ແຂວງຊຽງຂວາງ ທີ່ມີພູມິປະເທດທີ່ຂຽວສົດ ຢູ່ທາງພາກຕາເວັນອອກ ສຽງເໜືອ ຂອງລາວແມ່ນໄດ້ຖືກປົກຄຸມ ເປັນເວລາເກືອບໜຶ່ງທົດສະວັດ ຂອງການຂັດແຍ້ງ ທີ່ຍັງຫຼົງເຫຼືອຢູ່. ລະເບີດນ້ອຍຫຼາຍລ້ານລູກ ທີ່ຮູ້ຈັກກັນຢູ່ໃນລາວ ວ່າ “ບອມບີ້” ນັ້ນ ແມ່ນໄດ້ຖືກຖິ້ມຊະຊາຍຢັ່ງຢາຍ ຢູຸ່ຕາມທົ່ງໃຮ່ທົ່ງນາ ຕາມພູຜາຕ່າງໆ ແລະ ຈຳນວນນຶ່ງ ແມ່ນໄດ້ຖືກຝັງເລີກລົງໄປໃຕ້ພື້ນດິນ.
ຄວາມສວຍສົດງົດງາມຂອງພູຜາເຫຼົ່ານີ້ ຢູ່ໃນແຂວງຊຽງຂວາງ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງລາວ ໄດ້ປົກຄຸມ ມໍລະດົກອັນໂຫດຮ້າຍ ເປັນເວລາເກືອບໜຶ່ງທົດສະວັດ ການຖິ້ມລະເບີດຢ່າງໜັກໜ່ວງ ຂອງສະຫະລັດ ທີ່ຍັງຫຼົງເຫຼືອຢູ່ ຄື: ລະເບີດທີ່ຍັງບໍ່ທັນແຕກ ຫຼາຍລ້ານລູກ. (D. de Carteret for VOA)
ນັບແຕ່ປີ 1964 ຫາ 1973 ໃນລະຫວ່າງສົງຄາມຫວຽດນາມ ສະຫະ ລັດໄດ້ ຖິ້ມລະເບີດຫຼາຍກວ່າ 2 ລ້ານໂຕນ ລົງໃສ່ປະເທດລາວ. ການປະຕິບັດການລັບ ດັ່ງກ່າວ ແມ່ນເປັນສ່ວນໜຶ່ງໃນຄວາມພະຍາຍາມເພື່ອ ຈະຕັດເສັ້ນທາງລຳລຽງ ຂອງພວກຫວຽດນາມເໜືອ ຢູ່ຕາມເສັ້ນທາງ Ho Chi Minh ຊຶ່ງ ແລ່ນຜ່ານລາວ ໄປຍັງຫວຽດນາມໃຕ້.
ສະຫະລັດ ໄດ້ຖິ້ມລະເບີດ ຫຼາຍກວ່າ 2 ໂຕນ ໃສ່ປະເທດລາວ ໃນຂະນະທີ່ ທຳສົງຄາມກັບປະເທດເພື່ອນບ້ານ ຄືຫວຽດນາມ. (D. de Carteret for VOA)
ມີການກະປະມານກັນວ່າ ໜຶ່ງສ່ວນສາມ ຂອງລະເບີດບອມບີ້ 270 ລ້ານລູກ ທີ່ ໄດ້ຖືກຖິ້ມລົງໃສ່ລາວນັ້ນ ແມ່ນບໍ່ແຕກ. ບັນຫາລະເບີດທີ່ບໍ່ທັນແຕກນີ້ ແມ່ນສືບ ຕໍ່ເປັນສິ່ງກີດຂວາງ ຕໍ່ການພັດທະນາດ້ານກະສິກຳ ຢູ່ໃນຂົງເຂດ ເຮັດໃຫ້ການ ກໍ່ສ້າງບ້ານເຮືອນ ແລະ ພື້ນຖານໂຄງລ່າງ ເປັນເລື່ອງທີ່ຫຍຸ້ງຍາກ ແລະ ເປັນ ອັນຕະລາຍ ແລະໄດ້ເອົາຊີວິດຜູ້ຄົນ ໄປແລ້ວ ຫຼາຍພັນຄົນນັບຕັ້ງແຕ່ສົງຄາມ ໄດ້ສິ້ນສຸດລົງ.
