ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາກ່າວວ່າ ສະ
ຫະລັດແລະ 10 ປະເທດສະມາຊິກຂອງສະມາຄົມປະຊາຊາດ
ຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ຫລື ASEAN ສາມາດ
“ຮວມຕົວກັນເພື່ອສ້າງຄວາມກ້າວໜ້າໃຫ້ແກ່ຄວາມເປັນລະ
ບຽບຮຽບຮ້ອຍ ຢູ່ໃນຂົງເຂດ ບ່ອນທີ່ປະເທດທັງໝົດ ຈະປະ
ພຶດປະຕິບັດຕາມກົດລະບຽບອັນດຽວກັນ.”
ພວກປະທ້ວງຢືນຢູ່ຂ້າງນຶ່ງຂອງຖະໜົນ ທີ່ເນັ່ງໄປສູ່ Sunnylands ບອ່ນທີ່ ປ. Obama ເປັນເຈົ້າພາຍ ຕ້ອນຮັບຜູ້ນຳອາຊຽນ 15 ກຸມພາ 2016.
ໃນການກ່າວຄຳປາໄສໃນວັນຈັນວານນີ້ ເວລາເປີດກອງປະຊຸມ
ສຸດຍອດອາຊຽນ ທີ່ທາງສະຫະລັດ ເປັນເຈົ້າພາບຄັ້ງທຳອິດ ທີ່
ເມືອງ Rancho Mirage ລັດ California ນັ້ນ ທ່ານໂອບາມາ
ກ່າວວ່າ ອາຊຽນແມ່ນ “ສູນກາງ” ຂອງສັນຕິພາບແລະຄວາມຈະ
ເຣີນຮຸ່ງເຮືອງ ໃນຂົງເຂດເອເຊຍອາຄະເນ.
Your browser doesn’t support HTML5
The South China Sea Dispute
ໃນລະຫວ່າງກອງປະຂຸມສຸດຍອດເປັນເວລາ 2 ມື້ທີ່ສະຖານທີ່ຕາກອາກາດປະຫວັດສາດ
ແລະທຳມະຊາດສວຍງາມທີ່ Sunnylands ນັ້ນ ບັນດາຜູ້ນຳຂອງປະເທດຕ່າງໆຄາດວ່າ
ຈະເຮັດວຽກເພື່ອຮ່າງຫລັກການຈຳນວນນຶ່ງຂຶ້ນມາ ຊຶ່ງທ່ານໂອບາມາໄດ້ກ່າວວ່າ “ບ່ອນ
ທີ່ກົດໝາຍສາກົນແລະມາດຕະຖານຕ່າງໆ ຮວມມີ ເສລີພາບໃນການເດີນເຮືອ ໄດ້ມີ
ການນັບຖື ແລະບັນຫາຂັດແຍ້ງຕ່າງໆ ໄດ້ຮັບການແກ້ໄຂໂດຍຜ່ານວິທີການແບບສັນ
ຕິວິທີ ແລະຕາມຂັ້ນຕອນກົດໝາຍ.”
ທຳນຽບຂາວ ເຫັນວ່າ ບົດບາດຂອງການເປັນຜູ້ນຳຂອງສະຫະລັດ ແລະການພົວກັນໃນ
ຂົງເຂດ ແມ່ນມີຄວາມຫຼໍ່ແຫຼມສຳຄັນຕໍ່ຄວາມຈະເຣີນຮຸ່ງເຮືອງຂອງສະຫະລັດໃນອະນາ
ຄົດແລະເປັນການຕ້ານຢັນທີ່ສຳຄັນຕໍ່ອິດທິພົນຂອງຈີນຢູ່ທີ່ນັ້ນ.
Your browser doesn’t support HTML5
Obama Seeks to Solidify America as Leader in SE Asia