ປ. ໂອບາມາ ປອບໃຈ ຕະຫຼາດການເງິນ ຢູ່ສະຫະລັດ ແລະທົ່ວໂລກ ທີ່ຢ້ານກົວ ຫຼັງຈາກ ອັງກິດຖອນໂຕ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຢູ່ທີ່ກອງ ປະຊຸມ ທຸລະກິດການຄ້າໂລກ ທີ່ມະຫາວິທະຍາໄລ Stanford ໃນລັດ California, ວັນທີ 24 ມິຖຸນາ, 2016.

ໃນ​ຂະນະ​ທີ່ຕະຫລາດການເງິນຂອງໂລກກຳລັງ​ວຸ້ນ​ວາຍ​ຍ້ອນຄວາມ​ຕື່ນຕົກ​ໃຈ​ທີ່​ອັງ​ກິດ​ໄດ້​ລົງ​ຄະ​ແນນ​ສຽງ​ ຖອນ​ໂຕອອກ​ຈາກ ​ສະຫະພາບ​ຢູ​ໂຣບ ປະທາ​ນາ​ທິບໍ ດີສະຫະລັດ ທ່ານ Barack Obama ກໍ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ໃນ​ວັນ​ສຸກ​ວານ​ນີ້ວ່າ “ປະ ຊາຊົນຂອງ​ສະຫະ​ລາ​ຊະ​ອານາຈັກ​ ​ໄດ້​ສະ​ແດງອອກ​ມາ​ໃຫ້ເຫັນ​ແລ້ວ ​ແລະ​ພວກ​ເຮົາ​ໃຫ້​ຄວາມ​ນັບຖື​ຕໍ່​ການ​ຕັດສິນ​ໃຈ​ເຂົາ​ເຈົ້າ.” ທ່ານ​ກ່າວ​ເພີ້​ມອີກ​ວ່າ “ຄວາມສຳພັນພິ​ເສດ” ລະ​ຫວ່າງ​ສະຫະລັດ ແລະ​ອັງກິດ ​ຍັງ “ຈະ​ດຳເນີນ​ຕໍ່​ໄປ​” ​ແລະ​ນັ້ນ ການ​ເປັນ​ສະມາຊິກໃນ ອົງການ NATO “ຍັງ​ເປັນ​ສິ່ງສຳຄັນສຸດ ​ໃນນະ​ໂຍບາຍການຕ່າງປະ​ເທດ ຄວາມ​ໝັ້ນຄົງ​ ແລະ​ເສດຖະກິດ ຂອງສະຫະລັດ.”

ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ກ່າວຕໍ່ກອງປະຊູຸມນັກຂ່າວທີ່ເດີ່ນຕີກ້ອຟຂອງທ່ານ ຢູ່ Turnberry, Scotland ປະເທດອັງກິດ ວັນທີ 24 ມິຖຸນາ 2016.