ຫຼາຍກວ່າ 20,000 ຄົນໄດ້ເສຍຊີວິດ ຫຼື ໄດ້ຮັບບາດເຈບ ນັບຕັ້ງແຕ່ການຖິ້ມ ລະເບີດໄດ້ຍຸຕິລົງ. ຜູ້ຄົນຈຳນວນ 12,000 ຄົນ ໄດ້ຮັບບາດເຈັບທາງຮ່າງກາຍ ຍ້ອນລະເບີດ ທີ່ຍັງບໍ່ທັນແຕກ ຫຼື UXO ຊຶ່ງຕ້ອງໄດ້ຮັບການຊ່ອຍເຫຼືອ ແລະ ເກືອບເຄິ່ງໜຶ່ງ ຂອງຈຳນວນນີ້ ແມ່ນພວກເດັກນ້ອຍ.
ນາງ Ai Vue ສູນເສຍລູກຊາຍ ແລະຫລານສອງຄົນ ໃນປີ 2004 ຫຼັງຈາກໄດ້ພົບເຮັນ ລູກລະເບີດທີ່ຍັງບໍ່ທັນແຕກ ຢູ່ໃກ້ກັບຄຸ້ມບ້ານຂອງພວກເຂົາເຈົ້າ. ຫຼາຍກວ່າ 20,000 ຄົນໄດ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບ ຈາກ UXOs ຕັ້ງແຕ່ສົງຄາມໄດ້ສິ້ນສຸດລົງເມື່ອ 40 ປີກ່ອນ. (D. de Carteret for VOA)
ໃນປີ 2004 ຢູ່ທີ່ບ້ານເຜົ່າມົ້ງແຫ່ງໜຶ່ງ ໃກ້ກັບໂພນສະຫວັນ ຊຶ່ງເປັນ ເມືອງເອກ ຂອງແຂວງຊຽງຂວາງ ນາງ Ai Vue ໄດ້ສູນເສຍລູກຊາຍຂອງນາງ ແລະ ຫລານ ສອງຄົນເວລາພວກເຂົາ ໄດ້ພົບເຫັນລະເບີດລູກໜຶ່ງ ທີ່ຍັງບໍ່ທັນແຕກ ຝັງຢູ່ໃນ ຕໍໄມ້ໃກ້ໆເຮືອນຂອງພວກເຂົາເຈົ້າ.
ນາງຈື່ໄດ້ວ່າ “ພວກເຮົາບໍ່ຮູ້ວ່າ ພວກເຂົາໄດ້ຊຸກມັນອອກ ຫຼືວ່າ ມັນໄດ້ຕົກ ອອກມາ ແລະ ຕຳພື້ນດິນ ແລະ ໄດ້ລະເບີດຂຶ້ນ.”
ຜູ້ເປັນແມ່ ທີ່ມີລູກ 3 ຄົນ ໄດ້ກ່າວວ່າ “ພວກເຂົາເຈົ້າ ບໍ່ຮູ້ວ່າລະເບີດນັ້ນ ເປັນອັນຕະລາຍ ເພາະວ່າພວກເຂົາເຈົ້າ ບໍ່ເຄີຍເຫັນມັນຈັກເທື່ອ.”
ການສຶກສາອົບຮົບ ກ່ຽວກັບ UXO ໄດ້ມີການປັບປຸງໃຫ້ດີຂຶ້ນ ນັບຕັ້ງ ແຕ່ນັ້ນມາ ຊຶ່ງໄດ້ຊ່ອຍໃຫ້ຫລຸດຜ່ອນການເສຍຊີວິດ ຈາກ 300 ຄົນ ໃນປີ 2008 ເປັນ 48 ຄົນ ໃນປີ 2014 ແຕ່ພວກເດັກນ້ອຍ ຫລິ້ນກັບລະເບີດທີ່ຮ້າຍແຮງເຖິງແກ່ຊີວິດ ກໍຍັງມີຢູ່ ພາຍໃນອຸປະຕິເຫດ ທີ່ມີຫຼາຍທີ່ສຸດ ທີ່ກ່ຽວຂ້ອງກັບ UXO ອີງຕາມ ຕົວເລກຂອງລັດຖະບານລາວ.
ພວກລະເບີດ ສ່ວນຫຼາຍແມ່ນໄດ້ຖືກຂຸດຂຶ້ນມາໂດຍຊາວບ້ານ ທີ່ເຮັດວຽກຢູ່ ຕາມທົ່ງໃຮ່ທົ່ງນາ ໃນຂະນະທີ່ໄຟ ທີ່ຈູດເຜົາຢູ່ເທິງໜ້າດິນໄດ້ກໍ່ ໃຫ້ເກີດການລະເບີດ ທີ່ຮ້າຍແຮງຢູ່ໃຕ້ດິນ. ຊາກທີ່ຫຼົງເຫຼືອຈາກສົງຄາມ ແມ່ນເປັນສ່ວນໜຶ່ງ ຂອງ ຊີວິດການເປັນຢູ່ ປະຈຳວັນຂອງພວກຄົນເຫຼົ່ານີ້.