ປ. ໂອບາມາ ກ່າວວ່າ ການປ່ຽນແປງ ຂອງດິນຟ້າອາກາດ ກຳນົດ ໄພຂົ່ມຂູ່ ຕໍ່ ສັດຕະວັດນີ້

Your browser doesn’t support HTML5

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ປະກາດ​
ວ່າ ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ​ຈະຖືວ່າເປັນໄພຂົ່ມຂູ່​
ຕໍ່​ສັດຕະວັດ​ນີ້ໃນ​ຂະນະ​ທີ່​ທ່ານ​ເລີ້ມຕົ້ນ ການ​ຢ້ຽມຢາມ​ຄັ້ງ
ປະຫວັດສາດ ຕໍ່ລັດ Alaska ໃນພາກຕາເວັນຕົກ ສຽງເໜືອ
ຂອງສະຫະລັດ.

ໃນການຖະແຫຼງໃນ​ວັນ​ຈັນ​ວານ​ນີ້ ຢູ່​ທີ່ກອງ​ປະຊຸມ​ສຸດ​ຍອດ
ກ່ຽວ​ກັບບັນຫາສິ່ງ​ແວດ​ລ້ອມ​ຂົ້ວ​ໂລກ​ເໜືອ ທີ່ໄດ້ຮັບຄວາມ
ອຸບປະຖຳຈາກກະຊວງ​ຕ່າງປະ​ເ​ທດ ສະຫະລັດ ປະທານາ
ທິບໍດີ Obama ກ່າວ​ວ່າ ​ໂລກ “ບໍ່​ມີ​ປະຕິກິລິຍາ​ໄວ​ພຽງ ພໍ”
ທີ່​ຈະແກ້ໄຂບັນຫາ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ.

ທ່ານ Obama ກ່າວວ່າ “ກ່ຽວ​ກັບ​ບັນຫານີ້ ຂອງ​ບັນຫາ​ທັງ​ໝົດນັ້ນ ມີ​ສິ່ງທີ່​ວ່າ​ຊ້າ​ເກີນ​ໄປ.
​ແລະ​ເວລາ​ດັ່ງກ່າວ​ ເກືອ​ບມາ​ເຖິງພວກ​ເຮົາ​ແລ້ວ.”

ທ່ານກ່າວຕື່ມວ່າ “ກິດຈະການ​ຂອງ​ມະນຸດກຳລັງ​ລົບ​ກວນ​ດິນ​ຟ້າ​ອາກາດ ຢູ່​ໃນ​ຫລາຍໆ
​ດ້ານ ​ໄວ​ກວ່າ​ທີ່​ເຮົາ​ໄດ້​ຄິດເອົາໄວ້. ວິທະຍາສາດ​ແມ່ນຕາຍ​ໂຕ. ມັນ​ເປັນ​ທີ່​ແຫລມ​ຄົມ.
ມັນ​ພິສູດ​ວ່າ ຄັ້ງ​ນຶ່ງ​ເຄີຍເປັນໄພ​ຂົ່ມຂູ່​ທີ່ຢູ່ໄກ ບັດ​ນີ້​ໄດ້​ຫຍັບ
ເຂົ້າ​ມາ​ເກືອບຢູ່​ໃນ​ປັດ​ຈຸ​ບັນ.”

ທ່ານ Obama ຊຶ່ງເປັນປະທານາທິບໍດີທີ່ຢູ່​ໃນ​ຕຳແໜ່​ງຄົນ​ທຳ​ອິດ ​ໄປ​ຢ້ຽມຢາມເຂດຂົ້ວ​
ໂລກ​ເໜືອ ແມ່ນໄດ້ເນັ້ນຢ້ຳໃຫ້ເຫັນ ໃນອັນທີ່ທ່າ​ນກ່າວ​ວ່າ ​ເປັນ​ຄວາມເສຍ​ຫາຍ​ທີ່​ຮ້າຍ
​ແຮງ​ ຈາ​ກຜົນ​ກະທົບໃນການປ່ຽນແປງຂອງ​ດິນ​ຟ້າ​ອາກາດຕໍ່ ລັດ Alaska.

ບັນດາຝູງຊົນພາກັນເຕົ້າໂຮມກັນຢູ່ Dena'ina ສູນກາງປະຊາຄົມ ໃນເມືອງ Anchorage ລໍຖ້າການກ່າວຄຳປາໄສຂອງ ປະທານາທິິດີ Obama.

ທ່ານກ່າວວ່າ “​ໃນກວ່າ 60 ປີ ທີ່​ຜ່ານ​ມາ ລັດ Alaska ​ໄດ້​ອົບ
​ອຸ່ນ​ປະມານ​ສອງ​ເທົ່າໄວກວ່າແຫ່ງອື່ນໆໃນສະຫະລັດ. ປີ​ກາຍ
​ນີ້​ໄດ້​ເປັນ​ປີອົບ​ອຸ່ນ​ທີ່​ສຸດ​ໃນ​ປະຫວັດສາດ ຄືກັນກັບໃນແຫ່ງ
ອື່ນໆ​ທົ່ວ​ໂລກ.”

ນີ້​ ໄດ້ພາໃຫ້ແຜ່ນນ້ຳກ້ອນຂະໜາດໃຫຍ່ເປື່ອຍຢ່າງ​ວ່ອງ​ໄວ
ເຮັດໃຫ້ອາກາດອົບ​ອຸ່ນ​ຂື້ນ ​ແລະ​ທະ​ເລ​ເປັນ​ຜິດ​ຕະຫລອດທັງ
ແມ່​ນຳ້ຕ່າງໆ ລະດັບ​ນຳ້ທະ​ເລສູງຂຶ້ນ ​ແລະ ທ່ານໂອບາມາ
ກ່າວວ່າ ຕາຝັ່ງ​ທະ​ເລ​ເຈື່ອນ ຢ່າງ​ວ່ອງ​ໄວ ຢູ່ໃນທົ່ວ​ໂລກ".

ນອກນັ້ນປະທານາທິບໍດີ ຍັງ​ຕອບໂຕ້​ຕໍ່​ບັນດາ​ຜູ້​ຕິ​ຕຽນ​ພາຍ
ໃນປະເທດ ທີ່ບາງຄົນ ​ໄດ້​ກ່າວ​ຫາ​ທ່ານວ່າ ເວົ້າໂຍກເກີນ
ຄວາມຈິງກ່ຽວກັບໄພຂົ່ມຂູ່ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຫລືໂຕ້​ຖຽງ​ວ່າ ນະ​ໂຍບາຍ​ສິ່ງແວດ​ລ້ອມ​ຂອງ​ທ່ານ​ຫວ່າງ​ມໍ່ໆມາ​ນີ້ ​ເຮັດ​ໃຫ້​ເສດຖະກິດເສຍຫາຍ.

ຄວາມບອບບາງຂອງນຳ້ກ້ອນຈາກປີ 1980-2005