ປ. ໂອບາມາວ່າ ເຖິງເວລາແລ້ວ ທີ່ຈະຊ່ອຍ ຊົນຊັ້ນກາງ ອາເມຣິກັນ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ມັນ
ເຖິງເວລາແລ້ວ ທີ່ຈະຕ້ອງໄດ້ດຳເນີນການເພີ້ມຕື່ມ ເພື່ອຟື້ນຟູ ຄວາມສຳພັນລະຫວ່າງການເຮັດວຽກທີ່ດຸໝັ້ນຂະຫຍັນຂັນແຂງ
ແລະການມີໂອກາດເພີ້ມຂຶ້ນສຳຫຼັບຊາວອາເມຣິກັນທຸກໆຄົນ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໄດ້ກ່າວຢ້ຳເຖິງຈຸດຕ່າງໆທາງດ້ານເສດຖະກິດທີ່ທ່ານ ໄດ້ຖະແຫຼງຢູ່ໃນຄຳປາໄສຕໍ່ສະພາແລະປະເທດຊາດຂອງທ່ານ
ໃນມື້ວັນອັງຄານຜ່ານມາ.

ປະທານາທິບໍດີໂອບາມາ ເວົ້າວ່າ ດ້ວຍສະພາບເສດຖະກິດ ທີ່
ດີຂຶ້ນ ເປັນສ່ວນໃຫຍ່ແລ້ວນັ້ນ ບັດນີ້ ປະເທດຊາດຕ້ອງໄດ້ເລືອກເອົາວ່າ ຕົນຕ້ອງການ ຢາກໃຫ້ອະນາຄົດເປັນແບບໃດ. ທ່ານໄດ້ຕັ້ງຄຳຖາມວ່າພວກເຮົາຈະຮັບເອົາບໍສະພາບ ເສດຖະກິດທີ່ມີພຽງແຕ່ບໍ່ເທົ່າໃດຄົນທໍ່ນັ້ນໄດ້ປະສົບຄວາມສຳເລັດຢ່າງດີເປັນພິເສດຫລື ພວກເຮົາຈະອຸທິດຕົນຫລືບໍ່ ເພື່ອສະພາບເສດຖະກິດ ທີ່ກໍ່ໃຫ້ມີລາຍໄດ້ເພີ້ມຂຶ້ນແລະພາ
ໃຫ້ມີການໂອກາດຫຼາຍຂຶ້ນສຳຫລັບທຸກໆຄົນ ທີ່ໄດ້ດຳເນີນຄວາມພະຍາຍາມດັ່ງກ່າວ.

ປະທານາທິບໍດີໂອບາມາ ເວົ້າວ່າ ປະເທດຊາດສາມາດດຳເນີນການໃນເລື້ອງຕ່າງໆເພື່ອ ຊ່ອຍຊົນຊັ້ນກາງ ໂດຍອັດຊ່ອງຫວ່າງ ຢູ່ໃນລະບົບເກັບພາສີ ທີ່ທ່ານກ່າວວ່າ ຈັດແຈງສິ່ງ ຕ່າງໆ ສຳລັບກຸ່ມທີ່ມີຜົນປະໂຫຍດພິເສດ ແລະຄົນຮັ່ງມີທີ່ສຸດ ແລະຕໍ່ຕ້ານບັນດາບໍລິສັດ ທີ່ມີຄວາມຮັບຜິດຊອບ ແລະພວກຊົນຊັ້ນກາງ.