ປະທານາທິບໍດີ Barack Obama ບໍ່ໄດ້ໃຫ້ຄວາມສຳຄັນ ກ່ຽວ
ກັບຄວາມເປັນ ໄປໄດ້ ໃນການທີ່ອາດຈະມີການໂຈມຕີທາງອາ
ກາດຂອງສະຫະລັດ ໃນທັນໃດ ຕໍ່ກຸ່ມຫົວຮຸນແຮງຈັດ ລັດອິສ
ລາມໃນຊີເຣຍ ໃນຂະນະທີ່ພວກກະບົດຈຸນີ້ ໄດ້ນຳ ອອກເຜີຍ
ແຜ່ວິດີໂອໃໝ່ທີ່ປາກົດວ່າສະແດງໃຫ້ເຫັນກ່ຽວກັບການຕັດຫົວ
ທີ່ໂຫດຮ້າຍປ່າເຖື່ອນ.
ໃນການຖະແຫຼງຕໍ່ບັນດານັກຂ່າວ ໃນວັນພະຫັດວານນີ້ທີ່ ທຳ
ນຽບຂາວ ທ່ານ Obama ກ່າວວ່າ ທ່ານຍັງສືບຕໍ່ດຳເນີນງານ
ກ່ຽວກັບແຜນການໃນຂອບເຂດທີ່ກວ້າງຂວາງ ເພື່ອຮັບມືກັບ
ກຸ່ມລັດອິສລາມ. ປະທານາທິບໍດີກ່າວວ່າ ສະຫະລັດ ຈະສືບຕໍ່
ໂຈມຕີເປົ້າໝາຍຕ່າງໆຂອງກຸ່ມລັດອິສລາມ ຢູ່ໃນ ອີຣັກ ຊຶ່ງທ່ານກ່າວວ່າ ເປັນການສ້າງ
ຄວາມເສຍຫາຍໃຫ້ແກ່ພວກຫົວຮຸນແຮງ. ແຕ່ໃນຂະນະ ດຽວກັນທ່ານກໍກ່າວວ່າການ
ຄາດຄະເນຂອງສື່ມວນຊົນ ກ່ຽວກັບວ່າໃນບໍ່ຊ້ານີ້ ສະຫະລັດອາດ ຈະຂະຫຍາຍການປະ
ຕິບັດງານເຂົ້າໄປໃນຊິເຣຍຫຼືບໍ່ນັ້ນ ຍັງເປັນທີ່ສັນນິດຖານກັນຢູ່.
ພາບຫຼ້າສຸດ ຈາກ ອີຣັກ
ມີການຮຽກຮ້ອງຫລາຍຂື້ນ ເພື່ອໃຫ້ສະຫະລັດເຂົ້າແຊກແຊງ ໃນຂະນະທີ່ພວກຫົວຮຸນ
ແຮງ ສືບຕໍ່ດຳເນີນການ ທີ່ເຈົ້າໜ້າທີ່ສະຫະປະຊາຊາດກ່າວວ່າ ເທົ່າກັບ ເປັນການກວດ
ລ້າງດ້ານຊົນຊາດຊົນເຜົ່າ ແລະດ້ານສາສະໜາ.
ໃນວັນສຸກມື້ນີ້ ກຸ່ມສືບລັບ SITE ກ່າວວ່າ ພວກຫົວຮຸນແຮງ ໄດ້ນຳອອກເຜີຍແຜ່ ວີດີໂອ
ທີ່ປາກົດວ່າສະແດງໃຫ້ເຫັນຜູ້ຊາຍສາມຄົນໃສ່ໜ້າກາກ ຕັດຫົວທະ ຫານເຄີດສ໌ຄົນນຶ່ງທີ່
ຖືກຈັບໄດ້. ກຸ່ມດັ່ງກ່າວເວົ້າວ່າ ວີດີໂອໄດ້ເຕືອນຜູ້ນຳຊາວ ເຄີດສ໌ ທ່ານ Massud Barzani ໃຫ້ຢຸດເຊົາເປັນພັນທະມິດກັບກຳລັງທະຫານ ສະຫະລັດ.
Your browser doesn’t support HTML5
Obama: No Strategy Yet on Islamic State Threat
ກຸ່ມດັ່ງກ່າວໄດ້ນຳອອກເຜີຍແຜ່ຊ້ຳແລ້ວຊ້ຳອີກວິີດີໂອການປະຫານຊີວິດທີ່ນອງເລືອດ
ຮວມທັງການຕັດຫົວນັກຂ່າວສະຫະລັດ ທ່ານ James Foley. ນອກ ນັ້ນພວກເຂົາຍັງ
ໄດ້ຂົ່ມຂູ່ທີ່ຈະທຳການປະຫານຊີວິດດ້ວຍການຕັດຫົວຕື່ມອີກຖ້າຫາກວ່າສະຫະລັດ ບໍ່
ຢຸດເຊົາໂຈມຕີທາງອາກາດ ຢູ່ໃນອີຣັກ.
Your browser doesn’t support HTML5
Is West Doing Enough to Tackle Islamic State?
ຫົວໜ້າອົງການສະຫະປະຊາຊາດ ທ່ານ Ban ki-Moon ໃນວັນສຸກມື້ນີ້ໄດ້ສະແດງ
ຄວາມບໍ່ພໍໃຈ ຕໍ່ “ການສັງຫານພົນລະເຮືອນ ຢ່າງໂຫດຮ້າຍປ່າເຖື່ອນ.” ທ່ານ Ban
ກ່າວວ່າ ບັນດາປະຊາຄົມຕ່າງໆທີ່ໄດ້ຢູ່ມາຫລາຍເຊັ່ນຄົນໃນພາກເໜືອຂອງ ອີຣັກ
ນັ້ນ ກຳລັງຖືກບັງຄັບໃຫ້ຫລົບໜີ ຫລືບໍ່ກໍຈະປະເຊີນກັບຄວາມ ຕາຍ ພຽງແຕ່ຍ້ອນ
ຄວາມເຊື່ອຖືທາງສາສະໜາຂອງເຂົາເຈົ້າເທົ່ານັ້ນ.
Your browser doesn’t support HTML5
ອີຣັກ ຊິເຣຍ