ທ່ານ ໂອບາມາ ປະກາດ ການລິເລີ່ມ ພະລັງງານ ສະອາດ

ປະທານາທິບໍດີ ບາຣັກ ໂອບາມາ ກ່າວໃນກອງປະຊຸມ ພະລັງງານສະອາດແຫ່ງຊາດ ທີ່ຫໍປະຊຸມໃຫຍ່ ຣີສອດ Mandalay Bay. 24 ສິງຫາ, 2015, ນະຄອນ Las Vegas.

ປະທານາທິບໍດີ​ ສະຫະລັດ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ໄດ້​ປະກາດ ກ່ຽວກັບ​ດຳລັດສະບັບ​ໃໝ່ຂອງຝ່າຍບໍລິຫານ ​ແລະ ຄວາມ​ພະຍາຍາມ​ດ້ານ​ອື່ນໆ​ທີ່​ແນ​ໃສ່ເພື່ອ​ເຮັດໃຫ້ເປັນການ ງ່າຍຂຶ້ນ ສຳລັບ​ບັນດາ​ເຈົ້າ​ຂອງ​ບ້ານ ​ເຮືອນແລະ​ທຸ​ລະ​ກິດ​ ທີ່ຈະ​ລົງ​ທຶນ​ໃນ​ການ​ປັບປຸງ​ພະລັງງານ​ສີຂຽວງ່າຍ​ຂຶ້ນ ເຊິ່ງ​ໃນ​ເມື່ອ​ກ່ອນ​ ອາດ​ຈະ​ບໍ່​ສາມາດ​ປະຕິບັດ​ ຫຼື ສາມາດ​ຊື້​ໄດ້.

ທ່ານ ​ໂອ​ບາ​ມາ ໄດ້​ເປັນ​ຜູ້​ກ່າວຄຳປາໄສຄົນສຳຄັນ​ໃນ​ກອງ​ປະຊຸ​ມ ພະລັງງານ​ສະ​ອາດ ທີ່ນະຄອນ Las Vegas, ລັດ ​ເນ​ວາດາ ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ຈັນ​ວານ​ນີ້. ທ່ານ​ໃຫ້ຂໍ້ສັງເກດວ່າພວກທີ່ມີຜົນ ປະໂຫຍດ ໃນນ້ຳມັນ​ເຊື້ອ​ໄຟ Fossil ແລະ ສາທາລະນຸປະໂພກ ຈຳນວນນຶ່ງແມ່ນ​ກຳລັງ​ຕໍ່ສູ້​ກັບ​ການຮີບ​ເລັ່ງຫາ​ພະລັງງານ​ທີ່​ສະອາດ​ກວ່າ, ຖືກ​ກວ່າ ​ແລະ ມີ​ປະສິດທິ​ພາບ​ຫຼາຍ​ກວ່າຂອງ​ປະ​ເທດ. ​ແຕ່​ທ່ານ​ໄດ້​ກ່າວ​ວ່າ, “ຂໍໂທດ, ພວກ​ເຮົາ​ແມ່ນ​ກຳລັງ​ກ້າວ​ໄປ​ຂ້າງ​ໜ້າ.”

ທ່ານ​ໄດ້​ກ່າວ​ວ່າ ຫຼັງ​ຈາກ​ຫຼາຍ​ທົດ​ສະ​ວັດ​ ​ໃນ​ການ​ຖືກ​ບອກ​ວ່າ​ພະລັງງານ​ທົດແທນແມ່ນບໍ່ ເໝາະສົມສຳລັບເສດຖະກິດ, ​ແຕ່​ວ່າ “ມື້​ນີ້​ຄຳ​ເວົ້າ​ນັ້ນ​ມັນ​ບໍ່​ເປັນ​ຈິ​ງອີກ​ຕໍ່​ໄປ​ແລ້ວ.”

