ປ. ໂອບາມາ ຈະຜ່ອນຜັນ ນະ​ໂຍ​ບາຍ ການຮຽກຄ່າໄຖ່ ຕົວປະກັນ ຊາວອາເມຣິກັນ

ໂບສີເຫຼືອງ ໄດ້ຖືກມັດຕິດ ກັນຕົ້ນໄມ້ ເພື່ອເປັນການໃຫ້ກຽດ ແກ່ທະຫານບົກ ສຫລ ສິບເອກ Bowe Bergdahl ຜູ້ຖືກ ຈັບເປັນໂຕປະກັນ ໃນເມືອງ Hailey, ລັດ Idaho ຂອງສະຫະລັດ, ວັນທີ 21 ມິຖຸນາ 2013.

ສື່​ມວນ​ຊົນສະຫະລັດລາຍ​ງານ​ວ່າ ລັດຖະບານ​ສະຫະ​ລັດ
ຈະ​ບໍ່​ຂົ່ມຂູ່​ ທີ່​ຈະດຳ​ເນີນ​ຄະດີອີກ​ແລ້ວ ຕໍ່ບັນດາ​ສະມາຊິກ​
ຄອບ​ຄົວ ຜູ້​ທີ່​ພະຍາຍາມຈະທຳ​ການ​ເຈລະ​ຈາ​ ກັບ​ພວກ
ທີ່​ຈັບ​ກຸມຊາວ​ອາ​ເມຣິກັນ ​ເປັນ​ຕົວ​ປະກັນ ຢູ່​ຕ່າງ​ປະ​ເທ​ດ
ຫຼື ຈ່າຍ​ເງິນຄ່າ​ໄຖ່ ​ເພື່ອແລກ​ກັບ​ການ​ປ່ອຍ​ຕົວ ນັ້ນ​.

ຄາດ​ກັນ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຈະ​ຜ່ອນຜັນ
​ນະ​ໂຍ​ບາຍ​ສະຫະລັດ ກ່ຽວ​ກັບ​ເລື່ອງ​ນີ້ ​ໃນ​ເວລາ​ທ່ານເປີດ​ເຜີຍ​
ລາຍ​ງານ ​ທົບ​ທວນຄືນ​ຢ່າງ​ກວ້າງຂວາງ ບົດ​ຊີ້ນຳກ່ຽວ​ກັບ​ເລື່ອງ
​ຕົວ​ປະກັນ​ສະຫະລັດ ​ໃນ​ວັນ​ພຸດ​ມື້​ນີ້ ຢູ່ທີ່ທຳນຽບຂາວ ​ໂດຍ​ມີ​
ບັນດາ​ຄອບ​ຄົວ​ຂອງ​ຕົວ​ປະກັນ ​ຢູ່​ຄຽງ​ຂ້າງຈຳນວນ​ນຶ່ງ.

ການ​ທົບ​ທວນຄືນ ​ທີ່​ໃຊ້​ເວລາ 6 ​ເດືອນ ​ໄດ້ຖືກ​ກະ​ຕຸ້ນ​ໃຫ້​ມີ​ຂຶ້ນ ຍ້ອນ​ການ​ຕຳ​ນິຕິ​ຕຽນ​ຢ່າງ​ໜັກ ຕໍ່​ລັດຖະບານ​ທ່ານ​ໂອ​ບາ​ມາ ​ໂດຍ​ຍາດຕິ​ພີ່ນ້ອງ​ຜູ້​ເຄາະ​ຮ້າຍ​ຈຳນວນ​ນຶ່ງ ຜູ້​ທີ່​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຂົ່ມຂູ່​ວ່າຈະຖືກ​ດຳ​ເນີນ​ຄະດີ ຖ້າ​ພວກ​ເຂົາ​ເຈົ້າ ພະຍາຍາມ​ລະດົມ​ທຶນ ​ເພື່ອ​ຈ່າຍ​ຄ່າ​ໄຖ່​ຕົວປະກັນນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ມາດ​ຕະການໃໝ່​ຕ່າງໆ ​ແມ່ນຈະ​ປັບປຸງ​ໃຫ້​ດີ​ຂຶ້ນ ການ​ປະສານ​ງານ ​ແລະ ການຕິດ​ຕໍ່​ສື່ສານ​ກັບບັນດາ ຄອບຄົວຕົວ​ປະກັນ ​ແລະ ຈະ​ຊ່ວຍ​ອຳ​ນວຍ ຄວາມ​ສະດວກ​ໃນ​ການຕິດ​ຕໍ່​ສື່ສານ ກັບ​ພວກ​ລັກ​ພາ​ຕົວ ​ໃນ​ນາມ​ຂອງ​ບັນດາ​ຄອບຄົວ​ ທີ່​ຫາ​ທາງເອົາຕົວ​ປະກັນ​ ກັບ​ຄືນ​ມາຢ່າງ​ປອດ​ໄພນັ້ນ.

​ແຕ່ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ອັງຄານ​ວານ​ນີ້ ວ່າ ປະທານາທິບໍດີ ຈະ​ບໍ່​ປ່ຽນ​ແປງ ການ​ຫ້າມ​ ບໍ່​ໃຫ້​ຍິນຍອ​ມ ​ຕໍ່​ຂໍ້​ຮຽກຮ້ອງ​ຂອງ​ພວກ​ຈັບ​ຕົວ​ປະ​ກັນ.

Your browser doesn’t support HTML5

US Hostage Policy