ປ. ໂອບາມາ ສັ່ງໃຫ້ທີມຄວາມໝັ້ນຄົງ ສຫລ ເພີ້ມການໂຈມຕີ ຕໍ່ກຸ່ມລັດອິສລາມ

Your browser doesn’t support HTML5

ໃນ​ຂະນະ​ທີ່​ການ​ຢຸດ​ຍິງ​ຢູ່​ປະ​ເທດ​ຊີ​ເຣຍຄາດ​ວ່າຈະ​ເລີ້ມມີ​ຜົນ​
ບັງຄັບ​ໃນ​ວັນ​ເສົາ ມື້ອື່ນ​ນີ້ ປະທານາທິບໍດີ​ສະຫະລັດ ທ່າ​ນບາ
ຣັກ ​ໂອ​ບາ​ມ ກ່າວ​ວ່າ ການ​ຍຸຕິ​ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ ​ແລະ
​ອີ​ຣັກ ​ແມ່ນ​ເຄື່ອງມື ​ອັນສຳຄັນ ​ເພື່​ອຈະ​ເອົາ​ຊະນະ ​ຕາໜ່າງກໍ່​
ການ​ຮ້າຍ​ຂອງ​ກຸ່ມ​ລັດ​ອິສລາມ.

ທ່ານ​ກ່າວ​ວ່າ ສະຖານະ​ການ​ໃນ​ຊີ​ເຣຍ​ແລະ​ອີຣັກ ​ແມ່ນ​ນຶ່ງ​ໃນ​
ບັນຫາ​ທີ່​ຊັບຊ້ອນ ທີ່​ສຸດ​ຂອງໂລກ ທີ່​ເຄີຍ​ປະສົບ​ພົບ​ເຫັນ​ມາ
​ເມື່ອ​ບໍ່​ດົນ​ຜ່ານ​ມານີ້. ທ່ານ​ໃຫ້​ຂໍ້​ສັງ​ ​ເກດ​ວ່າ ກຸ່ມ​ລັດ​ອິສລາມ​
ໄດ້​ຕັ້ງໝັ້ນ ຮວມທັງ​ຢູ່​ໃນ​ເຂດເທດສະບານ​ຂອງ​ເມືອງ​ຕ່າງໆ
​ໂດຍ​ໃຊ້​ພົນລະ​ເຮືອນ​ແລະ​ມະນຸດ​ເປັນ​ເຄື່ອງ​ກຳ​ບັງ.

ທ່ານໂອ​ບາ​ມາ ກ່າວ​ຕື່ມ​ວ່າ ສົງ​ຄາມ​ໃນຊີ​ເຣຍ ​ເປັນ​ສົງຄາມ​ຕົວ​ແທນ​ລະຫວ່າງ​ມະຫາ
​ອຳນາດ​ທ້ອງ​ຖິ່ນ ທີ່​ໄດ້​ສະທ້ອນ​ໃຫ້​ເຫັນ​ ເຖິງ​ການ​ແຂ່ງຂັນ​ກັນ​ຢ່າງ​ເລິກ​ເຊິ່ງລະຫວ່າງ​
ສາສະໜາ​ຕ່າງໆ.

ປະທານາທິບໍດີ Barack Obama,ກາງ, ພ້ອມດ້ວຍ ລັດຖະມົນຕີ ຕ່າງປະເທດ ທ່ານ John Kerry, ຊ້າຍ, ແລະລັດຖະມົນຕີ ປ້ອງກັນປະເທດ ທ່ານ Ash Carter ຂວາ.

ປະທານາທິບໍດີ​ໂອ​ບາ​ມາ​ໃຫ້​ທັດສະນະ​ດັ່ງກ່າວ ຫລັງ​ຈາກ​ໄດ້​ພົບ​ປະ​ກັບ​ເຈົ້າໜ້າ​ທີ່​ອະ
​ວຸ​ໂສ​ດ້ານ​ຄວາມ​ໝັ້ນຄົງ​ ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໃນ​ວັນ​ພະ ຫັດ​ວານ​ນີ້.
ທ່ານ​ກ່າວວ່າ ມີ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຫລັ່ງ​ໄຫຼຂອງ ​ພວກ​ນັກ​ລົບ​ຕ່າງ
ປະ​ເທດ​ເຂົ້າ​ໄປ​ໃນ​ຊີ​ເຣຍ ​ເບິ່ງ​ຄື​ວ່າ​ພວມ​ມີ​ການ​ຊັກ​ຊ້າ​ລົງ ​ເຮັດ ​ໃຫ້​ເປັນ​ການ​ຍາກ​ຂຶ້ນ
ຕື່ມ​ທີ່​ພວກ​ຫົວ​ຮຸນ​ແຮງ​ຈະ​ໄດ້​ຮັບ​ກຳລັງ​ສະໜັບສະໜຸນຖັນ ​ແຖວ​ທີ່​ສູນ​ເສຍ​ໄປ​ຂອງ​
ພວກ​ເຂົາ​.

ໃນ​ການ​ກ່າວ​ເຖິງ​ຂໍ້​ຕົກລົງ​ຢຸດ​ຍິງ​ ສະຫະລັດ-ຣັດເຊຍ ທີ່​ກຳນົດຈະ​ມີ​ຜົນ​ບັງຄັບ​ໃຊ້ຢູ່
ຊີ​ເຣຍນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ສະຫະລັດ​ຈະ​ດຳ​ເນີນ​ການ​ທຸກ​ສິ່ງຢ່າງ​ທີ່​ຕົນສາມາດ ​ເພື່ອ​ຊ່ອຍ​ໃຫ້ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ນຳ​ໃຊ້​ຕໍ່​ໄປ.

ລັດຖະມົນຕີ ຕ່າງປະເທດ ທ່ານ John Kerry

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ ທ່ານ Sergei Lavrov ​ຈັດ​ກອງ​ປະຊຸມ ສະພາ
ການ​ຮ່ວມ​ມື​ ລະຫວ່າງ​ຣັດ​ເຊຍ-ອາຣັບຂຶ້ນ​ໃນ​ວັນ​ສຸກ​ມື້ນີ້ ທີ່​ນະຄອນຫຼວງ ມົສກູ​ທີ່​ທ່ານ
​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ການ​ໂຮມ​ຊຸມນຸມ​ດັ່ງກ່າວ​ນີ້ຈະ​ເພັ່ງ​ເລັງ​ໃສ່​ເພື່ອ ຍຸຕິບັນຫາ​ຂັດ
​ແຍ້​ງ​ໃນ​ຊີ​ເຣຍ.