ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຍົກເລີກ
ການຢຸດແວ່ 2 ບ່ອນ ໃນການເດີນທາງໄປຢ້ຽມຢາມເອເຊຍ
ຄັ້ງຈະມາຂອງທ່ານ ຍ້ອນການປິດລັດຖະບານເປັນບາງສ່ວນ
ຊຶ່ງກ້າວເຂົ້າສູ່ມື້ທີສອງ ໃນມື້ນີ້.
ທຳນຽບຂາວໄດ້ປະກາດໃນວັນພຸດມື້ນີ້ວ່າ ທ່ານໂອບາມາໄດ້
ຍົກເລີກແຜນການຢຸດແວ່ຢ້ຽມຢາມ ທີ່ມາເລເຊຍ ແລະ ຟີລິບ
ປິນ ແຕ່ກໍຄາດວ່າ ການຢຸດແວ່ສອງບ່ອນທຳອິດ ທີ່ອິນໂດເນ
ເຊຍແລະບຣູນາຍ ຈະດຳເນີນໄປຕາມໝາຍກຳນົດການຢ້ຽມ
ຢາມຊຶ່ງມີກຳນົດຈະເລີ້ມຂຶ້ນໃນວັນເສົາຈະມານີ້.
ຂະນະດຽວກັນຢູ່ທີ່ສະຫະລັດ ພະນັກງານລັດຖະບານກາງສະຫະລັດ ປະມານ 800,000
ຄົນ ກໍາລັງປະເຊີນກັບການຖືກສັ່ງໃຫ້ພັກການ ເປັນມື້ທີ 2 ໃນວັນພຸດມື້ນີ້ ຊຶ່ງໄດ້ເກີດຂຶ້ນ ຍ້ອນການຕົກລົງກັນບໍ່ໄດ້ ໃນເລື່ອງງົບປະມານຂອງລັດຖະສະພາ ທີ່ໄດ້ເຮັດສວນສາທາ ລະນະແຫ່ງຊາດ ແລະຫຼາຍໆພະແນກການຂອງລັດຖະບານຍັງຖືກປິດຢູ່.
ການຢັ່ງຫາງສຽງຂອງມະຫາວິທະຍາໄລ Quinnipiac ສະແດງໃຫ້ເຫັນວ່າ ປະມານ 72
ເປີເຊັນ ຂອງຜູ້ມີສິດປ່ອນບັດຊາວອາເມຣິກັນ ບໍ່ເຫັນດ້ວຍໃນການປິດລັດຖະບານ ທີ່ໄດ້
ເລີ້ມຂຶ້ນ ໃນວັນອັງຄານວານນີ້ ຫຼັງຈາກສະມາຊິກລັດຖະສະພາສະຫະລັດບໍ່ສາມາດຮັບ
ຜ່ານຮ່າງງົບປະມານ ທັນເສັ້ນຕາຍໃນວັນອັງຄານວານນີ້. ສະມາຊິກພັກຣິພັບບລິກັນ ຢູ່
ໃນສະພາຕໍ່າສະຫະລັດ ຕ້ອງການທີ່ຈະເອົາການອະນຸມັດການໃຊ້ຈ່າຍມາເປັນເງື່ອນໄຂ
ໃສ່ການເລື່ອນເວລາກ່ຽວກັບການໃຫ້ເງິນສະໜັບສະໜຸນຕໍ່ການຈັດຕັ້ງປະຕິບັດໂຄງການ
ປະກັນໄພສຸຂະພາບ ຂອງປະທານາທິບໍດີໂອບາມາ ທີ່ຮູ້ກັນໃນນາມ ກົດໝາຍປະກັນໄພ
ສຸຂະພາບລາຄາຖືກນັ້ນ. ການພະຍາຍາມ ໃນແຕ່ລະເທື່ອຂອງສະພາຕໍ່າແມ່ນໄດ້ຖືກປະ
ຕິເສດ ໂດຍສະພາສູງ ທີ່ຄວບຄຸມໂດຍພັກເດໂມແຄຣັດ ຊຶ່ງຕ້ອງໄດ້ເປັນຜູ້ອະນຸມັດ ກ່ຽວ
ກັບເລື່ອງງົບປະມານນຳນັ້ນ.

Your browser doesn’t support HTML5