ປ. ໂອບາມາ ຈັບມືກັບ ປ. Castro ທີ່ກອງປະຊຸມ ສຸດຍອດ ປະເທດໃນທະວີບອາເມຣິກາ

Your browser doesn’t support HTML5

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະປະທານາ
ທິບໍດີຄິວບາ ທ່ານ Raul Castro ໄດ້ທັກທາຍກັນໃນຕອນແລງ
ວັນສຸກວານນີ້ແລະກໍຈັບມືກັນທີ່ກອງປະຊຸມສຸດຍອດຂອງບັນດາ ປະເທດໃນທະວີບອາເມຣິກັນ ທີ່ປານາມາ.

ພວກເຈົ້າໜ້າທີ່ຂອງລັດຖະບານທ່ານໂອບາມາກ່າວວ່າ ການທັກ
ທາຍລະຫວ່າງຜູ້ນຳທັງສອງແມ່ນມີຂຶ້ນແບບບໍ່ເປັນທາງການແລະ ກໍບໍ່ໄດ້ມີການຫາລືທີ່ມີເນື້ອຫາສາລະສຳຄັນໃດໆ.

ເປັນທີ່ຄາດກັນວ່າ ປະທານາທິບໍດີໂອບາມາ ແລະ ທ່ານ Castro
ຈະພົບປະກັນໃນວັນເສົາມື້ນີ້.

ທ່ານ Ban Ki-moon ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຊົມເຊີຍພວກ ຜູ້ນຳທັງສອງ ໃນພິທີເປີດກອງປະຊຸມຢູ່ປານາມາ.

ທ່ານ Ban Ki-moon ກ່າວວ່າ “ອີກຄັ້ງນຶ່ງ ຂ້າພະເຈົ້າຂໍສັນລະເສີນ ການນຳພາຂອງປະ ທານາທິບໍດີໂອບາມາແຫ່ງສະຫະລັດແລະປະທານາທິບໍດີ Castro ທີ່ໄດ້ລິເລີ້ມການສ້າງ ຕັ້ງຄວາມສຳພັນແບບປົກກະຕິສອງຝ່າຍ.”

ທ່ານໂອບາມາ ກ່າວໃນຕອນເຊົ້າວັນສຸກວານນີ້ວ່າ ທ່ານມີຄວາມຍິນດີທີ່ຄິວບາ ໄດ້ມີໜ້າ ເປັນເທື່ອທຳອິດ ຢູ່ກອງປະຊຸມສຸດຍອດ.

ທ່ານກ່າວໃນຄຳປາໄສຕໍ່ພວກຜູ້ນຳຂອງກຸ່ມສັງຄົມພົນລະເຮືອນທີ່ກອງປະຊຸມສຸດຍອດຢູ່ ນະຄອນປານາມາຊີຕີ້ວ່າ ທ່ານຫວັງວ່າ ການດຳເນີນຄວາມພະຍາຍາມເພື່ອຟື້ນຟູຄວາມ ສຳພັນທາງດ້ານການທູດກັບຄິວບາ ຈະຊ່ອຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຊາວ ຄິວບາໃຫ້ດີຂຶ້ນ.

Your browser doesn’t support HTML5

Obama to Meet Raul Castro at Panama Summit