​ໃນ​ການເດີນທາງໄປ​ຢ້ຽມຢາມ​ອັງກິດເທື່ອ​ສຸດ​ທ້າຍ​ໃນ​ເດືອນ​ເມສາປີນີ້ ປະທານາ ທິບໍດີ Obama ​ໄດ້​ຢືນ​ຄຽງ​ຂ້າງ ກັບນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ແລະ​ໄດ້​ກ່າວ​ຢ່າງ​ແຂງ​ຂັນຄັດຄ້ານ​ຕໍ່ການລົງ​ຄະ​ແນນ​ສຽງ​ຖອນ​ໂຕ ອອກຈາກ​ສະຫະພາບ​ຢູ​ໂຣບ​ໃນອັນ​ທີ່​ຮ້ອງ​ວ່າ “Brexit” ​ໂດຍ​ກ່າວ​ວ່າ ຖ້າຫາກ​ ອັງກິດ​ລົງ​ຄະ​ແນນ​ສຽງ ຖອນ​ໂຕ​ອອກ​ຈາກ ສະຫະພາບ​ຢູ​ໂຣບ​ແລ້ວ ອັງກິດ​ອາດ​ຈະຕ້ອງ​ “ກັບ​ຄືນ​ໄປ​ລຽນ​ແຖວ​ໃໝ່” ​ເພື່ອ​ຈະເຮັດ​ຂໍ້​ຕົກລົງ​ການ​ຄ້າ​ສະບັບໃໝ່​ກັບ​ສະຫະລັດ. ປະທານາທິບໍດີ Obama ​ເບິ່ງ​ຄື​ວ່າໄດ້ຮ້ອງ​ຂໍ​ຕໍ່​ບັນດາ​ຜູ້​ມີ​ສິດປ່ອນ​ບັດຊາວອັງກິດ ​ໂດຍ​ກ່າວ​ວ່າ “ສະຫະ​ລາ​ຊະ​ອານາຈັກ ກຳລັງ​ຢູ່ໃນ​ທ່າ​ທີ​ທີ່​ດີ​ທີ່​ສຸດ ​ເວລາ​ອັງກິດ​ຊ່ວຍນຳພາ​ຢູ​ໂຣບ​ທີ່​ເຂັ້ມ​ແຂງ. ມັນເປັນອຳນາດອິດ​ທິພົນຂອງ​ອັງກິດໃນການ​ເປັນ​ພາກສ່ວນ​ນຶ່ງຂອງ​ສະຫະພາບ​ຢູ​ໂຣບ.”

ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຢູ່ການເຕົ້າໂຮມທີ່ເມືອງ Raleigh ລັດ North Carolina.

ຢູ່​ໃນ​ຖະ​ແຫລ​ງການ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ຕື່ນ​ຕົກ​ໃຈ ປະທານາທິບໍດີ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳພັນ​ຂອງ​ສະຫະລັດກັບ​ສະຫະ ພາບ​ຢູ​ໂຣບ ​ໂດຍ​ກ່າວ​ວ່າ ສະຫະພາບ​ຢູ​ໂຣບ “ໄດ້ດຳ​ເນີນ​ການຢ່າງຫຼວງຫຼາຍ ​ແລ້ວ ເພື່ອສົ່ງເສີມ​ໃຫ້​ມີ​ສະ ຖຽນ​ລະ​ພາບ ກະຕຸ້ນໃຫ້ເສດຖະກິດເຕີບໂຕ ແລະ ​ໃຫ້​ຄວາມ​ອຸບປະຖຳ​ຕໍ່​ການແຜ່ຜາຍ ກ່ຽວ​ກັບຄຸນຄ່າແລະແນວຄິດຂອງປະຊາທິປະໄຕ ໄປທົ່ວທັງທະວີບ ແລະ​ໄກໄປກວ່ານັ້ນ.”

ປະທານສະພາຕໍາ ທ່ານ Paul Ryan ພັກຣີພັບບລິກັນ ຈາກລັດ Wisconsin ຕອບຄຳຖາມບັນດານັກຂ່າວ.

ປະທານາທິບໍດີ Obama ໄດ້​ໂອ້​ລົມທາງໂທລະສັບ ກັບນາຍົກລັດຖະມົນຕີ Cameron ໃນວັນສຸກວານນີ້. ຖະແຫລງການຂອງທຳນຽບຂາວ ກ່າວວ່າ ທັງສອງທ່ານ ມີຄວາມໝັ້ນ ໃຈວ່າ ອັງກິດ “ແລະສະຫະພາບຢູໂຣບຈະເຈລະ ຈາໃນທາງທີ່​ໃຫ້​ດອກ​ອອກ​ຜົນໄປໜ້າ ເພື່ອຄໍ້າປະກັນ ຕໍ່​ການ​ມີ​ສະຖຽນ​ລະ​ພາບ ທາງດ້ານການເງິນ ສືບ​ຕໍ່ການຄ້າແລະການລົງ ທຶນ ແລະມີຄວາມອຸດົມຮັ່ງມີ ຮ່ວມກັນ ທີ່​ເຂົາເຈົ້ານຳມານັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