ປ. Obama ພ້ອມແລ້ວ ທີ່ຈະເລີ້ມຊຸກຍູ້ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ

ປະທ່ານນາທິບໍດີ ສະຫະລັດ ທ່ານ Barack Obama ຢືນຢູ່ກັບຮອງປະທານາທິບໍດີ ທ່ານ Joe Biden.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໃນ​ວັນ​ພຸດ​
ມື້​ນີ້​ ຈະມີ​ເລື້ອງ​ກ່າວ​ເພີ້ມ​ເຕີມ ​ກ່ຽວ​ກັບຂໍ້​ຕົກລົງ​ນິວ​ເຄລຍ ຄັ້ງ​ປະ
ຫວັດ​ສາດ ກັບອີຣ່ານ ​ເວລາ​ທ່ານ​ຖະແຫຼງຢູ່ກອງ​ປະ​ຊຸມ​ນັກ​ຂ່າວ
​ທີ່ທຳນຽບຂາວ​ ເພື່ອສືບຕໍ່ຊຸກຍູ້​ສົ່ງ​ເສີມ​ຂໍ້​ຕົກລົງດັ່ງກ່າວ.

ບັນດາສະມາຊິກ​ພັກ​ຣີພັບ​ບລິ​ກັນ ​ແລະ​ເດ​ໂມ​ແຄຣັດ ຫຼາຍໆ
ທ່ານຢູ່ໃນສະພາພ້ອມ​ດ້ວຍ​ບັນດາ​ຜູ້ນຳຕ່າງໆ ​ເຊັ່ນ​ວ່າ ນາຍົກ
ລັດຖະມົນຕີ ອິສຣາ​ແອລ ທ່ານ Benjamin Netanyahu ບໍ່​
ເຫັນ​ດີ​ນຳ​ການ​ຊັ່ງ​ຊາ ຂອງປະ​ທາ​ນາ​ທິບໍດີ Ba-rack Obama
ກ່ຽວກັບຂໍ້​ຕົກລົງ​ ທີ່​ໄດ້​ບັນລຸ​ກັນ ລະຫວ່າງອີຣ່ານ​ແລະ​ມະຫາ​
ອຳນາດ​ໂລກ ​ໃນ​ວັນ​ອັງຄານ​ວານ​ນີ້​ທີ່ນະຄອນ Vienna. ທ່ານ
ໂຕ້ຖຽງ​ວ່າ ມັນ​ຈະ​ຕັດ​ທຸກເສັ້ນທາງຂອງອີຣ່ານ ທີ່​ຈະ​ພັດທະນາອາວຸດ​ນິວ​ເຄລຍ.

ຢູ່​ໃນ​ການ​ສຳພາດ ​ກັບ ໜັງສືພິມ The New YorkTime ທ່ານ Obama ກ່າວ​ວ່າ ຂໍ້​ຕົກ
ລົງ​ນີ້ບັນລຸເປົ້າໝາຍພື້ນຖານ ທີ່ແມ່ນກະທັງຜູ້​ຕິຕຽນກໍ​ເຫັນ​ນຳວ່າ​ ອີຣ່ານ​ຈະ​ບໍ່​ສ້າງ​ອາວຸດ​ນິວ​ເຄລຍ.

Your browser doesn’t support HTML5

Iran Nuclear

ທ່ານ Obama ກ່າວ​ວ່າ “ນີ້​ແມ່ນ​ທາງ​ເລືອກ​ຂອງ​ເຮົາ​ທີ່​ດີ​ສຸດ ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ
ບໍ່ພຽງ​ແຕ່ 10 ປີ​ທຳ​ອິດ ​ແຕ່​ຍັງ​ຫລາຍ​ປີ​ຫລັງ​ຈາກ​ນັ້ນ ພວກ​ເຮົາ​ມີລະ​ບົບ​ກວດສອບທີ່
ພິສູດໄດ້ ​ເພື່ອ​ຄໍ້າປະກັນ​ວ່າ ​ເຂົາ​ເຈົ້າຈະ​ບໍ່ສ້າງ​ອາວຸດ​ນີິວ​ເຄລຍ​. ນີ້ແມ່ນ​ຄຸ້​ມຄ່າ​ຢ່າງມະຫາ
ສານ ​ຖ້າເວົ້າເຖິງເລື້ອງ​ຄວາມ​ປອ​ດ​ໄພ​ແຫ່ງ​ຊາດ ​ແລະ​ຄວາມ​ປອດ​ໄພ​ຂອງອິສຣາ​ແອ​ລ
​ແລະຄວາມ​ປອດ​ໄພ​ຂອງບັນດາ​ພັນ​ທະ​ມິດ​ອຶ່ນໆຂອງພວກ​ເຮົາ​ຢູ່​ໃນ​ຂົງ​ເຂດ. ມັນ​ຍັງ​ເປັນ
​ການ​ປ້ອງກັນກ່ຽວກັບການ ແຂ່ງຂັນດ້ານອາວຸດ​ນິວ​ເຄລຍ ທີ່ອາດມີຂຶ້ນ ຢູ່​ໃນ​ຂົ​ງ​ເຂດ.”