​ໃນ​ລະຫວ່າງ​ບາດກ້າວ​ທີ່​ໄດ້​ປະກາດ​ອອກ​ໄປ​ ໂດຍ​ທ່ານ​ປະທານາທິບໍດີ ​ມັນແມ່ນ​ກົດ​ລະບຽບ​ໃໝ່ ຈາກ​ອົງການຄຸ້ມຄອງບ້ານເຮືອນ ຂອງລັດຖະ ບານກາງ ທີ່ອາດຈະ​ຂະ​ຫຍາ​ຍການ​ນຳ​ໃຊ້​ ໃນສິ່ງ​ທີ່​ເອີ້ນ​ວ່າການ​ກູູ້ຢືມ PACE ຫຼື ການ​ຕິ​ດຕັ້ງ​ພະລັງງານ​ທົດ​ແທນ​ສຳ​ລັບ​ຕຶກ​ອາຄານ ທີ່​ອະ​ນຸຍາດ​ໃຫ້​ບັນດາ​ເຈົ້າ​ຂອງ​ບ້ານເຮືອນ​ຕິດ​ຕັ້ງ​ການ​ພັດ​ທະ​ນາ​ພະລັງງານ ​ແລະ ຈ່າຍ​ຄືນ​ຄ່າ​ໃຊ້​ຈ່າຍຂອງ​ພວກ​ເຂົາ​ໃນ​ເວລາ​ຕໍ່​ມາ. ປະຈຸ​ບັນ​ນີ້, ການ​ນຳໃຊ້​ແຫຼ່ງ​ເງິ​ນທຶນ ​ແມ່ນ​ໄດ້​ຖືກ​ຈຳກັດ​ໂດຍ​ອຸປະສັກ​ດ້ານ​ລະບຽບ. ທ່ານຍັງ​ໄດ້​ກ່າວ​ວ່າ ກະຊວງພະລັງງານຈະ​ໃຫ້ການກູ້ຢືມ ໃນ​ການ​ຄ້ຳປະກັນເພີ່ມ​ເຕີມ 1 ຕື້​ໂດ​ລາ​ ເພື່ອສະ​ໜັບສະ​ໜູນ​ການ​ປັບປຸງ​ໃໝ່​ໃນ​ດ້ານ​ເທັກ​ໂນ​ໂລຈີ ທີ່ເຮັດ​ໃຫ້​ຊາວ ອາ​ເມຣິກາ ມີການ​ປັບ​ຕົວ​ເພີ່ມ​ຂຶ້ນ​ໃນ​ການ​ເລືອກ​ພະລັງງານ​ທົດ​ແທນ.

ຄຳ​ປາ​ໄສ​ຂອງ​ທ່ານ ​ໂອ​ບາ​ມາ, ​ໃນ​ກອງ​ປະຊຸມ​ພະລັງງານ​ປະຈຳ​ປີ​ທີ່​ໄດ້​ຈັດ​ຂຶ້ນ​ໂດຍ​ຜູ້ນຳ ສະມາຊິ​ກສະພາສູງ​ພັກ​ເດ​ໂມແຄຣັດ ທ່ານ Harry Reid, ​ໄດ້​ແນ​ເປົ້າ​ໃສ່​ການ​ຕໍ່ຕ້ານພວກ ທີ່ມີຜົນປະໂຫຍດນຳ​ນ້ຳມັນ​ເຊື້ອ​ໄ​ຟ Fossil ​ແລະສາທາລະນຸປະໂພກ ​ທີ່​ໄດ້​ເຮັດ​ວຽກເພື່ອ​ບັ່ນທອນ​ນະ​ໂຍບາຍ​ພະລັງງານ​ສະອາດ ດ້ວ​ຍການ​ໂຕ້​ຖຽງ​ ​ເຊິ່ງບັນ​ຫາ​ນີ້ຄວນ​ຖືກ​ປ່ອຍ​ໃຫ້​ເປັນໜ້າທີ່ຕະຫຼາດ​ການຄ້າ​ເສລີ.

ທ່ານ​ປະທານາທິບໍດີ​ໄດ້​ກັບຄື​ນຈາກ​ການ​ພັກຜ່ອນ​ສອງ​ອາ​ທິດ​ ພ້ອມ​ກັບຫຼາຍ​ບັນ​ຫາ​ສຳຄັນ​ທີ່ກຳລັງ​ປະ​ເຊີນໜ້າທ່ານ​ໃນ​ສອງ​ສາມເດືອນ​ຂ້າງ​ໜ້າ, ລວມທັງ​ການ​ເຮັດ​ວຽກ ​ເພື່ອ​ຊຸກຍູ້ຂໍ້​ຕົກລົງ​ສາກົນ ​ກ່ຽວ​ກັບ​ໂຄງ ການ​ນິວ​ເຄລຍຂອງອີ​ຣ່ານ ຜ່ານ​ສະພາ​ ທີ່ຍັງ​ມີ​ການ​ສົງ​ໄສຢູ່​ນັ້ນ.

Your browser doesn’t support HTML5

Obama Climate