ປ. ໂອບາມາ ຖະແຫຼງຕໍ່ ຊາວອາເມຣິກັນ ເຊື້ອສາຍຢີວ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ

ປະທານາທິບໍດີໂອບາມາ ຖະແຫລງກ່ຽວກັບຂໍ້ຕົກລົງນິວເຄລຍ ກັບອີຣ່ານ ທີ່ມະຫາວິທະຍາໄລ American University ທີ່ນະຄອນຫລວງວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ຂໍ້​ຕົກລົງ​ດ້ານ​ນິວ​ເຄລຍກັບອີຣ່ານ ຈະ​ຕັດທຸກເສັ້ນທາງ ບໍ່ໃຫ້
ເຕຫະຣານ ​ພັດທະນາລະ​ເບີດ​ນິວ​ເຄລຍ ​ໃນ​ຂະນະ​ທີ່​ທ່ານ​
ກ່າວ​ເຖິງ​ຄວາມ​ເປັນ​ຫ່ວງ ​ຂອງປະຊາ​ຄົມອາ​ເມຣິ ກັນ​ເຊື້ອ
ສາຍຢີວ ກ່ຽວ​ກັບ​ຂໍ້​ຕົກລົງດັ່ງກ່າວ.

ທ່ານ Obama ໄດ້ເຂົ້າ​ຮ່ວມການອອກອາກາດທາງອິນເຕີ
​ແນັດໂດຍ​ສອງ​ອົງການ​ຈັດ​ຕັ້ງ ທີ່​ສຳຄັນຂອງຊາວ​ຢິວທີ່​ໄດ້​
ຈັດພິທີ​ຄ້າຍ​ຄື​ກັນນີ້ກັບນາຍົກລັດຖະມົນຕີອິສຣາແອ​ລທ່ານ
Benjamin Netanyahu ​ແລະ​ລັດຖະມົນຕີ ພະລັງງານສະ
ຫະລັດ ທ່ານ Ernest Moniz.

ທີ່ທ່ານ Obama ກ່າວ​ຜ່ານທາງອິນ​ເຕີແນັດວ່າ “ພວກ​ເຮົາ​ໄດ້​ສົນທະນາ​ກັນກັບ ລັດຖະ
ບານອິສຣາ​ແອ​ລ ມາ​ເປັນເລ​ລາ​ຫລາຍ​ເດືອນແລ້ວ ​ເພື່ອ​ເຮັດ​ວຽກ ເສີມຂະຫຍາຍການ
ຮ່ວມມື​ດ້ານ​ຄວາມ​ປອດ​ໄພ ປັບປຸງ​ການ​ສຶບລັບ​ຂອງ​ພວກ​ເຮົາແລະຕໍ່​ຕ້າ​ນ​ຕົວແທນຂອງ
ອີຣ່ານຢູ່ໃນ​ຂົງ​ເຂດ.”

ລັດຖະບານ​ອິສຣາ​ແອ​ລ ຄັດຄ້ານ​ຢ່າງ​ແຮງ​ຕໍ່​ຂໍ້ຕົກລົງນີ້​ ທີ່​ຊ​ອກຫາ​ຊ່ອງທາງບໍ່​ໃຫ້ອີຣ່ານ
ສ້າງ​ລະ​ເບີດ​ນິວ​ເຄລຍ​ເພື່ອ​ເປັນ​ການ​ແລກປ່ຽນກັບການຍົກເລີກການ​ລົງໂທດຈາກ​ສາກົນ.

ທ່ານ Obama ກ່າວ​ວ່າ “ພວກ​ເຮົາ​ຈະ​ປອດ​ໄພ​ຫຼາຍຂຶ້ນ ​ເວລາໃດ​ທີ່ຂໍ້​ຕົກລົງນີ້ໄດ້ມີການ
ຮັບຮອງເອົາແລ້ວ ​ແຕ່ວ່າ ​ມັນ​ຈະ​ບໍ່​ແກ້​ໄຂ​ບັນຫາ​ຂອງ​ເຮົາ​ທັງ​ໝົດ​ກັບອີຣ່ານ. ພວກ​ເຮົາ​ຮູ້​
ດີ ລັດຖະບານອິສຣາ​ແອ​ລກໍຮູ້​ດີ”

ປະທາ​ນາ​ມິ​ບໍດີໂອບາມາ ​ໄດ້​ກ່າວວ່າ. “ບໍ່​ມີ​ຫຍັງ​ໝົດ​ຢູ່​ໃນ​ຂໍ້​ຕົກ​ລົງ​ດັ່ງກ່າວ ກີດ​ກັ້ນພວກ​
ເຮົາ ບໍ່ໃຫ້​ດຳ​ເນີນ​ການຕີຕ້ານຄືນ​ຢ່າງແຂງຂັນ ຕໍ່ກິ​ດຈະ​ການ​ກໍ່​ການ​ຮ້າຍ”. ​

Your browser doesn’t support HTML5

Obama Iran Newclear