ທ່ານ ໂອບາມາ ຈະເນັ້ນຢ້ຳ ບັນຫາ ຄວາມຮ້ອນອົບເອົ້າ ໃນຂົ້ວໂລກ ເໜືອ ທີ່ກອງປະຊຸມ ສະພາບອາກາດ

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຍ່າງໄປຂຶ້ນເຮືອບິນທີ່ຖານທັບອາກາດ Andrews ໃນລັດ Maryland, 27 ສິງຫາ, 2015.

ວັນ​ຈັນ​ມື້​ນີ້​ ປະທານາທິບໍດີ ສະຫະລັດ ທ່ານ ບາ​ຣັກ ​ໂອ​ບາ​ມາ ຈະເດີນທາງໄປ​ລັດ ອາ​ລາສກາ ​ເພື່ອ​ພົບ​ປະ​ກັບ​ປະຊາຊົນ ​ແລະ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ ​ເຊິ່ງມີ​ເຈົ້າ​ໜ້າ​ທີ່​ຈາກ​ ສະຫະລັດ ​ແລະ ຕ່າງ​ປະ​ເທດ, ບັນດາ​ນັກວິທະຍາສາ​ດ ​ແລະ ປະ​ຊົນ​ໃນ​ທ້ອງຖິ່ນ​ເຕົ້າ​ໂຮມ​ກັນ​ເພື່ອ​ຫາລື​ກ່ຽວ​ກັບ ​ຜົນ​ກະທົບ​ຂອງ​ສະພາບ ປ່ຽນ​ແປງຂອງ​ອາກາດ​ ​ ໃນ​ພາກ​ພື້ນ​ຂົ້ວ​ໂລກ​ເໜືອ.

​ ອີງ​ຕາມທຳນຽບຂາວ, ເປົ້າໝາຍ​ຂອງ​ກອງ​ປະຊຸມ Glacier, ​ແມ່ນ​ເພື່ອ​ເສີມ​ຄວາມ​ລະມັດ​ລະວັງ​ກ່ຽວ​ກັບ​ ຜົນ​ກະທົບ​ຂອງ​ອຸນຫະ​ພູມ​ທີ່ສູງ​ຂຶ້ນ​ໃນ​ຂົ້ວ​ໂລກ​ເໜືອ ວ່າມີຜົນຕໍ່​ທົ່ວ​ໂລກ​ແນວ​ໃດ ​ແລະ ປະຊາຊົນ​ສາມາດ​ເຮັດ​ຫຍັງເພື່ອ​ຕອບ​ສະໜອງ​ໄດ້ແດ່.

ບັນຫາ​ແມ່ນ​ຈຸດ​ສຳຄັນຂອງການ​ປາ​ໄ​ສປະ​ຈຳ​ອາທິດ​ຂອງ​ທ່ານ ​ໂອ​ບາ​ມາ, ​ໃນ​ລະຫວ່າງ​ການ​ທີ່​ທ່ານ​ກ່າວວ່າ ປະຊາຊົນ​ຊາວ ອາ​ລາສກາ ​ແມ່ນ​ກຳລັງ​ປະສົບ​ກັບ​ບັນຫາ​ໄຟ​ໄໝ້​ປ່າຫຼາຍຂຶ້ນ ​ແລະ ກວ້າງຂວາງ​ອອກໄປ, ເຊິ່ງເຮັດ​ໃຫ້​ນ້ຳກ້ອນເສື່​ອມຄຸນ​ນະພາ​ບລົງ, ​ເຊິ່ງ​ເຮັດ ຊາຍ​ຝັ່ງ ບາງ​ບ່ອນເຈື່ອນ​ໄວ​ທີ່​ສຸດ​ໃນ​ໂລກ, ​ແລະ ພະຍຸ​ກໍ​ເພີ່ມ​ສູງ​ຂຶ້ນ​ກວ່າ​ເກົ່າ​ໃນ​ຂະ​ນະທີ່​ນ້ຳກ້ອນ​ເປື່ອຍ​.

ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ​ເປັນ​ຜູ້​ຈັດ​ກອງ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້, ​ແລະ ​ໄດ້ກ່າວ​ວ່າ ​ກອງ​ປະຊຸມ​ນີ້​ບໍ່​ມີ​ສາຍ​ພົວພັນ​ໂດຍ​ກົງ​ກັບ​ການ​ເຈລະຈາ​ຂອງ ອົງການ​ສະຫະ​ປະຊາ​ຊາດ ​ໃນ​ທ້າຍ​ຂອງ​ປີ​ນີ້​ເພື່ອ​ສ້າງແຜນກາ​ນ​ຜູກ​ມັດເພື່ອ​ຈັດການ​ກັບ​ບັນຫາ ສະພາບ​ອາກາດ​ປ່ຽນ​ແປງ, ​ເຊິ່ງການ​ເຈລະ​ຈາດັ່ງກ່າວ​ຈະ​ຊ່ວຍ “​ຜັກ​ດັນ​ໃຫ້​ມີ​ການ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ ເພື່ອ​ປະຕິບັດ​ຕາມ​ທີ່​ໄດ້ປາຖະ​ໜາ​ໄວ້.”

​ໃນ​ກອງ​ປະຊຸມ​ດັ່ງກ່າວຈະ​ລວມມີບັນຫາ​ຂອງ​ ການ​ຮ່ວມ​ມືດ້ານວິທະຍາສາດ, ພະລັງງານ​ທົດ​ແທນ, ​ເສີມ​ສ້າ​ງການ​ຕອບ​ຮັບໃນ​ເວລາ​ສຸກ​ເສີນ ​ແລະ ປ້ອງ​ກັນ​ການ​ຫາ​ປາ​ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ທະ​ເລ ອາກຕິກ.

ທ່ານ​ ​ໂອ​ບາ​ມາ​ ​ໄດ້​ກ່າວ​ວ່າ ທ່າ​ນຫວັງ​ວ່າຈະ​ເຂົ້າ​ຮ່ວມ​ໃນ​ການ​ປະ​ຊຸມ​ກັບ​ປະຊາຊົນຊາວ
ອາ​ລາສກາ ​ເພື່ອ​ເຈລະຈາ​ກ່ຽວ​ກັບ​ການ​ທີ່​ປະ​ເທດຊາດ ​ຈະ​ສາມາດ​ເປັນ “ຜູ້ນຳ​ໂລກ​ໃນ​ດ້ານ​ສະພາບປ່ຽນ​ແປງຂອງ​ອາກາດ​” ​ນີ້ ໄດ້​ແນວ​ໃດ ​ແລະ ຊ່ວຍ​ເຫຼືອ​ການ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ກ່ອນ​ທີ່​ມັນ​ຈະ​ຊ້າເກີນ​ໄປ.

ບັນດາ​ນັກວິ​ທະຍາ​ສາດ​ໄດ້ເຕືອນ​ວ່າ ການ​ປ່ອຍ​ໃຫ້​ອຸນຫະພູມ​ໂລກ​ສູງຂຶ້ນ​ຫຼາຍ​ກວ່າ 2 ອົງສາ ​Celsius ຢູ່​ເໜືອ​ລະດັບ​ຂອງ​ຍຸກ​ອຸດສະຫະ​ກຳ ​ຈະ​ນຳ​ມາສະພາບ​ອາກາດ​ທີ່​ຮ້າຍແຮງ ແລະ ລະດັບນ້ຳ​ທະ​ເລ​ສູງ​ຂຶ້ນ ​ເຊິ່ງ​ຈະ​ສົ່ງ​ຜົນ​ກະທົບຕໍ່​ປະຊາກອນໃນ​ທົ່ວ​ໂລກ.

ການ​ເຈລະ​ຈາຂອງອົງ​ການ ສະຫະ​ປະຊາ​ຊາດ ​ໃນ​ນະຄອນຫຼວງ ປາ​ຣີ ຈະ​ດຳ​ເນີນໄປເປັນ​ເວລາ​ສອງ​ອາທິດ ​ເລີ່​ມຕົ້ນ​ໃນ​ວັນ​ທີ 30 ພະຈິກ ພ້ອມ​ດ້ວຍ​ເປົ້າ​ໝາຍ​ໃນ​ການ​ສ້າງ​ແຜນການ ​ເພື່ອ​ຮັກສາ​ອຸນຫະ​ພູມ​ໃນ​ລະດັບ​ທີ່ສາມາດ​ຄວບ​ຄຸມ​ໄດ້ ພ້ອມ​ດ້ວຍ​ການວາງ​ເປົ້າ​ໝາຍ​ອອກ​ໃຫ້​ແຕ່ລະ​ປະ​ເທດ​ເພື່ອ​ເຮັດ​ໃຫ້​ສຳ​ເລັດ. ​ແຜນການ​ດັ່ງກ່າວ​ນັ້ນ, ຖ້າ​ຕົກລົງ​ກັນ​ໄດ້, ກໍ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ 2020.

Your browser doesn’t support HTML5

Obama Climate Change