ທ່ານ Obama ກ່າວ​ວ່າ ຜູ້​ໃດກໍຕາມ​ທີ່​ຈະ​ເປັນປະ​ທາ​ນາ​ທິບໍດີ 10 ຫາ 15 ປີ​ຈາກ​ນີ້ໄປ​ກໍ
​ມີ​ຄວາມ​ສາມາດ​ເຊັ່ນ​ດຽວ​ກັນ ທີ່​ຈະ​ໃຊ້​ການ​ປະຕິບັດ​ງານ​ທາງ​ທະ ຫານ ຫລື​ທຳການ​ລົງ
​ໂທດ​ໃໝ່​ອີກ ​ແຕ່​ການມີຂໍ້ຕົກລົງສະບັບນີ້ ​ເຂົາ​ເຈົ້າ​ຍັງ​ຈະ​ໄດ້ເຂົ້າໃຈຢ່າງເລິກເຊິ່ງເພີ້ມຂື້ນ
ກ່ຽວ​ກັບ​ໂຄ​ງການ​ນິວ​ເຄລຍຂອງອີຣ່ານ ​ແລະ “ຄວາມຖືກຕ້ອງຕາມ​ກົດໝາຍສາກົນ” ທີ່
ຈະດຳເນີນການ​ຕ້ານ​ການ​ຝ່າຝືນໃດໆກໍ ຕາມ.

Historic Iran Nuclear Agreement Reached

ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ຈຳເປັນ ທີ່​ຈະ​ປະຕິບັດ​ງານ​ຮ່ວມກັບອິສຣາ​ແອ​ລ​ແລະ ​ບັນ​ດາ
​ພັນທະ​ມິດ​ໃນເຂດອ່າວເປີເຊຍ ​ເພື່ອປ້ອງກັນ​ຕໍ່ຄວາມ​ເປັນ​ໄປ​ໄດ້​ທີ່ອີຣ່ານ ​ຈະໃຊ້​ເງິນ​ທີ່​
ຖືກ​ປ່ອຍ​ຈາກ​ການ​ລົງ​ໂທດໄປໃຫ້ການ​ອຸບປະຖຳຕໍ່​ການ​ກໍ່​ການ​ ຮ້າຍ.

​ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີໂອບາມາໄດ້​ຫາລືເລື້ອງຂໍ້​ຕົກລົງກັບອີຣ່ານ ກັບ​ບັນ
​ດາ​ພັນທະ​ມິດ​ຕ່າງໆ​ໃນ​ຕາ​ເວັນ​ອອກ​ກາງຮວມທັງກະສັດ Salman ແຫ່ງ ຊາ​ອຸ​ດີ​ອາ​ຣາ​
ເບຍ ​ແລະ ​ເຈົ້າຟ້າ​ຊາຍ Mohammed Al Nahyan ​ແຫ່ງສະ ຫະລັດ​ອາຣັບ​ເອ​ເມີ​ເຣັສ​.
ທຳນຽບຂາວ ກ່າວ​ວ່າ ທ່ານ Obama ​ໄດ້​ກ່າວ​ເຖິງກ​ອງປະຊຸມ​ສຸດ​ຍອດ ​ໃນ​ຕົ້ນ​ປີ​ນີ້ ​ກັບ
​ບັນດາ​ປະ​ເທດໃນເຂດອ່າວ​ເປີ​ເຊຍ ​ແລະ​ໄດ້​ຢຳ້ຄືນວ່າ ສະຫະລັດ ຍັງ​ມີຄວາມໝັ້ນ​ໝາຍ
ທີ່ຈະການປະຕິບັດ​ງານ​ກັບ​ເຂົາ​ເຈົ້າ ​ເພື່ອ​ປະ​ເຊີນ​ໜ້າ​ກັບການສ້າງຄວາມບໍ່ທຸ່ນທ່ຽງ ຂອງ
ອີຣ່ານ ​ຢູ່​ໃນ​ຂົ​ງ​ເຂດ.

Your browser doesn’t support HTML5

Iran, World Powers Reach Nuclear Deal