໍລິສັດເອກກະຊົນ ກ່ຽວກັບໄພຂົ່ມຂູ່ ຕໍ່ຄວາມປອດໄພທາງອິນເຕີແນັດ ທີ່ກອງປະຊຸມສຸດຍອດ ຢູ່ເມືອງ Palo Alto ໃນລັດ California (13 ກຸມພາ 2015)

ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້​ເຊັນ
ດຳ​ລັດສະບັບນຶ່ງ ໃນ​ມື້ວັນ​ສຸກ​ວານ​ນີ້ ທີ່​ແນໃສ່​ເພື່ອ​ຊຸກຍູ້​ໃຫ້​
ບັນດາ​ບໍລິສັດ​ແລະ​ອົງການ​ຈັດ​ຕັ້ງ​ຕ່າງໆ ແບ່ງ​ປັນ​ຂໍ້ມູນເພີ້ມ
ຂຶ້ນກ່ຽວ​ກັບການ​ຂົ່ມຂູ່ ຕໍ່ລະບົບ​ຄວາມ​ປອດ​ໄພ​ທາງອິນ​ເຕີ​
ແນັດກັບ​ລັດຖະບານ ​ແລະ​ລະຫວ່າງກັນ​ແລະ​ກັນ.

ທ່ານ Barack Obama ໄດ້​ເຊັນ​ດຳລັດດັ່ງກ່າວນີ້ ​ຢູ່ທີ່ກອງ
​ປະຊຸມທີ່ໄດ້ຮັບຄວາມອຸບປະຖຳຈາກທຳນຽບຂາວ ກ່ຽວ​ກັບ
ຄວາມ​ປອດ​ໄພທາງ​ອິນ​ເຕີ​ແນັດ ​ແລະ​ປ້ອງ​ກັນ​ຜູ້​ບໍລິ​ໂພ​ກ ທີ່​
ມະຫາວິທະຍາ​ໄລ Stanford ໃນລັດ California.

ເອກກະສານຂໍ້ມູນກ່ຽວກັບກອງປະຊຸມສຸດຍອດໃນຄັ້ງນີ້ກ່າວວ່າ ມີຂຶ້ນໃນເວລາທີ່ຫຼໍ່ແຫຼມ
ສຳຄັນ ຂະນະທີ່ໄພຂົ່ມຂູ່ຕໍ່ອິນເຕີແນັດ ໄດ້ແຜ່ກະຈາຍ ມີຄວາມຮ້າຍແຮງ ແລະເປັນອັນ ຕະລາຍເພີ້ມຂຶ້ນ.

ທຳນຽບຂາວກ່າວວ່າ ດຳລັດສະບັບນີ້ແມ່ນໄດ້ກຳນົດຂອບທີ່ຈະຮວມທັງໃຫ້ການປົກປ້ອງ
ຄຸ້ມຄອງຢ່າງແຂງຂັນຕໍ່ຄວາມລັບຂອງສ່ວນບຸກຄົນ ແລະສິດເສລີພາບຂອງພົນລະເມືອງ ໃນຂະນະທີ່ມັນກຳຈັດອຸບປະສັກກີດຂວາງ ລະຫວ່າງລັດຖະບານແລະພາກສ່ວນເອກກະ ຊົນ.

ທຳນຽບຂາວກ່າວວ່າ “ສ່ວນໃຫຍ່ຂອງໂຄງລ່າງພື້ນຖານທີ່ສຳຄັນໆຂອງປະເທດເຮົາແລະ ພວກທີ່ອາດຕົກເປັນເປົ້າໝາຍອື່ນໆ ແມ່ນບໍ່ໄດ້ເປັນເຈົ້າຂອງໂດຍລັດຖະບານກາງ. ລັດ ຖະບານກາງ ແມ່ນບໍ່ສາມາດ ຫລືຊາວອາເມຣິກັນ ບໍ່ຕ້ອງການ ໃຫ້ສະໜອງການຄຸ້ມຄອງ
ຄວາມປອດໄພທາງອິນເຕີແນັດຕໍ່ທຸກໆຕາໜ່າງຂອງເອກກະຊົນໄດ້ ດັ່ງນັ້ນ ພາກເອກກະ ຊົນຕ້ອງມີບົດບາດທີ່ສຳຄັນ ໃນຕາໜ່າງການປ້ອງກັນທົ່ວໆໄປຂອງພວກເຮົາ.”

ດຳລັດສະບັບນີ້ ຍັງ​ສັ່ງໃຫ້ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນຂອງສະຫະລັດ ໃຫ້ເງິນ ສະໜັບສະໜຸນຕໍ່ການພັດທະນາມາດຕະຖານຂອງ​ການ​ແບ່ງປັນ​ຂໍ້ມູນລະຫວ່າງກັນດ້ວຍ ຄວາມສະໝັກໃຈ.

ການ​ເຄື່ອນ​ໄຫວ​ນີ້ ມີ​ຂື້ນຫຼັງ​ຈາກ​ການ​ໂຈມ​ຕີເຈາະຂໍ້ມູນທີ່​ຮູ້​ກັນ​ດີຕໍ່ບໍລິສັດຮູບເງົາ Sony ບໍລິສັດປະກັນ​ໄພ​ສຸຂະ​ພາບ Anthem ບໍລິສັດ Target ບໍລິສັດ Home Depot ບໍລິສັດ
Ebay ​ແລະບໍລິສັດ JPMorgan Chase. ລັດຖະບານສະຫະລັດ ກໍຖືກ​ໂຈມຕີ​ ທາງ​ອິນ​ເຕີ​ແນັດ ເຊັ່ນດຽວກັນ ຮວມທັງການໂຈມຕີ ຕໍ່ລະບົບຄອມພິວ​ເຕີ ທີ່ບໍ່​ໄດ້ເກັບຄວາມ​ລັບ ຂອງທຳນຽບຂາວແລະ​ກະຊວງ​ຕ່າງ​ປະ​ເທດແລະ​ການໂຈມຕີຕໍ່ບັນຊີ Twitter ​ແລະ You Yube ຂອງກອງ​ບັນຊາ​ການ​ທະຫານ​ສະຫະລັດ ​ຢູ່ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ຫລື CENTCOM​.

ການ​ໂຈມຕີ​ຈຳນວນ​ນຶ່ງ​ ໄດ້​ມີການຖິ້ມໂທດ​ໃສ່ພວກ​ເຈາະຂໍ້ມູນຫລືແຮັກເກີ້​ຢູ່ຣັດ​ເຊຍ ຈີນ
​ແລະ​ເກົາຫລີ​ເໜືອ​.

Your browser doesn’t support HTML5

OBAMA CYBERSECURITY CNPK Kells