ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະປະກາດ
ໃນວັນອັງ ຄານມື້ນີ້ ວ່າ ບັນດາທຸລະກິດຂອງສະຫະລັດໄດ້ໃຫ້ຄຳ
ໝາຍໝັ້ນທີ່ຈະທຳການລົງທຶນ ເປັນຈຳນວນເງິນ 14ຕຶ້ດອລລ່າ
ໃນທົ່ວພາກພື້ນອາຟຣິກາ.
ທ່ານໂອບາມາ ມີກຳໜົດຈະທຳການປະກາດດັ່ງກ່າວ ຢູ່ໃນກອງ
ປະຊຸມດ້ານທຸລະກິດ ລະຫວ່າງສະຫະລັດກັບອາຟຣິກາ ທີ່ນະ
ຄອນຫລວງວໍຊິງຕັນ ຊຶ່ງເປັນ ສ່ວນນຶ່ງຂອງກອງປະຊຸມສຸດຍອດ
3 ວັນ ລະຫວ່າງທ່ານໂອບາມາ ກັບປະມຸກ 50 ປະເທດຈາກອາຟຣິກາ.
ເຈົ້າໜ້າທີ່ທຳນຽບຂາວທ່ານນຶ່ງກ່າວວ່າ ການລົງທຶນແມ່ນຈະຮວມທັງໂຄງການ ໃນດ້ານພະລັງງານ ການທະນາຄານ ການກໍ່ສ້າງ ແລະ IT ຫລືເທັກໂນໂລຈີຂໍ້ມູນຂ່າວສານ.
ກອງປະຊຸມສຸດຍອດລະຫວ່າງຜູ້ນຳສະຫະລັດກັບອາຟຣິກາ ເລີ້ມຂຶ້ນໃນວັນຈັນວານນີ້
ດ້ວຍການຈັດກອງປະຊຸມປຶກສາຫາລືຫລາຍໆບັ້ນ ກ່ຽວກັບຫລາຍໆບັນຫາ ອັນຮວມທັງ
ເລື້ອງຄວາມໝັ້ນຄົງຂອງຂົງເຂດ ສຸຂະພາບ ສິ່ງແວດລ້ອມ ແລະການສໍ້ລາດບັງຫລວງ.
ໃນກອງປະຊຸມນຶ່ງກ່ຽວກັບປະຊາສັງຄົມນັ້ນ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ຮຽກຮ້ອງ ບັນດາຜູ້ເຂົ້າຮ່ວມປະຊຸມ ໃຫ້ຊຸກຍູ້ໃຫ້ມີປະຊາທິປະໄຕ ການປົກຄອງດ້ວຍຕົວບົດກົດໝາຍ ແລະສິດທິສ່ວນບຸກຄົນຢູ່ໃນປະເທດຂອງເຂົາເຈົ້າ.
ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວວ່າ ທະວີບອາຟຣິກາ ແມ່ນມີເສດຖະກິດຈຳນວນນຶ່ງ ທີ່ຮວມຢູ່ໃນບັນດາເສດຖະກິດທີ່ຂະຫຍາຍໂຕໄວທີ່ສຸດຂອງໂລກ ແລະວ່າ ບັນດາປະເທດເຫລົ່ານັ້ນ ຄວນຈະຊ່ວຍຫລໍ່ຫລອມ ເຫດການຜັນປ່ຽນຕ່າງໆໃນອານາຄົດ ຢູ່ໃນໂລກ.
Your browser doesn’t support HTML5
ກອງປະຊຸມບັນດາຜູ້ນຳ ອາຟຣິກາ ທີ່ນະຄອນຫລວງ ວໍຊິງຕັນ ກຳລັງດຳເນີນ